ປີດຊຸດອົບຮົມ-ຫັດແອບການທະຫານໄລຍະສັ້ນ
ເວລາອອກຂ່າວ: 2021-01-26 09:59:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:
ໍກາງເດືອນມັງກອນ 2021
ນີ້, ຢູ່ທີ່ໂຮງຮຽນການທະຫານ ທ້ອງຖິ່ນແຂວງຜົ້ງສາລີ ໄດ້
ປີດຊຸດອົບຮົມ-ຫັດແອບການ
ທະຫານໄລຍະສັ້ນທົ່ວທະຫານ
ແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນເຮືອງ
ຈັນທະວົງ ຮອງເລຂາຄະນະ ປະຈໍາພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຜົ້ງສາລີ, ມີຄະນະອໍາ ນວຍການໂຮງຮຽນ, ຄູ-ອາຈານ
ແລະ ນັກສໍາມະນາກອນຈາກ ກົມກອງໃນທົ່ວທະຫານແຂວງ ຜົ້ງສາລີ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສີສົມໝາຍ ກອງວີໄຊ ຮອງຫົວໜ້າພະແນກ ອົບຮົມຫ້ອງເສນາທິການ ໄດ້ ຜ່ານບົດສະຫຼຸບຕີລາຄາຜົນໄດ້ ຮັບໃນການເຝິກອົບຮົມຄື: ພາກ
ລະບຽບງົດງາມບັນລຸໄດ້ 91,92%, ພາກກີລາການທະ ຫານ 93,53%, ພາກສິລະປະ ຍຸດ 91,74% ແລະ ພາກຍຸດທະ
ວິທີ 91,78%. ຈຸດປະສົງໃນ ການອົບຮົມຄັ້ງນີ້ ເພື່ອແນໃສ່ ເຮັດໃຫ້ຄະນະພັກ-ຄະນະບັນຊາ ແລະ ຄູສອນຢູ່ບັນດາກົມກອງໃນ ທົ່ວທະຫານແຂວງມີຄວາມຮັບ ຮູ້ເຂົ້າໃຈ ແລະ ເອກະພາບກ່ຽວ ກັບດ້ານທິດສະດີຫຼັກການ ການ ອົບຮົມ-ຫັດແອບການເມືອງ-ການທະຫານ, ພະລາທິການ-
ເຕັກນິກ ໃຫ້ມີຄວາມຊໍານິຊໍາ ນານ.
ໂອກາດນີ້, ສະຫາຍ ພັນເອກ
ບຸນເຮືອງ ຈັນທະວົງ ໄດ້ສະແດງ
ຄວາມຊົມເຊີຍຕໍ່ຄູ-ອາຈານທົ່ວ
ທະຫານແຂວງທີ່ມີຄວາມອົດ
ທົນຜ່ານຜ່າ, ຄົ້ນຄວ້າກໍາແໜ້ນ ບົດຮຽນໄດ້ດີ, ສາມາດຜັນຂະ ຫຍາຍຊີ້ນໍາ-ນໍາພາເພື່ອຈັດຕັ້ງປະຕິບັດຢູ່ກົມກອງຕິດພັນກັບ ການປັບປຸງກໍ່ສ້າງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຮັກສາຄວາມສະຫງົບ ປອດໄພ 100%.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ