ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ - ຮັບອະນຸສາວະລີພຣະເຈົ້າໄຊເຊດຖາທິຣາດ
ເວລາອອກຂ່າວ: 2021-01-26 08:34:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ວັນທີ 24 ມັງກອນ 2021 ນີ້ ຢູ່ທີ່ສວນອະນຸສາວະລີ ພຣະ ເຈົ້າໄຊຍະເຊດຖາທິຣາດ ມະຫາ ຣາດ ບາ້ນຫາດຊາຍຂາວ ເມືອງ ໄຊເຊດຖາ ແຂວງອັດຕະປື ໄດ້ ຈັດພິທີມອບ-ຮັບສວນອະນຸສາ ວະລີພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຂຶ້ນໂດຍການເປັນ ກຽດເຂົ້າຮ່ວມຂອງ ທ່ານ ຈູມ ມະລີ ໄຊຍະສອນ ອະດີດປະທານ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ສອນໄຊ ສີ ພັນດອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍພຸດທະສາສະນິກະຊົນເຂົ້າ ຮ່ວມ. ໃນພິທີ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ໄດ້ໃຫ້ຮູວ່າ: ພາຍຫັຼງທີ່ໄດ້ລົງມືການກໍ່ສ້າງ ມາເກືອບ 30 ເດືອນ ຫືຼ ເກືອບ 2 ປີເຄິ່ງ ເຊິ່ງເປັນໂຄງການກໍ່ ສ້າງສາທາລະນະໂດຍການມີ ສ່ວນຮ່ວມຂອງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ, ພຸດ ທະບໍລິສັດ ແລະ ປວງຊົນລາວ ທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ເປັນຜຸ້ຮັບເໝົາກໍ່ສ້າງ ແລະ ເປັນເຈົ້າສັດທາຫັຼກໃນການ ປະກອບສ່ວນທຶນເບື້ອງຕົ້ນໃນ ມູນຄ່າທັງໝົດ 37 ຕື້ກີບ. ປະ ກອບມີ 2 ໜ້າວຽກໃຫ່ຍຄື: 1. ວຽກເທ ທອງຫໍ່ຼຮູບເໝືອນພຣະເຈົ້າໄຊຍະເຊດຖາທິຣາດມະຫາ ຣາດ ປະທັບຊ້າງເຜືອກມຸງຄຸນປະ ທານນ້ຳໜັກ 18 ໂຕນ, ມູນຄ່າ ໄມ້ຢືນຕົ້ນ 3 ຕື້ກີບ ແລະ ວຽກກໍ່ ສ້າງສະຖາປະຕິມາກຳລວດລາຍ ວິຈິດສິນຕ່າງໆ ເປັນຕົ້ນອາຄານ ຫໍມູນເຊື້ອ, ຫ້ອງການ, ຫ້ອງນ້ຳ ສາທາລະນະ, ຖານຕັ້ງແທ່ນ, ແທ່ນ ກົມມະລຽນ, ລານເບຕົງພິມລາຍ, ເບຕົງທາງຍ່າງຟຸດບາດ, ກຳແພງ ຮົ້ວ, ວຽກປູກຕົ້ນໄມ້, ປູກດອກໄມ້ ປະດັບ, ວຽກລະບົບໄຟຟ້າ-ນ້ຳ ປະປາມູນຄ່າ 34 ຕື້ກີບ. ພ້ອມນີ້ ຜູ້ຮັບເໝົາ ກໍ່ສ້າງ ຍັງໄດ້ປະກອບ ສ່ວນສ້າງສວນຫິ້ຼນເດັກນ້ອຍ ຊິງຊ້າມ້າໝູນຫໍ່ຼພະພຸດທະຮູບ ຈຳລອງປະດິດສະຖານໄວ້ທີ່ຫໍ ມູນເຊື້ອກໍ່ສ້າງພຣະທາດກອງ ໄຊຈັກກະພັດ ເພື່ອອຸທິດໃຫ້ດວງ ວິນຍານຂອງນັກຮົບນາຍກອງ ທະຫານກ້າຂອງພະເຈົ້າໄຊຍະ ເຊດຖາທິຣາດ ມະຫາຣາດການ ກໍ່ສ້າງສວນອະນຸສາວະລີແຫ່ງນີ້ ນອກຈາກເປັນແຫ່ຼງຮຽນຮູ້ທາງ ດ້ານປະຫັວດສາດ, ສີລະປະ-ວັດທະນະທຳແລ້ວ ຍັງເປັນສວນ ສາທາລະນະຮັບໃຊ້ປະຊາຊົນ ແຂວງອັດຕະປື ໄດ້ນຳໃຊ້ອອກ ກຳລັງກາຍ ແລະ ຈັດກິດຈະກຳ ທາງດ້ານສີລະປະ-ວັດທະນະ ທຳມວນຊົນ ທີ່ຈັດພິທີຕາມຮີດ ຄອງປະເພນີ ແລະ ກາຍເປັນໜຶ່ງໃນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວ ຂອງແຂວງອັດຕະປື. ໃນໂອກາດດຽວກັນ ທ່ານ ເລັດ ໄຊຍະພອນ ກໍໄດ້ຕາງໜ້າ ອຳນາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າທົ່ວ ແຂວງຂຶ້ນກ່າວຮັບ ແລະ ໃຫ້ຄຳ ໝັ້ນສັນຍາວ່າຈະປົກປັກຮັກສາ ສວນອະນຸສາວະລີແຫ່ງນີ້ໃຫ້ມີ ຄວາມສະອາດຈົບງາມ ພ້ອມທັງ ໂຄສະນາເຜີຍແຜ່ໃຫ້ຄົນຮຸ້ນຫັຼງ ໄດ້ສຶກສາຮ່ຳຮຽນສືບຕໍ່ໄປພ້ອມ ນີ້ ທ່ານ ຈູມມະລີ ໄຊຍະສອນ ອະ ດີດປະທານພັກ, ອະດິດປະທານ ປະເທດ ພ້ອມດ້ວຍບັນດາທ່ານ ການນຳຂັ້ນສູນກາງ, ການນຳຂັ້ນ ແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງໄດ້ພ້ອມກັນລັ່ນຄ້ອງເກົ້າ ບາດ ແລະ ຕັດແຖບຜ້າມອບ- ຮັບຢ່າງເປັນທາງການ ແລະ ໃນ ເວລາ 15:00 ກໍໄດ້ມີພິທີແຮ່ຜາ ສາດເຜິ້ງຈາກ 5 ຕົວເມືອງອ້ອມ ກົມມະລຽນອະນຸສາສະລີ 3 ຮອບ ແລະ ຮັບຊົມສີລະປະວັນນະຄະ ດີ ການຟ້ອນຖວາຍກອງບຸນ 39 ກອງ ແລະ ໃນຕອນຄ່ຳກໍ່ໄດ້ມີພິ ທີສູດປິຣິດຕະມົງຄຸນ ພ້ອມທັງຄົບ ງັນກອງບຸນດ້ວຍໝໍລຳສີພັນດອນ ຕະຫຼອດທັງຄືນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ