ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 94 ກອງພົນທີ 4 ເປີດອົບຮົມ-ຫັດແອບທະຫານໃໝ່
ເວລາອອກຂ່າວ: 2021-02-24 08:46:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 621 | ຄວາມນິຍົມ:



ໃນວັນທີ 17 ກຸມພາ 2021 ນີ້, ກອງພັນ 94 ທີ່ຂຶ້ນກັບກອງ ພົນທີ 4 ໄດ້ເປີດຊຸດອົບຮົມທະ ຫານໃໝ່ ປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ຄະນະພັກ ກອງພົນ, ຫົວໜ້າຫ້ອງເສນາທິ ການກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບ, ຄູອາຈານຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ກອງເງີນ ພົມວິລະ ຮອງເລຂາຄະນະພັກ ຮາກຖານ, ຫົວໜ້າການທະຫານ ກອງພັນ 94 ທີ່ຂຶ້ນກັບກອງພົນ ທີ 4 ໄດ້ຂຶ້ນຜ່ານແຜນການອົບ ຮົມ-ຫັດແອບການເມືອງ, ການ ທະຫານ ແລະ ພະລາທິການ-ເຕັກນິກ ເຊິ່ງແບ່ງອອກເປັນ 3 ພາກ ຄື: ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ. ພາກການເມືອງຈະໄດ້ຮຽນກ່ຽວ ກັບ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອທາດແທ້ຂອງກອງທັບ ປະຊາຊົນປະຕິວັດລາວ, ເອກະ ສານອົບຮົມການເມືອງທະຫານ ໃໝ່, ພາກການທະຫານມີຂໍ້ກຳນົດກົດລະບຽບຂອງກອງທັບ, ລະບຽບງົດງາມ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມີປືນ 1 ບົດ 24 ຈັງຫວະ, ສິນລະປະ ຍຸດ-ຍຸດທະວິທີ. ພາກພະລາທິ ການ-ເຕັກນິກ ມີວຽກງານຄຸ້ມ ຄອງລ້ຽງດູທັບ, ວຽກງານ 4 ປູກ 4 ລ້ຽງ ແລະ 5 ເຕັກນິກ ການແພດ, ການອົບຮົມ-ຫັດແອບ ຈະດຳເນີນເປັນເວລາ 90 ວັນ ຈຶ່ງຈະສຳເລັດ. ໂດຍ: ວັນນະລັກ ແກ້ວດວງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ