ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການບໍລິຫານ ກມທ ເຜີຍແຜ່ເອກະສານກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ເວລາອອກຂ່າວ: 2021-01-28 08:47:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1539 | ຄວາມນິຍົມ:



ວັນທີ 27 ມັງກອນ 2021 ນີ້, ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ (ກມທ), ໄດ້ຈັດຕັ້ງເຜີຍແຜ່ເອກະສານ ກ່ຽວກັບການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II, ໂດຍການເຜີຍແຜ່ ເອກະສານຂອງ ສະຫາຍ ພັນ ເອກ ສິງຄໍາ ພິມມະວົງສ໌ ຫົວ ໜ້າຫ້ອງການບໍລິຫານ ແລະ ສະ ຫາຍ ພັນໂທ ຄໍາອອນ ຫຼ້າຈັນ ທອນ ຮອງຫົວໜ້າຫ້ອງການ ບໍລິຫານ ກມທ, ມີພະນັກງານ-ນັກຮົບ ທົ່ວ ຫ້ອງການບໍລິຫານ ແລະ ຈາກ ຫ້ອງການເມືືອງເຂົ້າຮ່ວມຮັບ ຟັງ. ສໍາລັບເອະກະສານທີ່ນໍາ ມາເຜີຍແຜ່ໃນຄັ້ງນີ້ ປະກອບມີ 4 ເອກະສານຄື: ມະຕິ ວ່າດ້ວຍ ການເພີ່ມທະວີການຊີ້ນໍາ-ນໍາພາ ຂອງຄະນະພັກ ຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດ ທີ IX ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ II, ເອກະສານເສີມ ຂະຫຍາຍສິດເປັນເຈົ້າຂອງປະ ຊາຊົນເຂົ້າໃນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ II, ເອກະສານການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາ ຊົນຂັ້ນແຂວງ ຊຸດທີ II (ເອກະ ສານນີ້ໃຊ້ສໍາລັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ II) ແລະ ເອກະສານ ຄໍາແນະນໍາຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ ວ່າ ດ້ວຍ ການໂຄສະນາ ແລະ ປຸກ ລະດົມຂະບວນການໃນບັ້ນເລືອກ ຕັ້ງສະມາຊິກສະພາແຫ່ງຊາດ. ຈຸດປະສົງກໍເພື່ອແນໃສ່ສຶກສາ ອົບຮົມພະນັກງານ, ສະມາຊິກ ພັກ-ນັກຮົບໃນທົ່ວຫ້ອງການ ບໍລິຫານ ແລະ ຫ້ອງການເມືອງ ໃຫ້ເຊື່ອມຊຶມກຳແໜ້ນບັນດາ ເອກະສານສໍາຄັນກ່ຽວກັບບັ້ນ ເລືອກຕັ້ງຄັ້ງນີ້, ເພື່ອພ້ອມກັນ ເປັນເຈົ້າການເຂົ້າຮ່ວມບັ້ນເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ໃຫ້ໄດ້ຮັບຜົນສໍາເລັດຕາມຄາດຫມາຍທີ່ວາງ ໄວ. ພ້ອມດຽວກັນນັ້ນ, ກໍຕ້ອງ ເປັນເຈົ້າການເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຮັບປະກັນຄວາມປອດໄພຮອບດ້ານອີກດ້ວຍ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ