ກອງພັນທີ 9 ເກັບກູ້ມັນຕົ້ນຕາມລະດູການ
ເວລາອອກຂ່າວ: 2021-01-27 08:43:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1112 | ຄວາມນິຍົມ:
v ໃນຕົ້ນເດືອນມັງກອນ 2021 ນີ້, ກອງພັນທີ 9 ທີ່
ຂຶ້ນກັບກອງພົນທີ 4 ໄດ້ນຳ ພາພະນັກງານ-ນັກຮົບພາຍ ໃນກົມກອງຂອງຕົນເກັບກູ້ມັນ ຕົ້ນສວນລວມຂອງກົມກອງ ໃຫ້ທັນຕາມລະດູການ ເພື່ອສ້າງ ແຫຼ່ງລາຍຮັບເພີ່ມເຂົ້າກົມກອງ ຕາມຄຳຂວັນຂອງກົມໃຫຍ່ພະລາທິການກອງທັບວາງອອກ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ.
ສະຫາຍ ພັນໂທ ບຸນສວນ
ມວນມາລາ ຫົວໜ້າພະລາທິ ການກອງພັນທີ 9 ໃຫ້ຮູ້ວ່າ:
ຄະນະພັກ-ຄະນະບັນຊາກົມ
ກອງຂອງພວກເຮົາໄດ້ນໍາພາ-ຊີ້ນຳພະ ນັກງານ-ນັກຮົບຂອງ ຕົນສຸມໃສ່ການປູກມັນຕົ້ນເພື່ອ ສ້າງລາຍຮັບເຂົ້າກົມກອງ ເຊິ່ງເລີ່ມຕົ້ນປູກແຕ່ຕົ້ນເດືອນ ພຶດສະພາ 2019 ໃນເນື້ອທີ່
4,5 ເຮັກຕາ. ມາຮອດຕົ້ນ ເດືອນມັງກອນ 2021 ເກັບກູ້
ຜົນຜະລິດສຳເລັດເປັນທີ່ຮຽບ ຮ້ອຍ, ສາມາດເກັບກູ້ທັງໝົດ
6.564 ກິໂລ ຄິດເປັນເງິນທັງ
ໝົດ 8.533.000 ກີບ, ສຳ
ລັບລາຍຮັບດັ່ງກ່າວກົມກອງ
ໄດ້ໝູນໃຊ້ເຂົ້າໃນການປັບປຸງ ກໍ່ສ້າງເຮືອນນອນໃຫ້ກອງ
ຮ້ອຍ 2 ຫຼັງ, ປັບປຸງເດີ່ນບານ
ສົ່ງ, ເດີ່ນກະຕໍ້ ແລະ ອື່ນໆ
ເພື່ອສ້າງຂະບວນການຂໍ່ານັບ
ຮັບຕ້ອນວັນປະຫວັດສາດສຳ ຄັນຕ່າງໆ ຂອງຊາດໃຫ້ເຕັມ ໄປດ້ວຍຄວາມໝາຍຄວາມສຳ ຄັນຢ່າງເລິກເຊິ່ງ.
ໂດຍ: ສຸກັນ ພູມວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ