ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງໆໄຊຍະບູລີ ຢ້ຽມຢາມແຮງງານລາວກັບຈາກຕ່າງປະເທດ ທີ່ສູນກັກກັນ
ເວລາອອກຂ່າວ: 2021-01-28 08:37:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ເພື່ອເປັນການຕ້ານ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ເປັນ ໄພອັນຕະລາຍຂົ່ມຂູ່ປະຊາຊົນ ລາວທັງຊາດ, ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນຊາວແຂວງ ໄຊຍະບູລີ, ໃນວັນທີ 25 ມັງກອນ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມ ຢາມ ແລະ ໃຫ້ກໍາລັງໃຈແຮງ ງານລາວທີ່ກັບຈາກການໄປ ອອກແຮງງານຢູ່ປະເທດເພື່ອນ ບ້ານທີ່ສູນກັກກັນ ເມືອງແກ່ນ ທ້າວ ແຂວງໄຊຍະບູລີ, ນໍາພາ ຢ້ຽມຢາມໂດຍ ທ່ານ ອໍາຄາ ລັດ ສະໝີ ເຈົ້າເມືອງໆແກ່ນທ້າວ. ການລົງໃນຄັ້ງນີ້ ທ່ານ ເຈົ້າ ແຂວງ ໄດ້ມອບເຄື່ອງໃຊ້ປະ ຈໍາວັນໃຫ້ກັບແຮງງານແຕ່ລະ ຄົນ, ຖາມຂ່າວຄາວ, ຄວາມສຸກ-ທຸກຂອງແຮງງານລາວທີ່ສູນກັກ ກັນ, ພ້ອມທັງໄດ້ຮຽກຮ້ອງໃຫ້ແຮງງານດັ່ງກ່າວຈົ່ງອົດທົນ, ພ້ອມກັນຜ່ານຜ່າວິກິດນີ້ໄປພ້ອມ ກັນ, ຈົ່ງສາມັກຄີກັນໃຫ້ເປັນນໍ້າ ໜຶ່ງໃຈດຽວກັນຢູ່ພາຍໃນສູນ, ສ້າງກິດຈະກໍາເປັນຕົ້ນແມ່ນຫຼິ້ນກີລາ, ອອກກໍາລັງກາຍ, ທັງນີ້ກໍ່ເພື່ອບໍ່ໃຫ້ມີພະຍາດໂຄວິດ-19 ເຂົ້າມາໃນດິນແດນຂອງແຂວງໄຊຍະບູລີຂອງພວກເຮົາ, ແຮງ ງານລາວທີ່ສູນກັກກັນເມືອງ ແກ່ນທ້າວ, ໂດຍຜ່ານດ່ານສາກົນ ຂົວມິດຕະພາບລາວ-ໄທ, ປັດຈຸ ບັນມີແຮງງານທັງໝົດ 37 ຄົນ, ຍິງ 18 ຄົນ, ທັງໝົດແມ່ນໄດ້ເກັບ ຕົວຢ່າງສົ່ງໄປສູນວິໄຈທີ່ວຽງຈັນ ແລະ ໄດ້ຮັບການເບິ່ງແຍງຈາກ ອໍານາດການປົກຄອງເມືອງ, ເຈົ້າ ໜ້າທີ່ທຸກພາກສ່ວນຂອງເມືອງ. ຈາກນັ້ນ ຄະນະຂອງທ່ານ ພົງ ສະຫວັນ ສິດທະວົງ ຍັງໄດ້ລົງ ຢ້ຽມຢາມ ໂຄງການກໍ່ສ້າງຕ້ານ ເຈື່ອນແຄມຝັ່ງນໍ້າເຫືອງ ເຂດ ບ້ານ ເມືອງໝໍ ເມືອງແກ່ນທ້າວ, ໂຄງການດັ່ງກ່າວໂດຍແມ່ນບໍລິ ສັດ ຈັນທະວົງ ກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ແລະ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ ສ້ອມແປງຂົວ-ທາງຈຳກັດເປັນ ຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງ ໝົດ 8 ຕື້ກວ່າກີບ, ໂຄງການດັ່ງ ກ່າວມີຄວາມຍາວ 800 ແມັດ, ປັດຈຸບັນການກໍ່ສ້າງແມ່ນສໍາ ເລັດແລ້ວ 93,63 %, ການກໍ່ ສ້າງຈະໃຫ້ສໍາເລັດໃນຕົ້ນປີ 2022 ນີ້. ໂອກາດດັ່ງກ່າວ ທ່ານເຈົ້າ ແຂວງພ້ອມຄະນະ ຍັງໄດ້ຢ້ຽມ ຢາມອ້າຍນ້ອງທະຫານ ກອງພັນ 413 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງ, ພ້ອມທັງໄດ້ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ໄດ້ເນັ້ນໜັກໃຫ້ອ້າຍນ້ອງ ທະຫານຈົ່ງເອົາໃຈໃສ່ເຮັດໜ້າ ທີ່ວິຊາສະເພາະໃຫ້ດີເປັນພິ ເສດໃນໄລຍະການລະບາດຂອງ ພະຍາດໂຄວິດ-19 ແລະ ການ ເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະມີຂຶ້ນໃນມໍ່ໆ ນີ້ໃຫ້ມີຄວາມ ສະຫງົບປອດໄພຮອບດ້ານ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ