ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດປະດັບຫຼຽນກາລະນຶກ 70 ປີ ກອງທັບໃຫ້ພະນັກງານສູນກາງສະຫະພັນກຳມະບານລາວ
ເວລາອອກຂ່າວ: 2021-02-23 08:49:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ວັນທີ 19 ກຸມພາ 2021 ນີ້, ຢູ່ທີ່ສູນກາງສະຫະພັນກໍາມະ ບານລາວໄດ້ຈັດພິທີປະດັບຫຼຽນ ກາລະນຶກ 70 ປີກອງທັບປະ ຊາຊົນລາວ ໃຫ້ພະນັກງານການ ນຳ ແລະ ພະນັກງານສູນກາງສະ ຫະພັນກຳມະບານລາວ ຜູ້ທີ່ມີ ຜົນງານເປັນກຽດເຂົ້າຮ່ວມ ແລະ ປະດັບໂດຍ ສະຫາຍ ພົນຈັດຕະ ວາ ວໍລະສານ ວິລັດດາວົງ ກໍາ ມະການ ຄະນະປະຈໍາພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີ ທ່ານ ນາງ ອາລີຍາ ວັນ ອັກຄະວົງ ຮອງປະທານສູນ ກາງສະຫະພັນກໍາມະບານລາວ, ມີບັນດາຫົວໜ້າກົມ, ຮອງກົມ ແຂກຖືກເຊີນຕະຫຼອດຮອດພະ ນັກງານສະມາຊິກກໍາມະບານ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຮອງຫົວໜ້າກົມນະ ໂຍບາຍກົມໃຫຍ່ການເມືອງກອງ ທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການມອບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ແກ່ ພະນັກງານການນໍາ ແລະ ພະນັກ ງານນໍາພາ-ຄຸ້ມຄອງຄະນະບໍລິຫານງານສູນກາງສະຫະພັນກໍາ ມະບານລາວ ເພື່ອຍ້ອງຍໍສັນລະ ເຊີນຜົນງານຄຸນງາມຄວາມດີ ຂອງພະນັກງານການນຳ ແລະ ພະນັກງານນຳພາຄຸ້ມຄອງຄະ ນະບໍລິຫານງານສູນກາງສະຫະ ພັນກຳມະບານລາວ ຜູ້ທີ່ມີຜົນ ງານດີເດັ່ນປະກອບສ່ວນເຂົົ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃນໄລຍະຜ່ານ ມາ ເຊິ່ງລວມມີ 28 ທ່ານ ທີ່ໄດ້ ຮັບການປະດັບຫຼຽນໃນຄັ້ງນີ້. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ວໍລະສານ ວິລັດດາ ວົງ ໄດ້ມີຄໍາເຫັນວ່າ: ໃນໄລຍະ ຜ່ານມາບຸກຄົນດັ່ງກ່າວແມ່ນມີ ຜົນງານດີເດັ່ນຫຼາຍດ້ານເຊິ່ງໄດ້ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຢ່າງຫ້າວຫັນເປັນຕົ້ນ ແມ່ນໄດ້ປຸກລະດົມທາງດ້ານວັດ ຖຸຈິດໃຈຈາກພາກສ່ວນຕ່າງໆ ເຮັດໃຫ້ນາຍ ແລະ ພົນທະຫານ ມີກໍາລັງໃຈໃນການປະຕິບັດໜ້າ ທີ່ວຽກງານອັນມີກຽດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີ ໝາກຜົນດີ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ