ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມໄດ້ຮັບຮອງເອົາຫຼາຍຍຸດທະສາດໃນການພັດທະນາ
ເວລາອອກຂ່າວ: 2021-02-02 09:15:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 10291 | ຄວາມນິຍົມ:



ຕອນເຊົ້າ ວັນທີ 28 ມັງກອນ 2021, ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIII ຂອງພັກ ກອມມູນິດຫວຽດນາມ ໄດ້ສືບຕໍ່ ປຶກສາຫາລືຮ່າງເອກະສານຫຼາຍ ສະບັບ. ຕາງໜ້າຄະນະປະທານ, ທ່ານ ເວືອງດີງເຫວ້, ກຳມະການ ກົມການເມືອງສູນກາງພັກ, ເລ ຂາຄະນະພັກນະຄອນຮ່າໂນ້ຍ ໄດ້ນໍາພາຄະນະດຳເນີນກອງປະ ຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລື, ຊີ້ແຈງບັນດາ ເນື້ອໃນຊຸກຍູ້ການບໍລິຫານທົ່ວ ສັງຄົມ, ການປະຕິບັດເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກຢູ່ບັນດາແຂວງເຂດພູດອຍ ແລະ ເຂດຊົນເຜົ່າ,ສຶກສາອົບຮົມອຸດົມ ການປະຕິວັດ, ຮັກຊາດ, ສ້າງ ຄວາມມຸ່ງຫວັງປາຖະໜາໃນໝູ່ ຊາວໜຸ່ມ; ໂຄສະນາບັນດາຄວາມ ສາມາດທ່າແຮງຂອງທ້ອງຖິ່ນ. ບັນດາເອກະສານນຳສະເໜີ ແມ່ນໄດ້ສຸມໃສ່ຕີລາຄາແລະສະ ຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຕິດ ພັນກັບການປະເມີນຜົນ 35 ປີ, ປະກອບຄຳເຫັນໃສ່ທິດທາງ ແລະ ໜ້າທີ່ໃນການພັດທະນາ ເສດຖະກິດ-ສັງຄົມໄລຍະ 5 ປີ (2021-2025); ເປົ້າໝາຍ ຮອດປີ 2030 ແລະ ວິໄສທັດໃນ ການພັດທະນາປະເທດຮອດປີ 2045. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດວຽດນາມມີ ເປົ້າໝາຍການພັດທະນາໃນໄລ ຍະ 2021-2025 ແລະປີຕໍ່ໄປ ແມ່ນ: ປັບປຸງຄວາມສາມາດໃນ ການນຳພາບໍລິຫານ ແລະ ກຳລັງ ຕໍ່ສູ້ຂອງພັກ; ກໍ່ສ້າງພັກໃຫ້ປອດ ໃສ, ເຂັ້ມແຂງຮອບດ້ານ, ຮັດ ແໜ້ນຄວາມເຊື່ອໝັ້ນຂອງປະຊາ ຊົນຕໍ່ພັກ-ລັດ ແລະ ລະບອບສັງ ຄົມນິຍົມ, ສົ່ງເສີມຄວາມຕັ້ງໃຈແລະກຳລັງແຮງຂອງຄວາມສາ ມັກຄີພາຍໃນຊາດບວກກັບກຳ ລັງຂອງຍຸກສະໄໝ,ສົ່ງເສີມການ ປ່ຽນແປງໃໝ່, ການຫັນເປັນອຸດ ສາຫະກຳທັນສະໄໝຢ່າງຮອບ ດ້ານແລະຄົບຊຸດ, ສ້າງ ແລະ ປົກ ປັກຮັກສາປະເທດຊາດຢ່າງໝັ້ນ ຄົງ, ຮັກສາສະພາບແວດລ້ອມ, ສູ້ຊົນໃນໄລຍະກາງສະຕະວັດທີ 21 ປະເທດຫວຽດນາມຈະກາຍເປັນປະເທດທີ່ມີການພັດທະນາ ຕາມທິດສັງຄົມນິຍົມ. ຈຸດປະສົງສະເພາະ, ຮອດປີ 2025, ຫວຽດນາມຈະສູ້ຊົນກາຍ ເປັນປະເທດອຸດສາຫະກຳທີ່ທັນ ສະໄໝ, ລື່ນກາຍລະດັບລາຍຮັບ ປານກາງ. ປີ 2030 ແມ່ນປະເທດ ທີ່ກຳລັງພັດທະນາດ້ວຍອຸດສາ ຫະກຳທີ່ທັນສະໄໝ, ມີລາຍໄດ້ ສະເລ່ຍສູງ, ໃນປີ 2045 ຈະກາຍ ເປັນປະເທດທີ່ພັດທະນາດ້ວຍ ລາຍໄດ້ສູງ. 6 ເນື້ອໃນຕົ້ນຕໍສຸມໃສ່ວຽກ ງານແລະວິທີແກ້ໄຂທີ່ເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງ ທີ XIII ຄື: ສືບຕໍ່ຊຸກຍູ້ການກໍ່ສ້າງ, ປັບປຸງພັກ, ສ້າງລະບອບກົດໝາຍ ສັງຄົມນິຍົມຂອງລັດ ແລະ ລະ ບົບການເມືອງທີ່ສະອາດ, ເຂັ້ມ ແຂງ. ປ່ຽນໃໝ່ຮູບແບບການເຕີບໂຕ ຢ່າງເຂັ້ມແຂງມີປະສິດທິຜົນ, ສ້າງໂຄງປະກອບພື້ນຖານເສດ ຖະກິດຄືນໃໝ່, ຊຸກຍູ້ການຫັນ ເປັນອຸດສາຫະກຳທັນສະໄໝບົນ ພື້ນຖານວິທະຍາສາດເຕັກໂນ ໂລຊີ, ນະວັດຕະກຳ ແລະ ຊັບພະ ຍາກອນມະນຸດທີ່ມີຄຸນນະພາບ ສູງ, ສ້າງແລະພັດທະນາເສດຖະ ກິດການຕະຫຼາດແບບສັງຄົມນິຍົມທີ່ສົມບູນແບບ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັນຢ່າງ ຮອບດ້ານ. ພັກ-ລັດເປັນເຈົ້າການ ແລະ ພາກພູມໃຈແລະຕັ້ງໃຈໃນການ ນໍາພາປະຊາຊົນພັດທະນາປະ ເທດຈະເລີນຮຸ່ງເຮືອງ ແລະ ຜາ ສຸກ ປະເທດຊາດເຂັ້ມແຂງ ແລະໝັນຄົງ, ຮັກສາເອກະລາດ ແລະ ເສີມຂະຫຍາຍທ່າແຮງ ດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຍົກສູງຄຸນນະ ພາບແລະປະສິດທິຜົນຂອງວຽກງານການຕ່າງປະເທດແລະການເຊື່ອມໂຍງສາກົນ, ຢ່າງເດັດຂາດ ເດັດດ່ຽວປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ, ປະຊາ ທິປະໄຕ, ຮັກສາສະພາບແວດ ລ້ອມໃຫ້ໝັ້ນຄົງເພື່ອການພັດ ທະນາປະເທດຊາດຂັ້ນຕໍ່ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ