ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະຊາຊົນລາວບັນດາເຜົ່າ ພ້ອມກັນໄປໃຊ້ສິດເລືອກຕັ້ງຢ່າງຟົດຟື້ນຫ້າວຫັນ
ເວລາອອກຂ່າວ: 2021-02-21 17:06:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ແມ່ນ ສຸດທີ່ມີຄວາມໝາຍສຳຄັນທາງ ດ້ານການເມືອງຂອງຊາດ ເປັນ ການຢັ້ງຢືນເຖິງສິດປະຊາທິປະ ໄຕຂອງປະຊາຊົນລາວຢ່າງແທ້ ຈິງ ແລະ ການເລືອກຕັ້ງຄັ້ງນີ້ ປຽບເໝືອນປາງບຸນໃຫຍ່ຂອງ ປະຊາຊົນລາວທັງຊາດ ທີ່ມີຄວາມ ໝາຍພິເສດແຕກຕ່າງຈາກການ ເລືອກຕັ້ງຊຸດຜ່ານມາເພາະວ່າຄວາມຕື່ນຕົນ, ຄວາມເປັນເຈົ້າ ການຂອງປະຊາຊົນ ໃນການໄປ ໃຊ້ສິດເລືອກຕັ້ງແມ່ນເກີນຄາດ ໝາຍ ເຊິ່ງສະແດງອອກທີ່ທຸກ ຄົນໄດ້ພ້ອມພຽງຮຽງໜ້າຫຼັ່ງ ໄຫຼກັນໄປໃຊ້ສິດປ່ອນບັດຕັ້ງ ແຕ່ເຊົ້າຈົນຮອດບ່າຍ ເຖິງແມ່ນ ວ່າອາກາດຈະອົບເອົ້າ ແຕ່ກໍບໍ່ ໄດ້ເຮັດໃຫ້ຄວາມຕັ້ງໃຈລໍຄອຍ ຂອງປະຊາຊົນຜິດຫວັງແຕ່ຢ່າງ ໃດແຕ່ກົງກັນຂ້າມທຸກຄົນລ້ວນ ແຕ່ຫ້າວຫັນມາເລືອກຕັ້ງດ້ວຍ ຄວາມເບີກບານມ່ວນຊື່ນ ແລະ ຍິ້ມແຍ້ມແຈມໃສສົມກັບເປັນປາງ ບຸນໃຫຍ່ຂອງຊາດລາວເຮົາ. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ໃນຂອບເທດທົ່ວປະເທດ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 4.279.243 ຄົນ, ເພດຍິງ 2.128.167 ຄົນ ແລະ ມີ 7.217 ໜ່ວຍປ່ອນບັດ. ໃນນັ້ນ, ບັນຍາກາດຂອງຜູ້ມາໃຊ້ສິດ ຢູ່ແຕ່ລະໜ່ວຍເລືອກຕັ້ງແມ່ນ ມີບັນຍາກາດຟົດຟື້ນຫ້າວຫັນ ເປັນພິເສດປະຊາຊົນລາວບັນ ດາເຜົ່າຜູ້ມີສິດເລືອກຕັ້ງໄດ້ມີ ຄວາມຕື່ນຕົວ ໄປໃຊ້ສິດເລືອກ ຕັ້ງຢ່າງຄັບຄາໜາແໜ້ນຕັ້ງແຕ່ ເຊົ້າຈົນຮອດບ່າຍ ກໍຍັງມີປະຊາຊົນທະຍ່ອຍກັນໄປໃຊ້ສິດຢ່າງບໍ່ ຂາດສາຍ ພ້ອມນັ້ນບັນດາການນຳ ພັກ-ລັດພະນັກງານປະຕິບັດອາ ວຸໂສ, ຜູ້ຊົງຄຸນວຸດທິ, ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ຕະຫຼອດເຖິງປະຊາຊົນ ລາວບັນດາເຜົ່າ ໄດ້ຕື່ນຕົວສະໝັກໃຈມາໃຊ້ສິດຢ່າງເຕັມຮ້ອຍ ເຮັດໃຫ້ການປ່ອນບັດຢູ່ແຕ່ລະ ໜ່ວຍເລືອກຕັ້ງໄດ້ດຳເນີນໄປ ດ້ວຍບັນຍາການຟົດຟື້ນຫ້າວຫັນ ແລະ ສາມາດຮັບປະກັນຄວາມ ສະຫງົບປອດໄພໄດ້ 100%. ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະ ຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ II ເປັນສິ່ງເອກອ້າງໃຫ້ຊາວໂລກ ໄດ້ຮັບຮູ້ເຖິງສິດສະເໝີພາບອະທິປະໄຕ ແລະ ສິດເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງຂອງປະຊາຊົນລາວບັນດາເຜົ່າເຊິ່ງພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຮັດໃຫ້ພວກເຮົາມີສິດເສລີ ພາບ ແລະ ພ້ອມກັນສ້າງສາພັດ ທະນາປະເທດຊາດດ້ວຍຄວາມ ສະຫງົບສຸກ ແລະ ສີວິໄລຕະ ຫຼອດໄປ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ