ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານສະຫຼຸບຖອດຖອນບົດຮຽນວຽກງານວິຊາສະເພາະໄລຍະ 5 ປີ
ເວລາອອກຂ່າວ: 2021-01-28 08:42:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ວັນທີ 25 ມັງກອນ 2021 ນີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານວິຊາສະ ເພາະໃນ ໄລຍະ 5 ປີ ຜ່ານມາ, ໂດຍການເປັນປະທານຂອງ ສະ ຫາຍ ປອ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງ ພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ປະທານຄະນະກວດ ກາສູນກາງພັກ, ປະທານອົງການ ກວດກາລັດຖະບານ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ, ມີ ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການ ສໍາຮອງສູນກາງພັກ, ມີຄະນະປະ ຈໍາພັກ, ຄະນະພັກ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານຫຼັກ ແຫຼ່ງທົ່ວອົງການເຂົ້າຮ່ວມ. ໂອກາດນີ້ ສະຫາຍ ສີໄນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນ ກາງພັກ ແລະ ອົງການກວດກາ ລັດຖະບານ ໄດ້ຂຶ້ນຜ່ານບົດສະ ຫຼຸບວຽກງານວິຊາສະເພາະ ແລະ ການປັບປຸງພາຍໃນ ໄລຍະ 5 ປີ ຜ່ານມາ ແລະ ທິດທາງວິທີການ ປັບປຸງແກ້ໄຂຕໍ່ໜ້າ ເຊິ່ງໄດ້ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງ ຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງຕ້ອງປັບປຸງແກ້ ໄຂໃນຕໍ່ໜ້າ. ພ້ອມນັ້ນ, ປະທານ ກອງປະຊຸມໄດ້ມີຄໍາເຫັນເຈາະ ຈິ້ມບາງ ເນື້ອໃນເພື່ອເຮັດໃຫ້ການ ປະກອບຄໍາເຫັນຕໍ່ເນື່ອງໃນ ບົດສະຫຼຸບຖອດຖອນບົດຮຽນ ສະແດງອອກໃຫ້ເຫັນເຖິງການ ຈັດຕັ້ງປະຕິບັດຕົວຈິງ, ເພື່ອປັບ ປຸງການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິຜົນສູງ. ຈາກນັ້ນ, ບັນດາກົມ ແລະ ຜູ້ເຂົ້າຮ່ວມກອງ ປະຊຸມໄດ້ພ້ອມກັນ ປະກອບຄໍາ ຄິດຄໍາເຫັນຢ່າງກົງໄປກົງມາ ອັນໄດ້ເຮັດໃຫ້ເນື້ອໃນບົດສະ ຫຼຸບຄົບຖ້ວນສົມບູນ ສ່ອງແສງ ເຫັນໄດ້ດ້ານດີ, ດ້ານອ່ອນຂໍ້ຄົງ ຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ. ຕອນທ້າຍກອງປະຊຸມໄດ້ຮັບ ຟັງການໂອ້ລົມຂອງສະຫາຍ ປອ ບຸນທອງ ຈິດມະນີ ໂດຍສະ ຫາຍໄດ້ເນັ້ນໃຫ້ຄະນະພັກ, ຄະ ນະນໍາ, ຄະນະກົມຕ້ອງຖືເອົາການ ສຶກສາອົບຮົມການເມືອງແນວຄິດເປັນກົກ ດ້ວຍຫຼາຍຮູບການ, ຫຼາຍ ວິທີ ແລະ ແທດເໝາະກັບເປົ້າ ໝາຍ; ຕ້ອງກຳແໜ້ນທັດສະນະ ຂອງພັກກ່ຽວກັບວຽກງານຕິດ ຕາມ, ກວດກາພັກ, ກວດກາລັດ ຖືວຽກງານນີ້ເປັນໜຶ່ງໃນພາລະ ບົດບາດການນໍາພາຂອງພັກ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ; ຕ້ອງເອົາໃຈໃສ່ ເປັນພິເສດຕໍ່ວຽກງານບໍາລຸງ, ກໍ່ສ້າງພັກພະນັກງານ, ສະມາ ຊິກພັກໃນດ້ານການເມືອງແນວ ຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ຕ້ອງ ມີແບບແຜນນໍາພາ ແລະ ວິທີ ເຮັດວຽກວິທະຍາສາດ, ຢຶດໜັ້ນ ຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານ ແບ່ງຄວາມຮັບຜິດຊອບ ໃຫ້ບຸກ ຄົນຈະແຈ້ງ; ການກຳເນີນກວດກາຕໍ່ເປົ້າໝາຍໃດໜຶ່ງຕ້ອງມີ ການຄົ້ນຄວ້າເລືອກເຟັ້ນເອົາພະ ນັກງານ ໂດຍສະເພາະຜູ້ເປັນຫົວ ໜ້າຕ້ອງເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສັດຊື່ບໍລິສຸດ, ມີບົດຮຽນ ແລະ ມີປະສົບການ; ຕ້ອງມີການຕິດ ຕາມ, ກວດກາ ແລະ ປະເມີນຜົນ ດ້ານການເຝິກຝົນຫຼ່ໍຫຼອມດ້ານ ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ແບບແຜນດຳ ລົງຊີວິດ, ການປະຕິບັດໜ້າທີ່ ວຽກງານວິຊາສະເພາະຂອງພະ ນັກງານເປັນປົກກະຕິ, ແທດຕົວ ຈິງ ແລະ ຄະນະພັກ, ສະມາຊິກ ພັກ, ພະນັກງານທີ່ມີຜົນສໍາເລັດ, ມີຜົນງານທີ່ດີເດັ່ນຕ້ອງມີການ ຍ້ອງຍໍສັນລະເສີນທັນເວລາ. ພ້ອມນັ້ນ ຜູ້ເຮັດວຽກງານບໍ່ຫຼ້ອນ ໜ້າທີ່, ລະເມີດລະບຽບວິໄນຂອງ ພັກ, ກົດໝາຍຂອງລັດ ຕ້ອງສໍາ ຫຼວດກວດກາ ແລະ ລົງວິໄນຕາມ ກົດລະບຽບຂອງພັກ ແລະ ກົດ ໝາຍຂອງລັດ. ກອງປະຊຸມໄດ້ດໍາເນີນເປັນ ເວລາໜຶ່ງວັນ ຈຶ່ງອັດລົງດ້ວຍ ຜົນສໍາເລັດອັນຈົບງາມ. ໂດຍ: ນາງ ສີອາມອນ ໄຍຮຽງ ອ່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ