ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນທີ 9 ເກັບກູ້ມັນຕົ້ນຕາມລະດູການ
ເວລາອອກຂ່າວ: 2021-01-27 08:43:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1090 | ຄວາມນິຍົມ:



v ໃນຕົ້ນເດືອນມັງກອນ 2021 ນີ້, ກອງພັນທີ 9 ທີ່ ຂຶ້ນກັບກອງພົນທີ 4 ໄດ້ນຳ ພາພະນັກງານ-ນັກຮົບພາຍ ໃນກົມກອງຂອງຕົນເກັບກູ້ມັນ ຕົ້ນສວນລວມຂອງກົມກອງ ໃຫ້ທັນຕາມລະດູການ ເພື່ອສ້າງ ແຫຼ່ງລາຍຮັບເພີ່ມເຂົ້າກົມກອງ ຕາມຄຳຂວັນຂອງກົມໃຫຍ່ພະລາທິການກອງທັບວາງອອກ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ. ສະຫາຍ ພັນໂທ ບຸນສວນ ມວນມາລາ ຫົວໜ້າພະລາທິ ການກອງພັນທີ 9 ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາກົມ ກອງຂອງພວກເຮົາໄດ້ນໍາພາ-ຊີ້ນຳພະ ນັກງານ-ນັກຮົບຂອງ ຕົນສຸມໃສ່ການປູກມັນຕົ້ນເພື່ອ ສ້າງລາຍຮັບເຂົ້າກົມກອງ ເຊິ່ງເລີ່ມຕົ້ນປູກແຕ່ຕົ້ນເດືອນ ພຶດສະພາ 2019 ໃນເນື້ອທີ່ 4,5 ເຮັກຕາ. ມາຮອດຕົ້ນ ເດືອນມັງກອນ 2021 ເກັບກູ້ ຜົນຜະລິດສຳເລັດເປັນທີ່ຮຽບ ຮ້ອຍ, ສາມາດເກັບກູ້ທັງໝົດ 6.564 ກິໂລ ຄິດເປັນເງິນທັງ ໝົດ 8.533.000 ກີບ, ສຳ ລັບລາຍຮັບດັ່ງກ່າວກົມກອງ ໄດ້ໝູນໃຊ້ເຂົ້າໃນການປັບປຸງ ກໍ່ສ້າງເຮືອນນອນໃຫ້ກອງ ຮ້ອຍ 2 ຫຼັງ, ປັບປຸງເດີ່ນບານ ສົ່ງ, ເດີ່ນກະຕໍ້ ແລະ ອື່ນໆ ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນວັນປະຫວັດສາດສຳ ຄັນຕ່າງໆ ຂອງຊາດໃຫ້ເຕັມ ໄປດ້ວຍຄວາມໝາຍຄວາມສຳ ຄັນຢ່າງເລິກເຊິ່ງ. ໂດຍ: ສຸກັນ ພູມວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ