ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານການເລືອກຕັ້ງ ສສຊ ແລະ ສສຂ ຢູ່ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-02-23 08:53:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ວັນທີ 19 ກຸມພາ 2021 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະ ຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ລົງເຄື່ອນໄຫວກວດ ກາ ແລະ ຊີ້ນຳກ່ຽວກັບການຫ້າງ ຫາກະກຽມໃຫ້ແກ່ການດຳເນີນ ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ຢູ່ກອງບັນຊາ ການທະຫານແຂວງໄຊຍະບູລີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ກູດພົມມາ ຫົວໜ້າການ ທະຫານກອງບັນຊາການທະຫານແຂວງ ໄຊຍະບູລີ, ມີບັນດາສະຫາຍຄະ ນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບການປ່ອນບັດເຂົ້າຮ່ວມ. ສະຫາຍ ພັນເອກ ກູດ ພົມມາ ໄດ້ລາຍງານຫຍໍ້ກ່ຽວກັບຄວາມ ພ້ອມໃນການກະກຽມປ່ອນບັດ ເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຂັ້ນແຂວງ ຊຸດທີ II ຢູ່ແຂວງ ໄຊຍະບູລີ, ມາຮອດປັດຈຸບັນໄດ້ ຫັນບັນດາເອກະສານ, ນິຕິກຳ ຕ່າງໆ ຂອງຄະນະກຳມະການ ເລືອກຕັ້ງລະດັບຊາດມາເປັນ ມະຕິຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີການຊີ້ ນຳ-ນຳພາຂອງຄະນະພັກຕໍ່ການ ເລືອກຕັ້ງ ເພື່ອໃຫ້ແທດເໝາະກັບ ສະພາບ ແລະ ຈຸດພິເສດຂອງ ແຂວງ, ໃນບັ້ນເລືອກຕັ້ງຄັ້ງນີ້ໂດຍ ລົງເລິກເອກະສານເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາ ຊົນເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ, ພ້ອມນີ້ໄດ້ສຳເລັດການເກັບກຳສະຖິຕິຈຳນວນຜູ້ມີສິດເລືອກຕັ້ງເຊິ່ງທົ່ວແຂວງໄຊ ຍະບູລີ, ມີ11 ເມືອງ 429 ບ້ານ, ມີພົນລະເມືອງທັງໝົດ 417.553 ຄົນ, ຍິງ 203.024 ຄົນ, ມີ ໜ່ວຍປ່ອນບັດທັງໝົດ 480 ໜ່ວຍ, ຈຳນວນຜູ້ມີສິດປ່ອນບັດ ເລືອກຕັ້ງ 277.752 ຄົນ, ຍິງ 135.412 ຄົນ,ຜູ້ສາມາດປ່ອນ ບັດເລືອກຕັ້ງຢູ່ໃນບ້ານ 252.557 ຄົນ, ຍິງ 12.439 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ 16.576 ຄົນ, ຍິງ 6.524 ຄົນ, ຜູ້ໄປຮຽນຢູ່ຕ່າງປະເທດ 8.619ຄົນ, ຍິງ 4.559 ຄົນ, ຜູ້ມີສິດປ່ອນບັດມາຈາກທ້ອງຖິ່ນ ອື່ນ 2.222 ຄົນ, ຍິງ 594 ຄົນ, ສໍາລັບຜູ້ສະໝັກຮັບເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ່ 7 ແຂວງ ໄຊຍະບູລີ ຈຳນວນ 12 ທ່ານ ເລືອກເອົາ 9 ທ່ານ, ຜູ້ສະໝັກຮັບ ເລືອກຕັ້ງສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ II ມີຈຳ ນວນ 54 ທ່ານ, ເລືອກເອົາ 32 ທ່ານ, ວຽກງານ ປກຊ-ປກສ ກໍໄດ້ຈັດຕັ້ງກຳລັງລົງເຄື່ອນໄຫວ ຢູ່ແຕ່ລະເມືອງ, ມີການມອບ ໝາຍວຽກງານ ແລະ ຄວາມຮັບ ຜິດຊອບກັນຢ່າງລະອຽດຈະແຈ້ງ ເພື່ອຮັບປະກັນເຮັດໃຫ້ການປ່ອນ ບັດເລືອກຕັ້ງ ສສຊ ແລະ ສສຂ ມີ ຄວາມປອດໄພ100%. ໂອກາດດັ່ງກ່າວ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີ ຄຳເຫັນບາງບັນຫາສຳຄັນ ແລະ ເນັ້ນໜັກໃຫ້ອານຸກຳມະການແຕ່ ລະຂັ້ນພ້ອມກັນສືບຕໍ່ຊຸກຍູ້ ແລະ ປຸກລະດົມຂະບວນການດ້ານ ຕ່າງໆ ດ້ວຍຫຼາຍຮູບການ, ຫຼາຍ ວິທີໂດຍສະເພາະແມ່ນດ້ານການ ເມືອງແນວຄິດຂອງພະນັກງານ-ຮົບໃນຖັນແຖວກຳລັງປະກອບ ອາວຸດຕະຫຼອດຮອດພໍ່ແມ່ປະຊາ ຊົນຈົ່ງພ້ອມກັນປະຕິບັດໜ້າທີ່ ຂອງຕົນໃນການປ່ອນບັດເລືອກ ຕັ້ງໃນຄັ້ງນີ້ບັນລຸຜົນສຳເລັດຕາມ ລະດັບຄາຍໝາຍ. ຮັບປະກັນໃຫ້ ຜູ້ມາໃຊ້ສິດເລືອກຕັ້ງໄປປ່ອນບັດ ເລືອກຕັ້ງໄດ້ຢ່າງຄົບຖ້ວນຮັບປະ ກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ປະຕິ ບັດສິດໃນການລົງຄະແນນສຽງ ຂອງຕົນຢ່າງຖືກຕ້ອງຕາມລະ ບຽບກົດໝາຍ, ຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍ ແລະ ມີ ຄວາມປອດໄພ 100% . ຂ່າວ: ສົມຈີນ ສິນຕາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ