ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນຄະນະນຳຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2021-01-27 08:34:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ວັນທີ 22 ມັງກອນ 2021 ນີ້, ຄະນະນຳສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຄະນະ ຊາວໜຸ່ມສຳນັກງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະຊາວໜຸ່ມກະຊວງສາທາ ລະນະສຸກ, ຄະນະຊາວໜຸ່ມກະ ຊວງກະສິກຳ ແລະ ປ່າໄມ້, ຄະ ນະຊາວໜຸ່ມກະຊວງການເງິນ, ຄະນະຊາວໜຸ່ມກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ, ຄະນະຊາວໜຸ່ມນະຄອນ ຫຼວງວຽງຈັນ, ຄະນະຊາວໜຸ່ມກະ ຊວງໂຍທາທິການ ແລະ ຂົນສົ່ງ, ບໍລິສັດ KPS ແລະ ຄອບຄົວສະ ຫາຍ ຍອດ ມະຫາສະເໜ່ ໄດ້ນໍາ ເອົາກະຕ່າດອກໄມ້, ກະຕ່າຂອງ ຂວັນ ແລະ ວັດຖຸປັດໄຈຈໍານວນ ໜຶ່ງມາມອບໃຫ້ຫ້ອງການຊາວ ໜຸ່ມກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ (20/1/1949-20/1/ 2021). ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງ ພັກ, ເລຂາຄະນະພັກ, ເລຂາ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຕາງ ໜ້າແຕ່ລະພາກສ່ວນກ່າວວ່າ: ກ່ອນໜ້ານີ້ 72 ປີ ກອງທັບເຮົາ ໄດ້ສ້າງຕັ້ງຂຶ້ນ ໃນພາລະກີດຕໍ່ ສູ້ປົດປ່ອຍຊາດ ເຊິ່ງເປັນກອງ ທັບທີ່ມີທາດແທ້ມູນເຊື້ອອັນສະ ຫງ່າອົງອາດ, ກ້າແກ່ນຕໍ່ສູ້ບໍ່ຍອມ ຈໍານົນໃນການຕໍ່ສູ້ກູ້ຊາດຕ້ານ ກັບຈັກກະພັດລ່າເມືອງຂຶ້ນທັງ ແບບເກົ່າ ແລະ ໃໝ່ ເພື່ອຄວາມ ເປັນເອກະລາດ, ອິດສະລະພາບ ແລະ ນໍາເອົາຄວາມຢູ່ດີກີນດີມາສູ່ປະຊາຊົນບັນດາເຜົ່າ. ເຊິ່ງໃນນີ້ ກໍມີກໍາລັງຊາວໜຸ່ມຂອງພວກເຮົາທີ່ເປັນກຳລັງປະຈັນບານທີ່ໄດ້ປະຕິບັດໜ້າທີ່ຕໍ່ສູ້ປົດປ່ອຍຊາດ ແລະ ກ້າວຂຶ້ນເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ໃນປັດຈຸບັນເວົ້າລວມ ເວົ້າ ສະເພາະ ກໍຄືການປັບປຸງກໍ່ສ້າງ ກອງທັບໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງເປັນກອງທັບວິລະຊົນ ທີ່ມາຈາກປະຊາຊົນ, ໂດຍປະ ຊາຊົນ ແລະ ເພື່ອປະຊາຊົນ ພາຍ ໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ. ດັ່ງນັ້ນ, ເນື່ອງ ໃນໂອກາດວັນທີ່ມີຄວາມໝາຍ ຄວາມສຳຄັນນີ້, ຕາງໜ້າໃຫ້ແຕ່ ລະພາກສ່ວນຂໍອວຍພອນໄຊອັນ ປະເສິດມາຍັງການນຳກະຊວງ ປ້ອງກັນປະເທດ ກໍຄືຄະນະນຳ ຫ້ອງການຊາວໜຸ່ມກອງທັບ ແລະ ພະນັກງານ-ນັກຮົບໃນທົ່ວກອງ ທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ຄວາມຈະເລີນກ້າວ ໜ້າໃນຊີວິດສ່ວນຕົວ ແລະ ຄອບ ຄົວ ພ້ອມກັນຊີ້ນໍາ-ນໍາພາຊາວ ໜຸ່ມໃນທົ່ວກອງທັບປະກອບ ສ່ວນເຂົ້າໃນການພັດທະນາ ກອງທັບໃຫ້ເຕິບໃຫຍ່ເຂັ້ມແຂງ ແລະ ທັນສະໄໝເປັນກ້າວໆ. ໃນຕອນທ້າຍ, ສະຫາຍ ພັນໂທ ສຸດໃຈ ມະຫາວົງ ເລຂາທິການສູນ ກາງຊາວໜຸ່ມປະຊາຊົນປະ ຕິວັດ ລາວ, ຫົວໜ້າຫ້ອງການຊາວໜຸ່ມ ກອງທັບ ກໍໄດ້ມີຄຳເຫັນກ່າວ ຄຳອວຍພອນ ແລະ ຂອບໃຈຕໍ່ ບັນດາທ່ານ, ບັນດາສະຫາຍທີ່ ເຂົ້າມາອວຍພອນ ແລະ ນຳເອົາ ຄວາມເປັນຫ່ວງເປັນໄຍ, ຄວາມ ສາມັກຄີຮັກແພງອັນສະໜິດສະ ໜົມ, ນ້ຳໃຈໄມຕີຈິດ, ມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນອັນມີມູນເຊື້ອຍາວນານ ລະຫວ່າງການຈັດຕັ້ງສັງຄົມ, ປະຊາຊົນບັນດາເຜົ່າຕໍ່ກອງທັບ ປະຊາຊົນລາວ ເຊິ່ງຍາມໃດກໍຄື “ ປາກັບນ້ຳ ” ຢູ່ສະເໝີ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ