ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຮາກຖານໂຮງຮຽນ 307 ສະຫຼຸບຕີລາຄາການນຳພາປີ 2020
ເວລາອອກຂ່າວ: 2021-01-27 08:48:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 566 | ຄວາມນິຍົມ:



ກາງເດືອນ ມັງກອນ ຜ່ານມາ ນີ້, ຄະນະພັກຮາກຖານໂຮງຮຽນ 307 ໄດ້ເປີດກອງປະຊຸມສະ ຫຼຸບຕີລາຄາການນໍາພາປະຈໍາປີ 2020 ແລະ ວາງທິດທາງແຜນ ການປະຈໍາປີ 2021 ພາຍໃຕ້ການ ເປັນປະທານຂອງ ສະຫາຍ ພັນ ໂທ ສີເຟືອງ ແກ້ວບົວພອນ ເລ ຂາຄະນະພັກຮາກຖານ ຫົວໜ້າ ການເມືອງໂຮງຮຽນ 307, ມີບັນ ດາຄະນະໜ່ວຍພັກພ້ອມດ້ວຍ ສະມາຊິກພັກທົ່ວໂຮງຮຽນເຂົ້າ ຮ່ວມ. ສະຫາຍ ພັນໂທ ສອນທອງ ວົງມີຈິດ ຮອງເລຂາຄະນະພັກ ຮາກຖານໂຮງຮຽນ 307 ໄດ້ ສະຫຼຸບຕີລາຄາການນໍາພາໃນ ໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະອໍານວຍການໂຮງຮຽນໄດ້ ຕັ້ງໜ້າເຄື່ອນໄຫວປັບປຸງກໍ່ສ້າງ ກົມກອງໃຫ້ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ ບົນພື້ນຖານປະຕິບັດຕາມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກຢ່າງມີຈຸດສຸມ ແລະ ແທດ ເໝາະກັບເງື່ອນໄຂຕົວຈິງ, ຊຸກຍູ້ ຕິດຕາມການຈັດຕັ້ງເຄື່ອນໄຫວ ເຮັດໜ້າທີ່ການເມືອງ, ໜ້າທີ່ວິຊາ ສະເພາະຂອງແຕ່ລະພະແນກ-ຂະແໜງການເປັນປົກກະຕິ, ໄດ້ ແຕ່ງຕັ້ງພະນັກງານລົງກໍ່ສ້າງ ຮາກຖານການເມືອງສົມທົບ ແໜ້ນກັບອໍານາດການປົກຄອງ 2 ໝູ່ບ້ານອ້ອມຂ້າງ ພ້ອມກັນຕ້ານ ສະກັດກັ້ນແກ້ໄຂປະກົດການຫຍໍ້ ທໍ້ຕ່າງໆ ເຮັດໃຫ້ສະພາບມີຄວາມ ສະ ຫງົບປອດໄພ ແລະ ໄດ້ເຂົ້າ ຮ່ວມສ່ອງແສງຢູ່ກຸ່ມທ່າງ່ອນ ເພື່ອເກັບກໍາສະພາບຮອບດ້ານ 48 ຄັ້ງ. ໄປພ້ອມກັນນັ້ນ, ກໍໄດ້ ຄົ້ນຄວ້າ-ປັບປຸງໂຄງການຫຼັກສູດ ບໍາລຸງຊັ້ນຕົ້ນ 6 ເດືອນ ສໍາເລັດ 100%, ແປເອກະສານໂຄງການ ຫຼັກສູດຊັ້ນສູງສໍາເລັດ 90%, ໂຄງການຫຼັກສູດການຮຽນການ ສອນໃຫ້ແທດເໝາະ ແລະ ຖືກຕ້ອງ ຕາມໂຄງການຫຼັກສູດລວມທີ່ວາງ ໄວ້, ຄົ້ນຄວ້ານໍາສະເໜີຂັ້ນເທິງ ເພື່ອຍົກລະດັບໂຮງຮຽນ 307 ຂຶ້ນ ເປັນວິທະຍາໄລ, ພ້ອມທັງໄດ້ຊີ້ນໍາ ຄູ-ອາຈານແຕ່ງບົດສອນ ແລະ ຂຶ້ນ ຫ້ອງສິດສອນນັກຮຽນທັງ 3 ລະ ບົບຕາມໂຄງການຫຼັກສູດ ແລະ ຕາ ຕະລາງທີ່ໄດ້ວາງອອກ, ໃນນີ້, ໄດ້ ສໍາເລັດການກໍ່ສ້າງນັກວິຊາສະ ເພາະເຕັກນິກກົດລັບຊັ້ນກາງຊຸດ ທີ 6 ຈໍານວນ 38 ສະຫາຍ, ຊັ້ນ ຕົ້ນຊຸດທີ 21 ຈໍານວນ 39 ສະ ຫາຍ, ພວມກໍ່ສ້າງນັກວິຊາສະ ເພາະເຕັກນິກກົດລັບຊັ້ນກາງຊຸດ ທີ 7 ຈໍານວນ 40 ສະຫາຍ, ຊັ້ນ ຕົ້ນ ຊຸດທີ 22 ຈໍານວນ 40 ສະ ຫາຍ, ຕໍ່ເນື່ອງ ຊຸດທີ 4 ຈໍານວນ 40 ສະຫາຍ. ນອກຈາກນີ້, ຍັງໄດ້ ເອົາໃຈໃສ່ຊີ້ນໍາບັ້ນອົບຮົມ-ຫັດ ແອບ ປະຈໍາປີ 2020 ສໍາເລັດ ຕາມແຜນການ, ຈັດຕັ້ງເຝິກອົບ ຮົມຄູປະຈໍາປີ ເຊິ່ງມີຄູເຝິກ ແລະ ນັກສໍາມະນາກອນເຂົ້າຮ່ວມ 25 ສະຫາຍຜົນໄດ້ຮັບ 95%, ເອົາໃຈໃສ່ປັບປຸງກໍ່ສ້າງຄ້າຍຄູ ເຊັ່ນ: ໄດ້ສ້ອມແປງເຮືອນນອນ ສໍາເລັດ 100%, ກໍ່ສ້າງກໍາແພງ ຄ້າຍໄລຍະທີໜຶ່ງ 2,50x50 ແມັດສໍາເລັດ 100%. ພ້ອມກັນນີ້, ໄດ້ປຸກລະດົມພະນັກງານ-ນັກ ຮົບອອກແຮງເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີ ວິດການເປັນຢູ່ຂອງພະນັກງານ- ນັກຮົບໃຫ້ນັບມື້ດີຂຶ້ນ. ໃນນີ້, ໄດ້ ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນ ໝາກເພີ່ມ 85 ຕົ້ນ, ປ່ອຍປາລ້ຽງ ເພີ່ມ 23.500 ໂຕ, ສະໜອງຜັກ ເຂົ້າເຮືອນຄົວລວມໄດ້ 18.957 ກິໂລ. ຈາກນັ້ນ, ໄດ້ພ້ອມກັນປະກອບ ຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອ ພ້ອມກັນເສີມຂະຫຍາຍດ້ານດີ ແລະ ຊອກວິທີການປັບປຸງແກ້ ໄຂບັນຫາທີ່ຍັງຄົງຄ້າງເຮັດ ໃຫ້ການນໍາພາຂອງຄະນະພັກ ຮາກຖານໂຮງຮຽນ 307 ໃນຕໍ່ ໜ້າທີ່ຂຶ້ນກວ່າເກົ່າ. ໂດຍ: ແກ່ນຕາ ສີລິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ