ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າຄອງນະຄອນຫຼວງວຽງຈັນເຄື່ອນໄຫວຢ້ຽມຢາມກອງພັນ 415
ເວລາອອກຂ່າວ: 2021-01-28 08:39:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ວັນທີ 22 ມັງກອນ 2021 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນ ກາງພັກ, ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມດ້ວຍຄະນະໄດ້ ລົງເຄື່ອນໄຫວຢ້ຽມ ຢາມກອງພັນ 415ຂຶ້ນກັບກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະ, ຕະຫຼອດຮອດພະນັກ ງານ-ນັກຮົບ ພາຍໃນກອງພັນ 415 ເຂົ້າຮ່ວມ. ສະຫາຍ ພັນໂທ ວົງຄຳຈັນ ສິງສຸວັນ ຫົວໜ້າການເມືອງກອງ ພັນ 415 ທະຫານນະຄອນຫຼວງ ວຽງຈັນ ກໍໄດ້ລາຍງານກ່ຽວກັບ ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ ຕົນຕໍ່ຄະນະຜູ້ແທນເປັນຕົ້ນແມ່ນ ຜ່ານມາກົມກອງແມ່ນໄດ້ຖືເອົາ ວຽກງານການລົງກໍ່ສ້າງຮາກ ຖານແບບມູນເຊື້ອເປັນກົກ ໂດຍ ປະສານສົມທົບແໜ້ນກັບອຳ ນາດການປົກຄອງທ້ອງຖິ່ນ ແລະ ກົມກອງອ້ອມຂ້າງ ເພື່ອສະກັດ ກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະ ເກີດຂຶ້ນໃຫ້ທັນເວລາ, ໄດ້ຈັດຕັ້ງ ລະບົບປະຈຳການກຽມພ້ອມສູ້ ຮົບ ເປັນຕົ້ນແມ່ນຈັດຕັ້ງປະຈຳ ການບັນຊາ,ສິດປະຈຳການ, ກຳ ລັງປະຈຳການ ແລະ ພາຫະນະປະ ຈຳການຕະຫຼອດ 24 ຊົ່ວໂມງ ຢ່າງເປັນປົກກະຕິ, ຖືເອົາການສຶກ ສາອົບຮົມການເມືອງ-ນຳພາແນວ ຄິດເປັນບັນຫາສຳຄັນແນໃສ່ເຮັດ ໃຫ້ພະນັກງານ-ນັກຮົບ ພາຍໃນ ກົມກອງໄດ້ຮັບຮູ້, ເຊື່ອມຊຶມຕໍ່ ແນວທາງນະໂຍບາຍຂອງພັກ-ລັດຢ່າງໜັກແໜ້ນ, ຍົກສູງວຽກ ງານການອົບຮົມ-ຫັດແອບສິລະ ປະຍຸດ-ຍຸດທະວິທີຮັບປະກັນຄຸນ ນະພາບທາງດ້ານການກຽມ ພ້ອມ ສູ້ຮົບ ແລະ ສູ້ຮົບມີໄຊ ເພື່ອຕອບ ສະໜອງໃຫ້ໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ເປັນປົກກະ ຕິ, ເອົາໃຈໃສ່ຈັດຕັ້ງປະຕິບັດລະ ບຽບແບບແຜນຂອງກອງທັບ ຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການຈັດຕັ້ງ 7 ລະບອບ 18 ວຽກຂອງກອງທັບໃນມື້ໜຶ່ງ, ສ່ວນວຽກງານການແກ້ໄຂຊີວິດ ການເປັນຢູ່ແມ່ນໄດ້ຖືເອົາການ ປູກ-ການລ້ຽງເປັນຕົ້ນຕໍ ເພື່ອ ແນໃສ່ຮັບປະກັນໃຫ້ພະນັກງານ- ນັກຮົບ ຂອງຕົນໄດ້ກິນອີ່ມນຸ່ງອຸ່ນ ເປັນຢ່າງດີ. ຈາກນັ້ນຄະນະຜູ້ ແທນໄດ້ຮັບຊົມການສະແດງ ມວຍເຫຼົ່າຮົບຕີພິເສດຢ່າງເປັນ ຂະບວນຟົດຟື້ນ. ໂອກາດດັ່ງກ່າວ, ທ່ານ ສິນລະ ວົງ ຄຸດໄພທູນ ໄດ້ສະແດງຄວາມ ຢ້ຽມຢາມຖາມຂ່າວມາຍັງພະນັກ ງານ-ນັກຮົບ ໃນທົ່ວກອງພັນ 415 ໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 72 ປີ ແລະ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ກົມກອງຍາດມາໄດ້ໃນ ໄລຍະຜ່ານມາຢ່າງສຸດໃຈ, ພ້ອມ ກັນນັ້ນ ກໍຍັງໄດ້ນຳເອົາເຄື່ອງຮັບ ໃຊ້ສວນຄົວ ປະເພດຈົກ 20 ອັນ, ຊວ້ານ 20 ອັນ, ບົວຫົດນໍ້າ 20 ອັນ, ແນວຜັກກາດ 20 ກິໂລ, ແນວຜັກບົ້ງ 20 ກິໂລ, ພ້ອມດ້ວຍ ກະຕ່າຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານກີບ, ມອບ ໃຫ້ກອງພັນ 415 ເພື່ອໜູນໃຊ້ ເຂົ້າໃນກົມກອງໃຫ້ເກີດດອກ ອອກຜົນຂຶ້ນເປັນກ້າວໆ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ