ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງ
ເວລາອອກຂ່າວ: 2021-01-26 08:33:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ວັນທີ 22 ມັງກອນ 2021 ນີ້ ຢູ່ທີ່ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດກອງປະ ຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ 5 ແຂວງເຂດ ໃຈກາງ ແຕ່ປີ2018-2020 ແລະ ຜ່ານທິດທາງສືບຕໍ່ ປີ 2021, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນ ມີ ກໍາມະການສູນກາງພັກ ຮອງ ລັດຖະມົນຕີ ກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ສະຫາຍ ພົນຕີ ຄຳ ລຽງ ອຸທະໄກສອນ ກຳມະການ ສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆໄຊສົມບູນ, ມີບັນ ດາຫົວໜ້າກົມ, ຮອງກົມ, ຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງວຽງຈັນ, ບໍລິຄຳໄຊ, ຊຽງຂວາງ, ຄຳມ່ວນ, ໄຊສົມບູນ, ກອງພົນທີ 1, ກອງ ພັນໃຫຍ່ 497,584, ຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເຂົ້າຮ່ວມ. ກອງປະຊຸມ ສະຫາຍ ພົນຈັດ ຕະວາ ສອນທອງ ແກ້ວລໍຄຳ ກຳມະການຄະນະພັກກະຊວງປ້ອງ ກັນປະເທດຫົວໜ້າກົມສູ້ຮົບກົມ ໃຫ່ຍເສນາທິການກອງທັບ ໄດ້ຂຶ້ນ ຜ່ານບົດສະຫຼຸບໂດຍຫຍໍ້: ໃນການ ຈັດຕັ້ງປະຕິບັດວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງໃນໄລຍະ 3 ປີ ທີ່ຜ່ານມາ, ໃນຂົງເຂດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ, ໂດຍການປະສານສົບທົບກັບກົມ ກອງທ້ອງຖິ່ນເລືອກເອົາບຸກຄະ ລາກອນທີ່ມີຄວາມສາມາດເຂົ້າ ໃຈຕໍ່ເເນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດ, ຫັນລົງ ກໍ່ສ້າງຮາກຖານການເມືອງຢູ່ 5 ເເຂວງເຂດໃຈກາງ, ເອົາໃຈໃສ່ ກວດກາ, ຊີ້ນຳ, ຊຸກຍູ້ບັນດາກຳ ລັງກໍ່ສ້າງຮາກຖານຢ່າງຕໍ່ເນື່ອງ ຕິດພັນກັບວຽກງານສາມສ້າງ, ໄປພ້ອມກັບການພັດທະນາຊົນ ນະບົດຕາມ 4 ເນື້ອໃນ 4 ຄາດ ໝາຍ. ໂດຍສະເພາະສຸມໃສ່ 21 ໝູ່ບ້ານຈຸດສຸມຂອງເເຂວງໄຊສົມ ບູນ ໃນນີ້ ໄດ້ສຸມໃສ່ເເນວທາງ ແຜນນະໂຍບາຍຂອງພັກ, ກົດ ໝາຍຂອງລັດຫັນເປັນແຜນການ ລະອຽດລົງເຊື່ອມຊຶມເຜີຍແຜ່ໃຫ້ ອຳນາດການປົກຄອງ, ພໍ່ເເມ່ປະ ຊາຊົນບັນດາເຜົ່າ, ເຈົ້າກົກເຈົ້າ ເລົ່າ, ຊີງຊາວຢ່າງມີຈຸດສຸມເພື່ອ ລົງກໍ່ສ້າງຮາກຖານແບບມູນ ເຊື້ອເຜີຍແຜ່ເເນວທາງຂອງພັກ ໃນໄລຍະໃໝ່. ພ້ອມນັ້ນ ຍັງເອົາ ໃຈໃສ່ປຸກລະດົມປະຊາຊົນບັນດາ ເຜົ່າມີຄວາມສາມັກຄີຕໍ່ອຳນາດ ການປົກຄອງ, ການຈັດຕັ້ງທຸກຂັ້ນ ນຳພາປະຊາຊົນປະກອບສ່ວນ ເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເເລະ ພັດ ທະນາທ້ອງຖິ່ນຂອງຕົນ, ຊ່ວຍ ເຫຼືອປະຊາຊົນສ້າງເສດຖະກິດ- ສັງຄົມ ເວົ້າລວມ, ເວົ້າສະເພາະ ເສີມສ້າງເເຂວງໄຊສົມບູນ ໃຫ້ ມີບາດກ້າວການຂະຫຍາຍຕົວ ດີຂຶ້ນເປັນກ້າວໆ. ນອກນີ້ ຍັງ ໄດ້ເອົາໃຈໃສ່ວຽກງານຄຸ້ມຄອງ ສຳມະໂນຄົວ ແລະ ຄົນເຂົ້າ-ອອກ ເມືອງ-ເເຂວງ, ໃຫ້ຖືກຕ້ອງຕາມ ແນວທາງ, ລະບຽບກົດໝາຍຂອງ ລັດ. ເອົາໃຈໃສ່ປັບປຸງກຳລັງ ກອງຫຼອນແຕ່ລະຂົງເຂດ, ຫັດ ແອບສີນລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມສາມາດເຄື່ອນໄຫວ ໃນຂອບເຂດທີ່ຕົນເອງຮັບຜິດ ຊອບ ໃຫ້ມີຄວາມສະຫງົບໂດຍພື້ນ ຖານ. ກອງປະຊຸມບັນດາຜູ້ເເທນ ຍັງໄດ້ຂື້ນລາຍງານສະພາບການ ໂດຍຫຍໍ້ ພ້ອມທັງປະກອບຄຳ ຄິດຄຳເຫັນຕໍ່ບົດສະຫຼຸບ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດ ໃນຊຸມປີຕໍ່ໜ້າ ໃຫ້ມີປະສິດຕິຜົນດີຂື້ນກ່ວາເກົ່າ. ໃນຕອນທ້າຍກອງປະຊຸມ ສະຫາຍ ພົນໂທ ສຸວອນ ເລືອງ ບຸນມີ ໄດ້ມີຄຳເຫັນໂອ້ລົມພ້ອມ ທັງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານຕະຫຼອດໄລຍະທີ່ ຜ່ານມາທີ່ບັນດາກົມກອງຍາດ ມາໄດ້ ພ້ອມນີ້ຍັງໄດ້ເນັ້ນໃຫ້ຄະ ນະພັກ-ຄະນະບັນຊາ 5 ແຂວງ ເຂດໃຈກາງສືບຕໍ່ຈັດຕັ້ງປະຕິ ບັດເຮັດໃຫ້ຂົງເຂດຕົນຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ. ໂດຍຖືເອົາວຽກງານລົງ ກໍ່ສ້າງຮາກຖານການເມືອງເປັນ ກົກ, ສືກສາອົບຮົມປະຊາຊົນບັນ ດາເຜົ່າໄດ້ຮັບຮູ້ເຊືອມຊືມແນວທາງຂອງພັກ ຕິດພັນກັບການ ພັດທະນາເສດຖະກິດ-ສັງຄົມ ແລະ ຍູ້ເເຮງປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ- ປ້ອງ ກັນຄວາມສະຫງົບຮອບດ້ານ ເພື່ອ ໃຫ້ບັນລຸຕາມລະດັບຄາດໝາຍ ທີ່ວາງໄວ້. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ