ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານປະສານເຫຼົ່າ ຫຼວງພະບາງ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2020
ເວລາອອກຂ່າວ: 2021-02-24 08:38:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ວັນທີ 9 ກຸມພາ 2021 ນີ້, ໂຮງງານປະສານເຫຼົ່າ ຫຼວງພະ ບາງ ໄດ້ສະຫຼຸບ ຂະບວນການແຂ່ງຂັນ ຮັກ ຊາດ ແລະ ພັດທະນາ ປະຈຳປີ 2020 ແລະ ເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະ ນາ ປະຈຳ ປີ 2021 ໂດຍພາຍ ໃຕ້ການເປັນປະທານຂອງສະ ຫາຍ ພັນເອກ ເພັດລະຄອນ ມະ ນີຈັນ ເລຂາຄະນະພັກຮາກຖານ ຫົວໜ້າຄະນະ ອຳນວຍການໂຮງງານປະສານ ເຫຼົ່າ ຫຼວງພະບາງ, ພ້ອມດ້ວຍຄະ ນະ, ມີພະແນກການຕະຫຼອດ ຮອດພະນັກງານ-ນັກຮົບທົ່ວໂຮງ ງານເຂົ້າຮ່ວມ. ສະຫາຍ ພັນໂທ ທອງຫັນ ແສງ ພິມທອງ ຊ່ວຍວຽກພະແນກ ການເມືອງ ໄດ້ຂຶ້ນຜ່ານແຜນການ ເປີດກອງປະຊຸມ ແລະ ຜ່ານຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງຄະນະ ຮັບຜິດຊອບອະນຸກໍາມະການຮັບ ຜີດຊອບບັ້ນແຂ່ງຂັນ, ຈາກນັ້ນ, ສະຫາຍ ພັນໂທ ແສງອາລຸນ ທຳ ມະສຸດສະດາ ຮອງເລຂາຄະນະ ພັກຮາກຖານ, ຮອງພະແນກການ ເມືອງ ໂຮງງານປະສານເຫຼົ່າ ຫຼວງພະບາງ, ໄດ້ຂຶ້ນຜ່ານບົດສະ ຫຼຸບວຽກງານປະຈໍາປີ 2020 ທີ່ ຜ່ານມາ, ສະຫາຍ ພັນໂທ ທອງ ຫັນ ແສງພິມທອງ ກໍໄດ້ຂຶ້ນອ່ານ ຄໍາສັ່ງແແນະນໍາຂອງກົມໃຫຍ່ ເຕັກນິກກອງທັບ ພ້ອມທັງອ່ານ ຂໍ້ແຂ່ງຂັນປະຈໍາປີ 2021. ຫຼັງ ຈາກນັ້ນ, ສະຫາຍ ພັນຕີ ວຽງສະ ໄໝ ສີງວົງທຳ ຮັກສາການຫົວໜ້າ ພະແນກແຜນການ-ສັງລວມ ໂຮງງານປະສານເຫຼົ່າ ຫຼວງພະ ບາງ ຕາງໜ້າບັນດາພະແນກ ການຂຶ້ນປະຕິຍານ, ລົງລາຍເຊັນ ແລ້ວໄດ້ເຊີນຄະນະພັກ-ຄະນະ ບັນຊາຂຶ້ນຈັບມືບັນດາແຕ່ລະພະ ແນກການເປີດຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາປະ ຈໍາສົກປີ 2021 ຂຶ້ນຢ່າງເປັນທາງ ການນັບແຕ່ນີ້ເປັນຕົ້ນໄປ. ໃນກອງປະຊູມ ສະຫາຍ ພັນຕີ ພະນົມໄພ ວົງລັດສະໝີ ຄະນະພັກ ຮາກຖານ ຮອງອໍານວຍການ ໂຮງງານໄດ້ຂຶ້ນຜ່ານຂໍ້ກໍານົດ ວ່າດ້ວຍການຈັດຕັ້ງປະຕິບັດພື້ນ ຖານລະບຽບບຸກຄົນ, ການຮັບ ຮອງແຂກ ແລະ ການເຄື່ອນໄຫວ ກິດຈະກໍາພາຍໃນກອງທັບປະ ຊາຊົນລາວ, ຫຼັງຈາກນັ້ນ ພັນໂທ ທອງຫັນ ແສງພິມທອງ ຍັງໄດ້ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ປະດັບທຽບຊັ້ນໃຫ້ນັກຮຽນ ທີ່ ຮຽນຈົບວິຊາສະເພາະຈາກສາຍ ລັດຢູ່ກົມໃຫຍ່ເຕັກນິກກອງທັບ ທີ່ສັງກັດຢູ່ໂຮງງານປະສານເຫຼົ່າ ຫຼວງພະບາງ ຈໍານວນ 1 ສະ ຫາຍ. ນອກຈາກນັ້ນ ຍັງໄດ້ມອບ ໃບຍ້ອງຍໍ ແລະ ຂອງຂວັນລາງ ວັນໃຫ້ກັບພະນັກງານ-ນັກຮົບ ພາຍໃນກົມກອງທີສຶກສາຮໍ່າ ຮຽນ ເກັ່ງ ແລະ ມີຜົນງານດີເດັ່ນ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ ຈໍານວນ 6 ສະຫາຍ ອີກດ້ວຍ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ເລຂາຄະນະພັກຮາກຖານ ອຳ ນວຍການໂຮງງານປະສານເຫຼົ່າ ຫຼວງພະບາງ ໄດ້ເຜີຍແຜ່ກ່ຽວກັບການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ II ພ້ອມທັງໂອ້ລົມ ຕໍ່ພິທີໂດຍເນັ້ນໜັກໃຫ້ຄະນະ ຮັບຜິດຊອບຂະບວນການ ຈົ່ງ ພ້ອມກັນປະຕິບັດຂໍ້ແຂງຂັນປະ ຈຳປີ 2021 ໃຫ້ບັນລຸເປົ້າໝາຍ ຂອງຂັ້ນເທິງ, ພ້ອມກັນຈັດຕັ້ງ ປະຕິບັດຂໍ້ກໍານົດ ວ່າດ້ວຍການ ຈັດຕັ້ງປະຕິບັດພື້ນຖານລະບຽບ ບຸກຄົນ, ການຮັບຮອງແຂກ ແລະ ການເຄື່ອນໄຫວກິດຈະກໍາພາຍ ໃນກອງທັບປະຊາຊົນລາວ, ພ້ອມທັງຮຽກຮ້ອງໃຫ້ພະນັກ ງານ-ນັກຮົບ ພ້ອມກັນຍົກສູງ ສະຕິຄວາມ ຮັບຜິດຊອບ ແລະ ຈົ່ງຕັ້ງໃຈປະຕິບັດຕາມຄໍາສັ່ງ ແນະນໍາຂອງຂັ້ນເທິງວາງອອກ ຢ່າງເຂັ້ມງວດ ໃນການໃຊ້ສິດ ເພື່ອປ່ອນບັດເລືອກຕັ້ງເອົາສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ເພື່ອຮັບປະ ກັນບໍ່ໃຫ້ເກີດມີບັນຫາບັດເສຍ ແລະ ບັດຕາຍ 100%. ໂດຍ: ອຸ່ນຄຳ ດວງປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ