ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານ ອ 674 ປິດຊຸດອົບຮົມນາຍຊ່າງສ້ອມແປງອາວຸດຊຸດທີ VII
ເວລາອອກຂ່າວ: 2021-02-23 08:45:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໂຮງງານ ອ 674 ໄດ້ປິດ ຊຸດອົບຮົມນາຍຊ່າງສ້ອມແປງ ອາວຸດຊຸດທີ VII ໃນວັນທີ 18 ກຸມ ພາ 2021 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມ ໃຫຍ່ເຕັກນິກກອງທັບ ມີຄະນະກົມ ຄຸ້ມຄອງອາວຸດ-ກະສຸນ, ກົມເສ ນາເຕັກນິກ, ຄະນະພັກ-ຄະນະອຳ ນວຍການໂຮງງານ ອ 647, ກົມ ກອງອ້ອມຂ້າງ ແລະ ພະແນກ ການທີ່ກ່ຽວຂ້ອງພ້ອມດ້ວຍພະ ນັກງານຄູ-ອາຈານ ຕະຫຼອດ ຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະໜອມ ສາຍຄຳຈັນ ຫົວໜ້າການທະຫານ ໂຮງງານ ອ 674 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດແຜນການເຝິກອົບຮົມກໍ່ສ້າງ ນາຍຊ່າງສ້ອມແປງອາວຸດ ຊຸດທີ VII ນີ້ວ່າ: ໂດຍປະຕິບັດຕາມແຜນ ການອົບຮົມຂອງກົມໃຫຍ່ເຕັກນິກ ກອງທັບ ກໍຄືກົມວິຊາສະເພາະທີ່ ກ່ຽວຂ້ອງໃນຂົງເຂດວຽກງານ ຮັບປະກັນສ້ອມແປງເຕັກນິກໃນ ກອງທັບ ສາມາດຕອບສະໜອງ ໜ້າທີ່ການເມືອງໃນໄລຍະໃໝ່ ເຊິ່ງຊຸດອົບຮົບຄັ້ງນີ້ມີຜູ້ເຂົ້າຮ່ວມ ອົບຮົມທັງໝົດ 50 ສະຫາຍທີ່ ມາຈາກກຳລັງຫຼວງ-ກຳລັງທ້ອງ ຖິ່ນ ແລະ ບົດຮຽນທີ່ນຳມາອົບ ຮົມປະກອບມີພາກການເມືອງ 14 ຊົ່ວໂມງ, ການທະຫານ 42 ຊົ່ວໂມງ, ວິຊາເຕັກໂນໂລຊີ ແລະ ໂລຫະສາດ 84 ຊົ່ວໂມງ, ວິຊາ ສະເພາະເຕັກນິກສ້ອມແປງປືນ ທະຫານຮາບ 21 ຊົ່ວໂມງ, ວິຊາ ສະເພາະເຕັກນິກສ້ອມແປງປືນ ປ້ອງກັນອາກາດ 21 ຊົ່ວໂມງ, ວິຊາສະເພາະເຕັກນິກສ້ອມແປງ ປືນໃຫຍ່ໜ້າດິນ 665 ຊົ່ວໂມງ, ໃນນີ້ມີທິດສະດີການປະກອບສ້າງ ທິດສະດີສ້ອມແປງ ແລະ ພາກ ປະຕິບັດຕົວຈິງ. ຜ່ານການຈັດ ຕັ້ງສອບເສັງຕົວຈິງສາມາດຄັດ ເລືອກໄດ້ນັກຮຽນປະເພດດີເລີດ 19 ສະຫາຍເທົ່າກັບ 38%, ປະ ເພດດີຫຼາຍ 28 ສະຫາຍເທົ່າກັບ 56%, ປະເພດດີ 3 ສະຫາຍເທົ່າ 6%, ໃນພິທີຍັງໄດ້ປະກາດເລື່ອນ ຊັ້ນໃຫ້ນັກເຝິກອົບຮົມຂຶ້ນສິບເອກ ຈຳນວນ 43 ສະຫາຍ, ພ້ອມທັງ ມອບໃບປະກາສະນິຍະບັດໃຫ້ ນັກຮຽນທີ່ຮຽນຈົບອີກດ້ວຍ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ຄອນສະຫວັນ ມິ່ງຈຳປາບານ ໄດ້ໂອ້ລົມພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍຕໍຄະນະ ພັກ-ຄະນະບັນຊາ, ພະນັກງານ- ຄູອາຈານ ແລະ ນັກເຝິກອົບຮົມ, ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ຂອງຕົນຢ່າງມີຄວາມຮັບຜິດ ຊອບສູງ, ພ້ອມທັງຮຽກຮ້ອງໃຫ້ ນັກເຝິກອົບຮົມຈົ່ງພ້ອມກັນນຳ ເອົາບົດຮຽນໄປປະຕິບັດເຂົ້າໃນ ວຽກງານຕົວຈິງ ແນໃສ່ສ້າງຂະ ແໜງເຕັກນິກໃຫ້ໜັກແໜ້ນທາງ ດ້ານການເມືອງ ແລະ ເຂັ້ມແຂງ ທາງດ້ານການຈັດຕັ້ງມືອາຊີບ ທາງດ້ານວິຊາສະເພາະ ພ້ອມ ທັງຮັບປະກັນການສ້ອມແປງພາ ຫະນະອາວຸດຍຸດໂທປະກອນເຕັກ ນິກທີ່ມີການປະກອບຂອງຂັ້ນ ເທິງໃຫ້ຢູ່ໃນສະພາບທີ່ດີຮັບປະ ກັນແກ່ການສູ້ຮົບ ແລະ ສູ້ຮົບມີ ໄຊໃນທຸກເວລາ, ດັ່ງນັ້ນຍິ່ງມີ ຄວາມຈຳເປັນໃຫ້ພວກເຮົາທັງ ໝົດບໍ່ວ່ານັກເຕັກນິກເກົ່າ ແລະ ນາຍຊ່າງໃໝ່ກໍລ້ວນແຕ່ຕ້ອງພັດ ທະນາຕົນເອງໃນທຸກດ້ານ, ບົນ ພື້ນຖານທີ່ວ່າ: ເຖິງພາຫະນະອາ ວຸດຍຸດໂທປະກອນຈະເກົ່າກໍຕ້ອງ ບົວລະບັດຜັດເຊັດໃຫ້ສະອາດຈົບ ງາມ, ເຖິງແມ່ນຜະລິດອອກມາ ດົນນານຜ່ານການໃຊ້ງານຈະ ຂາດ, ແຕກ, ຫັກ, ເພ ກໍຕ້ອງສ້ອມ ແປງ, ດັດແປງໃຫ້ຮັບປະກັນສີ ສັນເຄື່ອງປະກອບຄົບຊຸດ, ເຖິງ ວ່າຈະຜ່ານການໃຊ້ງານມາຫຼາຍ ສະໝໍລະພູມປານໃດກໍຕາມໃນ ນາມນັກເຕັກນິກຍຸດໂທຕ້ອງສູ້ ຊົນບູລະນາການໃຫ້ຄົງໄວ້ແສນ ຍານຸພາບທີ່ຜູ້ຜະລິດກຳນົດ, ກ້າວ ໄປເຖິງການປະກອບສ່ວນສຳຄັນ ເຂົ້າໃນການສ້າງກອງທັບປະຕິ ວັດມີແບບແຜນ ແລະ ທັນສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ