ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມພົວພັນຕ່າງປະເທດ ອວຍພອນທີ່ປຶກສາທູດປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ
ເວລາອອກຂ່າວ: 2021-02-23 08:42:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ວັນທີ 18 ກຸມພາ 2021 ນີ້, ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນ ຕ່າງປະເທດກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະໄດ້ນຳເອົາ ກະຕ່າດອກໄມ້ ແລະ ກະຕ່າຂອງ ຂວັນເຂົ້າອວຍພອນທີ່ປຶກສາທູດ ຝ່າຍປ້ອງກັນຊາດ ຣັດເຊຍ ແລະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ຣັດເຊຍ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສະເຫຼີມສະ ຫຼອງວັນຜູ້ປົກປ້ອງປິຕິພູມແຫ່ງ ສ ຣັດເຊຍ. ໂອກາດນີ້ ສະຫາຍ ພົນຈັດ ຕະວາ ແກ່ນຈັນ ນັນທະລັງສີ ກໍໄດ້ຝາກຄວາມຢ້ຽມຢາມຖາມ ຂ່າວ ແລະ ຄຳອວຍພອນອັນຈົບ ງາມ, ສາຍພົວພັນມິດຕະພາບ ລະຫວ່າງສອງຊາດສອງກອງ ທັບທີ່ເຄີຍມີມູນເຊື້ອອັນດີຮ່ວມ ກັນຕະຫຼອດມາ ສືບຕໍ່ພົວພັນຮ່ວມ ມືໃຫ້ໜັກແໜ້ນເຂັ້ມແຂງຍິ່ງໆ ຂຶ້ນ, ອວຍພອນໄປຍັງການນຳ ກະຊວງປ້ອງກັນປະເທດ ສ ຣັດ ເຊຍ ໂດຍສະເພາະພະນັກງານ-ນັກຮົບທີ່ປະຈຳການຢູ່ຫ້ອງການ ທີ່ປຶກສາທູດປ້ອງກັນຊາດ ແລະ ຫ້ອງການຜູ້ຕາງໜ້າກະຊວງ ປ້ອງກັນປະເທດ ສ ຣັດເຊຍ ປະ ຈຳ ສປປ ລາວ ຈົ່ງມີສຸຂະພາບ ເຂັ້ມແຂງເຮັດສຳເລັດໜ້າທີ່ອັນ ມີກຽດຂອງຕົນ. ພ້ອມນີ້ສະຫາຍ ພັນເອກ ດີ ລາເຈຍ ອານເດ ຫົວໜ້າທີ່ປຶກສາ ທູດປ້ອງກັນຊາດກະຊວງປ້ອງ ກັນປະເທດ ສ ຣັດເຊຍ ປະຈຳ ລາວ ແລະ ສະຫາຍ ພັນເອກ ຊຽນ ລົບ ຫົວໜ້າຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດຣັດເຊຍ ກໍໄດ້ສະແດງຄວາມຂອບໃຈພ້ອມ ທັງໃຫ້ຄຳໝັ້ນສັນຍາວ່າຈະສືບ ຕໍ່ເສີມສ້າງສາຍພົວພັນທາງການ ທູດໂດຍສະເພາະວຽກງານປ້ອງ ກັນຊາດສອງກອງທັບລາວ-ຣັດ ເຊຍ ໃຫ້ນັບມື້ເຕີບໃຫຍ່ ແລະ ສືບ ຕໍ່ພົວພັນຮ່ວມມືຂອງກຳລັງປະ ກອບອາວຸດ ກໍຄືການພົວພັນຂົງ ເຂດອື່ນໆ ລະຫວ່າງຣັດເຊຍ-ລາວ. ໄລຍະຜ່ານມາ ແມ່ນການ ພົວພັນຮ່ວມມືບົນພື້ນຖານມິດສະ ຫາຍເກົ່າແກ່ຍາວນານ, ເຊິ່ງໄດ້ ຊ່ວຍເຫຼືອກັນເສີມສ້າງ ແລະ ຂະຫຍາຍການຮ່ວມມືທີ່ດີໃນທຸກ ດ້ານ ແລະ ມີປະສິດທິຜົນ, ໃນ ນັ້ນລວມທັງຂົງເຂດວຽກງານ ເກັບກູ້ລະເບີດໃນນາມເປັນປະ ທານຮ່ວມຂອງໜ່ວຍງານຊ່ຽວ ຊານດ້ານເກັບກູ້ລະເບີດບໍ່ທັນ ແຕກ ເພື່ອມະນຸດສະທຳທີ່ເປັນ ກົນໄກການຮ່ວມມື ໃນຂອບກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດສະມາຊິກອາຊຽນ ແລະ ຄູ່ ຮ່ວມມື ແລະ ດ້ານອື່ນໆ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ