ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໃນປີ 2020
ເວລາອອກຂ່າວ: 2021-01-27 08:41:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ວັນທີ 25-26 ມັງກອນ 2021 ນີ້, ກົມສູ້ຮົບກົມໃຫຍ່ເສນາ ທິການກອງທັບ ໄດ້ຈັດກອງປະ ຊຸມສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ ໃນຂອບເຂດທົ່ວ ປະເທດ ປະຈຳປີ 2020 ແລະ ວາງທິດທາງແຜນການ ປີ 2021, ໂດຍການເປັນປະທານຂອງສະ ຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ, ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວ ປະເທດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສອນ ທອງ ແກ້ວລໍຄຳ ຫົວໜ້າກົມສູ້ ຮົບໄດ້ຂຶ້ນຜ່ານບົດສະຫຼຸບການ ຈັດຕັ້ງປະຕິບັດວຽກງານເຮັດ ໃຫ້ສະພາບມີຄວາມສະຫງົບ ປີ 2020 ໃນຂອບເຂດທົ່ວປະເທດຜ່ານມາ ແລະ ທິດທາງແຜນການ ປີ 2021 ເຊິ່ງໄດ້ຍົກໃຫ້ເຫັນສະ ພາບການໃນປີຜ່ານມາ ບັນດາ ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ຕັ້ງໜ້າສຸມໃສ່ຈັດຕັ້ງປະຕິບັດ ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບສຸມໃສ່ແກ້ໄຂບັນ ຫາເປົ້າໝາຍໜໍ່ແໜງ ຄວາມບໍ່ສະ ຫງົບ ແລະ ປະກົດການຫຍໍ້ທໍ້ ຕ່າງໆ ຢູ່ໃນສັງຄົມຢູ່ທ້ອງຖິ່ນ ຂອງຕົນຢ່າງແຂງແຮງ ສາມາດ ສະກັດກັ້ນ-ທັບມ້າງ-ເລີກຮື້ບັນ ດາກົນອຸບາຍລ່ຽມລາຍຂອງ ຄົນບໍ່ດີຢູ່ພາຍໃນ ແລະ ຕ່າງປະ ເທດຢູ່ໃນຂອບເຂດທົ່ວປະເທດ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ, ບັນຫາທີ່ພົ້ນເດັ່ນ ແມ່ນສາມາດເຮັດໃຫ້ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໄດ້ດຳ ເນີນໄປດ້ວຍຜົນສຳເລັດຢ່າງ ຈົບງາມ ແລະ ມີຄວາມສະຫງົບ ປອດໄພ 100%, ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ປະສານສົມທົບ ກັບ ກົມກໍ່ສ້າງຮາກຖານການ ເມືອງ ແລະ ຊີ້ນຳບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໂດຍ ຈັດຕັ້ງເອົາພະນັກງານລົງກໍ່ສ້າງ ຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດ ສຸມ ໃນນັ້ນ ໄດ້ສຸມໃສ່ຊຸກຍູ້ 19 ກອງປະຕິບັດງານຂອງກະຊວງ ປ້ອງກັນປະເທດ ກວມເອົາ 15 ແຂວງ 16 ເມືອງ 28 ຈຸດສຸມ 210 ບ້ານ, ເພື່ອນຳເອົາແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດຫັນເປັນແຜນການ ອັນລະອຽດ ລົງເຊື່ອມຊືມເຜີຍໃຫ້ ອຳນາດການປົກຄອງພໍ່ແມ່ປະ ຊາຊົນບັນດາເຜົ່າມີຄວາມຮູ້ທາງ ດ້ານແນວຄິດການເມືອງ ໜັກ ແໜ້ນເຂັ້ມແຂງ ແລະ ສົມທົບ ກັບອຳນາດການປົກຄອງທ້ອງ ຖິ່ນ ປຸກລະດົມພໍ່ແມ່ປະຊາຊົນ ໃຫ້ມີຄວາມສາມັກຄີປອງດອງ ແໜ້ນແຟ້ນ ນຳພາປະຊາຊົນ ປະ ກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຊ່ວຍເຫຼືອປະຊາຊົນ ພັດທະນາພື້ນຖານເສດຖະກິດ-ສັງຄົມ ແກ້ໄຂຊີວິດການເປັນຢູ່ ໃຫ້ມີທ່ວງທ່າດີຂື້ນກວ່າເກົ່າ, ພ້ອມທັງກຳແໜ້ນສະພາບຮອບ ດ້ານຂອງປະຊາຊົນ, ຄຸ້ມຄອງ ເປົ້າໝາຍຄົນບໍ່ດີ ເອົາໃຈໃສ່ໂຄ ສະນາສືກສາອົບຮົມແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆເຮັດໃຫ້ເຂົາເຈົ້າດຳລົງຊີວິດຖືກຕ້ອງຕາມລະບຽບກົດໝາຍ ແລະ ເອົາໃຈໃສ່ປັບປຸງອຳນາດການ ປົກຄອງ-ກອງຫຼອນໃຫ້ມີຄຸນ ນະພາບສາມາດນຳພາ ປະຊາຊົນ ພັດທະນາທ້ອງຖິ່ນຕົນເອງ ແລະ ສຶກສາອົບຮົມລຶບລ້າງແນວຄິດ ຄອງຄອຍຫຼ້າຫຼັງ-ຄອງເດີມ, ນອກນີ້ ຍັງໄດ້ຈັດຕັ້ງກຳລັງປ້ອງ ກັນສຳນັກງານ-ອົງການ, ກອງ ປະຊຸມ, ສາງຄັງ, ຄ້າຍຄູ, ເສັ້ນ ທາງຍຸດທະສາດ, ປ້ອງກັນຜູ້ ແທນ, ແຂກພາຍໃນ ແລະ ຕ່າງ ປະເທດ, ບັນດາໂຄງການຂອງ ລັດ-ເອກະຊົນ ແລະ ວັນບຸນສຳ ຄັນຕ່າງໆ-ງານປະເພນີຂອງ ຊາດ ໄດ້ມີຄວາມສະຫງົບໂດຍ ພື້ນຖານ. ຈາກນັ້ນຜູ້ແທນກອງປະຊຸມ ກໍໄດ້ຍົກສູງຄວາມຮັບຜິດຊອບ ຂອງຕົນ ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ລາຍງານ, ສະພາບການທີ່ພົ້ນເດັ່ນ ໃນຂົງເຂດຄວາມຮັບຜິດຊອບ ຂອງຕົນ, ຍົກໃຫ້ເຫັນດ້ານຕັ້ງໜ້າ, ສາເຫດດ້ານດີ-ດ້ານຄົງຄ້າງ ເພື່ອພ້ອມກັນແລກປ່ຽນບົດຮຽນ ແລະ ຫາວິທີທາງແກ້ໄຂຕໍ່ໜ້າ ເຮັດໃຫ້ຂົງເຂດກົມກອງຕັ້ງທັບ ຢູ່ໃຫ້ສະພາບມີຄວາມສະຫງົບ ຢ່າງໜັກແໜ້ນ. ໂດຍ: ແສງສຸລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ