ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍີ່ປຸ່ນກຽມຊື້ເຮືອບິນຂັບໄລ່ F-35 ນຳອາເມຣິກາ42 ລຳ
ເວລາອອກຂ່າວ: 2018-12-21 15:29:52 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239848682 | ຄວາມນິຍົມ:



ສຳນັກຂ່າວກຽວໂດ ຂອງຍີ່ ປຸ່ນ ລາຍງານໂດຍອີງຕາມລັດ ຖະບານຍີ່ປຸ່ນເປີດເຜີຍຮ່າງແຜນ ເສີມສັກກາຍະພາບໃນໄລຍະເວ ລາ 5 ປີ ລວມເຖິງການສັ່ງຊື້ ເຮືອບິນຂັບໄລ່ F-35 ຊຸດໃຫຍ່ ຈຳນວນ 42 ລຳໃນໄລຍະເວລາ 1 ທົດສະວັດຕໍ່ຈາກນີ້ໄປ. ຜູ້ສື່ຂ່່າວລາຍງານວ່າ: ທີ່ປະ ຊຸມຄະນະລັດຖະມົນຕີຍີ່ປຸ່ນ ໃນ ຕອນເຊົ້າວັນດຽວກັນ ໄດ້ອະນຸ ມັດຮ່າງແຜນຍຸດທະສາດດ້ານ ຄວາມໝັ້ນຄົງໃນໄລຍະເວລາ 5 ປີຕໍ່ໜ້າ ໂດຍມີເນື້ອໃນສຳຄັນ ເຖິງການຍົກລະດັບສັກກາຍະ ພາບເຮືອບັນທຸກເຮລີກົບແຕເຊິ່ງ ປັດຈຸບັນມີ 2 ລໍາ ຄື: ຄາງະ ແລະ ອີຊຸໂມະທີ່ສາມາດບັນທຸກ ເຮືອບິນຮົບ ແລະ ເຮືອບິນຂັບໄລ່ ທີ່ມີຄວາມຫຼາກຫຼາຍຂຶ້ນ. ຂະນະດຽວກັນ, ຄະນະລັດຖະ ມົນຕີຂອງລັດຖະບານນາຍົກລັດ ຖະມົນຕີ ຊິນໂຊ ອາເບະ ມີແຜນ ກຽມສັ່ງຊື້ເຮືອບິນຂັບໄລ່ F-35B ຊຸດໃຫຍ່ ຈຳນວນ 42 ລຳພາຍໃນໄລຍະເວລາ 1 ທົດ ສະວັດ ໂດຍເປັນຄົນລະສ່ວນກັບ ການສັ່ງຊື້ເຄື່ອງບິນຂັບໄລ່ F-35A ຫຼາຍເຖິງ 105 ລໍາ ລວມເຖິງການຊື້ເຮືອດຳນໍ້າແລະ ລະບົບເຣດາຮຸ່ນໃໝ່ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ