ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານອາກາດສະຫຼຸບວຽກງານພັກ ປະຈຳປີ 2020
ເວລາອອກຂ່າວ: 2021-01-27 08:27:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ຄະນະພັກ ກອງບັນຊາການ ທະຫານອາກາດ ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບວຽກງານພັກປະ ຈໍາປີ 2020 ແລະ ວາງທິດທາງ ແຜນການປະຈໍາປີ 2021 ຂຶ້ນໃນ ວັນທີ 22 ມັງກອນ 2021 ນີ້, ໂດຍການເປັນປະທານ ຂອງສະ ຫາຍພົນຈັດຕະວາ ພູຫຼວງ ບົວພະ ຈັນ ເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ອາກາດ, ມີຄະນະພັກເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ກຳມະການ ຄະນະປະຈໍາພັກກອງບັນຊາ ການ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບໃນການ ນໍາພາ-ຊີ້ນໍາຂອງອົງຄະນະພັກ ກອງບັນຊາການທະຫານອາກາດປະຈໍາປີ 2020 ໃນໄລຍະ 1 ປີ ຜ່ານມາເຫັນວ່າ ແຜນການ ຂອງອົງຄະນະພັກກອງບັນຊາ ການທະຫານອາກາດ ປະຈໍາປີ 2020 ແລະ ທິດທາງແຜນການ ນໍາພາໃນປີ 2021 ກໍຄືການນໍາ ພາຈັດຕັ້ງປະຕິບັດເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ບົນພື້ນຖານແມ່ນມີ ຄວາມສະຫງົບໜັກແໜ້ນເປັນ ເຈົ້າການປະຕິບັດໜ້າທີ່ການ ເມືອງຂອງຕົນ, ຄະນະພັກທຸກ ຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວ ຕາມພາລະບົດບາດຖືກຕາມລະ ບຽບການນໍາພາຂອງພັກ, ຍົກສູງ ຄຸນທາດການເມືອງ, ມີຄຸນສົບບັດ ສິນທໍາປະຕິວັດ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ເພີ່ມ ທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບມີຄວາມອຸ່ນ ອຽນທຸ່ນທ່ຽງຕໍ່ອົງການຈັດຕັ້ງ ແລະ ປະຕິບັດໜ້າວຽກງານວິຊາສະເພາະໃຫ້ເຮັດລ້ອນໜ້າທີ່ຕາມການຈັດຕັ້ງມອບໝາຍ, ເຂົ້າຮ່ວມເຊື່ອມຊຶມບັນດາເອ ກະສານປະຫວັດສາດທີ່ສໍາຄັນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ, ປະຕິບັດໜ້າ ທີ່ເອົາໃຈໃສ່ກຽມພ້ອມສູ້ຮົບ, ຈັດຕັ້ງລະບົບປະຈໍາການ, ກຳລັງ ປະຈໍາການ, ພາຫະນະ-ອາວຸດ ແລະ ເກັບກໍາສະພາບການກຽມ ພ້ອມຕະຫຼອດ 24 ຊົ່ວໂມງລາຍ ງານໃຫ້ຂັ້ນເທິງເປັນປົກກະຕິ, ດໍາເນີນຊີວິດການເມືອງປະຈໍາ ອາທິດ,ປະຈໍາເດືອນ, ປະຈໍາໄຕ ມາດ ແລະ ປະກອບສວນສະກັດ ກັ້ນໜໍໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍໍ້ຢູ່ອົງການ ແກ້ໄຂໃຫ້ທັນເວລາ, ຍູ້ແຮງ ສ້າງ ຂະບວນການສ້າງກອງປອດໃສ ປອດໄພ ປອດຄະດີ ແລະ ສ້າງ ກອງວັດທະນະທໍາໃຫ້ເຂັ້ມແຂງ ຕໍ່ເນື່ອງ, ສ້າງໜ່ວຍພັກໃຫ້ປອດ ໃສ ເຂັ້ມແຂງໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ 5 ຫຼັກ ການ 3 ທິດນໍາຂອງພັກ. ໃນ 1 ປີຜ່ານມາຂັ້ນເທິງຢັ້ງຢືນໃຫ້ເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນໄດ້ 45 ໜ່ວຍພັກ ເທົ່າກັບ 66,67 % , ປັດຈຸບັນກອງບັນຊາ ການທະຫານອາກາດ ມີ 1 ຄະນະ ພັກ, ມີຄະນະພັກ 11 ສະຫາຍ, ມີ ສະມາຊິກພັກທັງໝົດ 874 ສະ ຫາຍ, ແບ່ງຄຸນທາດສະມາຊິກ ພັກແຂງ 752 ສະຫາຍ ເທົ່າກັບ 86,04 %, ສະມາຊິກພັກກາງມີ 91 ສະຫາຍ ເທົ່າກັບ 10,41%, ບໍ່ໄດ້ຄັດເລືອກ 30 ສະຫາຍເທົ່າ ກັບ 03,33% ແລະ ແບ່ງໜ່ວຍ ພັກແຂງ 28 ໜ່ວຍ ເທົ່າກັບ 64,45%, ໜ່ວຍພັກກາງ ເທົ່າກັບ 24, 45% ແລະ ບໍ່ໄດ້ຄັດເລືອກ 6 ໜ່ວຍພັກ ເທົ່າກັບ 13,33%, ປະເພດຫຼຽນໄຊພິລະອາດຫານ ຊັ້ນ II ມີ 10 ສະຫາຍ, ຊັ້ນ III ມີ 35 ສະຫາຍ, ຍ້ອງຍໍກະຊວງປ້ອງ ກັນປະເທດ 35 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 34 ສະຫາຍ. ພ້ອມນັ້ນ ກອງປະຊຸມຍັງໄດ້ພ້ອມກັນປະ ກອບຄໍາເຫັນ ແລະ ຄໍາສະເໜີໃສ່ ບົດສະຫຼຸບ ແລະ ທິດທາງແຜນ ການໃນປີຕໍ່ໜ້າໃຫ້ມີເນື້ອໃນຄົບຖ້ວນສົມບູນ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ