ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 605 ເປີດບັ້ນອົບຮົມວຽກງານ ການເມືອງໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-02-23 08:58:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:



ໃນວັນທີ 15 ກຸມພາ 2021 ນີ້, ກອງພັນໃຫຍ່ 605 ໄດ້ເປີດ ບັ້ນອົບຮົມວຽກງານການເມືອງ ໃຫ້ທະຫານໃໝ່, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ໄມສີ ມາວັນດີ ຮອງຫົວໜ້າພະແນກການເມືອງກອງພັນໃຫຍ່ 605, ມີຄະນະກອງຮ້ອຍ, ຄູເຝິກ ແລະ ທະຫານໃໝ່ເຂົ້າຮ່ວມ. ເນື້ອໃນເອກະສານທີ່ນຳມາອົບຮົມໃນຄັ້ງນີ້ປະກອບມີຄື: ກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບໃນກອງທັບປະຊາຊົນລາວ, ຂໍ້ກຳນົດ ວ່າດ້ວຍ ຄຳປະຕິຍານ 8 ຂໍ້, ລະບຽບວິໄນ 8 ຂໍ້ ແລະ ກົດລະບຽບ 12 ຂໍ້ ຕໍ່ປະຊາຊົນ ແລະ ກົດລະບຽບ ວິໄນຂອງກອງທັບ, ພາລະບົດ ບາດ ແລະ ໜ້າທີ່ຂອງກອງທັບ ປະຊາຊົນລາວ, ທາດແທ້ຂອງ ຊົນຊັ້ນກຳມະກອນ ແລະ ມູນເຊື້ອ ອັນສະຫງ່າງາມຂອງພັກປະຊາ ຊົນປະຕິວັດລາວ, ການບົວລະບັດ ນຳໃຊ້ອາວຸດລູກກະສູນ ແລະ ພາຫະນະເຕັກນິກການປະກອບໃຫ້ມີປະສິດທິຜົນດີ ແລະ ເປົ້າໝາຍອຸ ດົມຂະຕິສູ້ຮົບຂອງກອງທັບປະ ຊາຊົນລາວ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ທະ ຫານໃໝ່ຮັບຮູ້ເຂົ້າໃຈແຈ້ງບັນ ດາຂໍ້ກຳນົດກົດລະບຽບຂອງ ກອງທັບ, ແນວທາງນະໂຍບາຍ ແລະ ກົດໝາຍຂອງລັດວາງ ອອກ, ຮູ້ສິດ ແລະ ໜ້າທີ່ການ ເມືອງຂອງຕົນ. ໂດຍ: ນ. ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ