ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-27 08:37:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ວັນທີ 26 ມັງກອນ 2021 ນີ້, ຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ຈັດຕັ້ງປາຖະກະ ຖາວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 72 ປີ (20 ມັງກອນ 1949-20 ມັງກອນ 2021), ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄໍາ ມ່ວນ ເລືອງວັນຫຼ້າ ກຳມະການ ຄະນະປະຈຳພັກອົງການ ຮອງ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ, ມີຄະນະພັກ- ຄະນະບັນຊາ, ຄະນະອຳນວຍ ການ, ບັນດາລັດວິສາຫະກິດ ແລະ ພະນັກງານ-ນັກຮົບ ທົ່ວ ຫ້ອງວ່າການກະຊວງປ້ອງກັນ ປະເທດເຂົ້າຮ່ວມ.ໃນໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄໍາມ່ວນ ເລືອງວັນຫຼ້າ ກໍໄດ້ປາຖະກະຖາຄືນມູນເຊື້ອເຊິ່ງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວ, ວິລະກຳອັນພົ້ນເດັ່ນ, ມູນ ເຊື້ອ ແລະ ຜົນງານໄຊຊະນະທີ່ ກອງປະຊາຊົນລາວ ຍາດມາໄດ້ ຕະຕະຫຼອດໄລຍະ 72 ປີຜ່ານ ການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວ ນານ ຢ່າງພິລະອາດຫານ ເຊິ່ງ ສະແດງໃຫ້ເຫັນເຖິງຄວາມສາ ມັກຄີປອງດອງຂອງກອງທັບ ກັບ ປະຊາຊົນບັນດາເຜົ່າ ທີ່ຍາດ ເອົາໄຊຊະນະອັນໃຫຍ່ຫຼວງ ໃນ ພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດ ສໍາເລັດພາລະກຳປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ໄດ້ຢ່າງສົມບູນ. ກອງທັບ ປະຊາຊົນລາວໄດ້ຮັບການສ້າງ ຕັ້ງຂຶ້ນເປັນທາງການ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ ໝັ້ນຖ້ຳແມ່ເຂດລາວຮຸ່ງ ເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທ່ານ ໄກສອນ ພົມວິຫານເປັນ ຜູ້ປະກາດສ້າງຕັ້ງຂຶ້ນ ແລະ ນຳ ພາ-ຊີ້ນຳໂດຍກົງຮອບດ້ານນັບ ແຕ່ມື້ສ້າງຕັ້ງກອງທັບເຮົາກໍໄດ້ ຮັບພາລະອັນໜັກໜ່ວງ, ຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດ ທັງແບບເກົ່າ ແລະ ແບບໃໝ່ທີ່ມີ ອາວຸດ, ພາຫະນະສົງຄາມ ແລະ ກໍາລັງພົນເໜືອກວ່າ ແຕ່ຍ້ອນນຳໃຈເດັດດ່ຽວບໍ່ຍອມຈໍານົນຂອງກອງທັບປະຊາຊົນລາວ ໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ຍອມເສຍສະຫຼະເລືອດເນື້ອເພື່ອ ປະເທດຊາດ, ເພື່ອປະຊາຊົນ ສາ ມາດຍາດເອົາໄຊຊະນະເປັນ ກ້າວໆມາ. ນຳໄປສູ່ການສະຖາ ປານາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງສະ ຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ການປາຖະກະຖາຄັ້ງນີ້ກໍເພື່ອ ເປັນການສຶກສາອົບຮົມໃຫ້ພະ ນັກງານ-ນັກຮົບ, ປະຊາຊົນລາວ ບັນດາເຜົ່າ ໄດ້ຮັບຮູ້ ເຂົ້າໃຈ ແລະ ກໍາແໜ້ນມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວຂອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ໃຫ້ ກວ້າງຂວາງເລິກເຊິ່ງເພື່ອພ້ອມ ກັນປຸກລະດົມ ແລະ ເສີມຂະຫຍາຍ ມູນເຊື້ອ, ທາດແທ້ປະຕິວັດຂອງ ກອງທັບ ໃນການຕໍ່ສູ້ກູ້ຊາດເຂົ້າ ໃນການຈັດຕັ້ງປະຕິບັດມະຕິຂັ້ນ ຕ່າງໆຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມຂອງ ພັກໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າ ປັບປຸງຮັດແໜ້ນຄວາມສາມັກຄີ ປອງດອງພາຍໃຕ້ຮົ່ມທຸງຂອງ ພັກ, ເພີ່ມທະວີການຄຸ້ມຄອງ ຂອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍ, ເຊີດຊູນໍ້າໃຈເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງ ດ້ວຍຕົນເອງ ເພື່ອນຳ ພາປະເທດຊາດຫຼຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາເທື່ອລະກ້າວ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ