ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2020
ເວລາອອກຂ່າວ: 2021-02-24 08:44:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານປ້ອງກັນຊາດປະຈຳປີ 2020 ແລະ ທິດທາງແຜນການວຽກ ງານຈຸດສຸມປະຈຳປີ 2021 ໄດ້ ສຳເລັດລົງດ້ວຍໝາກຜົນອັນ ຈົບງາມພາຍຫຼັງດຳເນີນມາເປັນ ເວລາ 2 ວັນໃນລະຫວ່າງວັນທີ 22-23 ກຸມພາ 2021 ນີ້, ເຊິ່ງ ມື້ທີສອງຂອງກອງປະຊຸມໂດຍ ການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນການພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີບັນດາສະຫາຍຄະ ນະນໍາກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາກົມກອງ, ຫົວໜ່ວຍບໍ ລິສັດລັດວິສາຫະກິດກອງທັບ ແລະ ພະນັກງານຫຼັກແຫຼ່ງອ້ອມ ຂ້າງອົງການກະຊວງ ແລະ ບັນ ດາກົມກອງກຳລັງຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ປະທານ ກອງປະຊຸມກໍໄດ້ມີຄໍາເຫັນສັງ ລວມ ແລະ ໃຫ້ທິດຊີ້ນຳກອງ ປະຊຸມຫຼາຍບັນຫາສໍາຄັນ ເຊິ່ງ ສະຫາຍໄດ້ກ່າວວ່າ: ກອງປະຊຸມ ພວກເຮົາໄດ້ດໍາເນີນມາເປັນເວ ລາ 2 ວັນ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບ ສູງເຮັດໃຫ້ກອງປະຊຸມໄດ້ສໍາ ເລັດຕາມຈຸດປະສົງຄາດໝາຍ ຢ່າງຈົບງາມ. ໃນວາລະດໍາເນີນ ກອງປະຊຸມ, ພວກເຮົາໄດ້ພ້ອມ ກັນຄົ້ນຄວ້າຕີລາຄາສະພາບ ການທີ່ສົ່ງຜົນກະທົບຕໍ່ການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດໃນປີ 2020, ກໍຄືວຽກງານ ປັບປຸງກໍ່ສ້າງກໍາລັງທາງດ້ານ ການເມືອງ-ແນວຄິດ ແລະ ການ ຈັດຕັ້ງ, ການປະຕິບັດໜ້າທີ່ຂອງ ບັນດາອົງການ, ກົມກອງ-ທ້ອງ ຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງ ວຽກງານຈຸດສຸມໃນປີຕໍ່ໜ້າເພື່ອ ສືບຕໍ່ກໍ່ສ້າງກອງທັບເປັນກອງ ທັບທີ່ມີແບບແຜນ ແລະ ທັນສະ ໄໝ. ໃນກອງປະຊຸມໄດ້ມີຕົວແທນ ບັນດາກົມກອງທີ່ຂຶ້ນປະກອບຄໍາ ເຫັນຕໍ່ກອງປະຊຸມປະກອບມີ: ກົມ ໃຫຍ່ການເມືອງກອງທັບ, ກົມ ໃຫຍ່ເສນາທິການກອງທັບ, ຫ້ອງ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ, ກົມ 213, ກົມປ້ອງກັນພາຍໃນ, ບໍລິ ສັດສະຕາໂທລະຄົມ, ກອງບັນຊາ ການທະຫານແຂວງສະຫວັນ ນະເຂດ, ກອງບັນຊາການທະ ຫານ ແຂວງຊຽງຂວາງ, ກອງ ພົນທີ 5, ກອງພົນທີ 1, ກົມການ ເງິນກະຊວງປ້ອງກັນປະເທດ ແລະ ກົມນະໂຍບາຍກົມໃຫຍ່ການ ເມືອງກອງທັບ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ມີຄໍາເຫັນ ໂອ້ລົມຊີ້ແຈງຕໍ່ບັນດາຄໍາຄິດຄໍາ ເຫັນ ແລະ ຄຳສະເໜີຂອງບັນດາ ກົມກອງ, ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາບັນດາ ກົມກອງເປັນເຈົ້າການ ເພີ່ມທະ ວີການຊີ້ນໍາ-ນໍາພາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຮັບປະກັນສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງ ປະເທດຊາດ, ຕັ້ງໜ້າຍົກສູງສະ ຕິກຽມພ້ອມຮັບຄໍາສັ່ງ ແລະ ປະຕິ ບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າ ການຕ້ານທຸກກົນອຸບາຍລ່ຽມ ລາຍຂອງສັດຕູ, ທັບມ້າງຍຸດ ທະສາດຫັນປ່ຽນໂດຍສັນຕີ ຂອງອິດທິກໍາລັງປໍລະປັກ, ເປັນ ເຈົ້າການໃນການປະຕິບັດແນວ ທາງ ປກຊ-ປກສ ທົ່ວປວງຊົນ ຮອບດ້ານຂອງພັກ, ປົກປັກ ຮັກສາລະບອບໃໝ່, ລະບອບ ປະຊາທິປະໄຕປະຊາຊົນ ໃຫ້ ໝັ້ນຄົງ, ຮັບປະກັນໃຫ້ປະເທດ ຊາດມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະ ຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາ ລັງລົງກໍ່ສ້າງຮາກຖານການ ເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍ ສຸມໃສ່ບໍລິເວນຊາຍແດນ, ເຂດ ຫ່າງໄກສອກຫຼີກ ແລະ ບັນດາ ຈຸດສຸມຂອງກະຊວງ; ສົມທົບ ແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການ ປັບປຸງລະບົບການຈັດຕັ້ງຢູ່ຮາກ ຖານໃຫ້ໜັກແໜ້ນ ເຂັ້ມແຂງໃນ ທຸກດ້ານ, ເອົາໃຈໃສ່ຍົກສູງສະ ຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການ ເຄື່ອນໄຫວຂອງສັດຕູຢ່າງທັນ ການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວ ເດັດຂາດ. ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະ ເປົ້າໝາຍ, ອົບຮົມທາດແທ້ມູນ ເຊື້ອກອງທັບປະຕິວັດ, ກອງທັບ ປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກໍາສະພາບ ການເມືອງ-ແນວຄິດຂອງພະ ນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວ ເຖິງ, ການສຶກສາອົບຮົມການ ເມືອງ-ແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບຫຼາຍສີ, ຫຼາຍ ວິທີການ ແລະ ມີເນື້ອໃນອຸດົມ ສົມບູນ, ມີຊີວິດຊີວາ ເພື່ອສ້າງ ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງ ນະໂຍບາຍ, ລະບຽບກົດໝາຍ ຂອງພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງ ໃໝ່ຢ່າງແທ້ຈິງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ