ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບເຮັດວຽກຢູ່ກອງພັນໃຫຍ່ 202
ເວລາອອກຂ່າວ: 2021-01-26 08:30:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:
ວັນທີ 23 ມັງກອນ 2021
ນີ້, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກຳມະການຄະນະ ພັກກະຊວງ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ ພ້ອມດ້ວຍ ຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ ກອງພັນໃຫຍ່ 202, ໂດຍໄດ້ຮັບ ການຕ້ອນຮັບຈາກສະຫາຍ ພັນ ໂທ ບຸນກໍ່າ ພິມພົງພັນ ຄະນະພັກ ກອງພົນ, ຫົວໜ້າຫ້ອງພະລາທິ ການກອງພົນທີ 2 ພ້ອມດ້ວຍຄະ ນະ.
ສະຫາຍ ສົມເພັດ ວໍລະວົງ ຄະນະພັກກອງພົນ ເລຂາຄະນະ ພັກ ຫົວໜ້າການເມືອງກອງພັນ ໃຫຍ່ 202 ໄດ້ລາຍງານຫຍໍ້ຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ຂອງກົມກອງຕະຫຼອດໄລຍະ ຜ່ານມາ ເຊິ່ງຄະນະພັກ-ຄະນະ ບັນຊາ ໄດ້ເອົາໃຈໃສ່ຍົກສູງບົດ ບາດໃນການຊີ້ນຳ-ນຳພາກົມ ກອງເຄື່ອນໄຫວປະຕິບັດໜ້າທີ່ ຕາມການມອບໝາຍຈາກຂັ້ນເທິງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ສອດ ຫ້ອຍເຂົ້າທຸກຂົງເຂດວຽກງານ ລວມຂອງກົມກອງ ເປັນຕົ້ນແມ່ນ ໄດ້ຖືສຳຄັນວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນກົກ, ວຽກງານປັບປຸງກໍ່ສ້າງ ກົມກອງ-ປັບປຸງກໍ່ສ້າງກຳລັງ, ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ, ຕິດພັນກັບວຽກ ງານສ້າງພະລາທິການກັບທີ່ ໂດຍປະຕິບັດຕາມທິດນຳ ເພື່ອ ເຮັດໃຫ້ກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຕາມເງື່ອນໄຂ ທ່າແຮງບົ່ມຊ້ອມຂອງຕົນຮັບປະ
ກັນເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບດີຂຶ້ນ ໂດຍພື້ນຖານ ຖືເອົາ 4 ປູກ 4
ລ້ຽງເປັນສຳຄັນ . ຈາກນັ້ນ, ສະ
ຫາຍຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ ກໍໄດ້ເຄື່ອນ ໄຫວ, ກວດກາຄວາມຄືບໜ້າ ການກໍ່ສ້າງນໍ້າປະປາໃຫ້ກອງ ພັນໃຫຍ່ 202 ເຊິ່ງໂຄງການດັ່ງ ກ່າວໂດຍການຮັບເໝົາກໍ່ສ້າງ ຂອງບໍລິສັດໄຊນິກອນ ກໍ່ສ້າງ ຈຳ ກັດ ເຊິ່ງລົງມືກໍ່ສ້າງຕັ້ງແຕ່ຕົ້ນ ເດືອນພະຈິກ 2020 ເປັນຕົ້ນມາ ເຖິງປັດຈຸບັນກໍ່ສ້າງສຳເລັດແລ້ວ 40% ແລະ ຄາດໝາຍທ້າຍ ເດືອນກຸມພາ 2021 ຈະກໍ່ສ້າງໃຫ້ ສຳເລັດ ແລະ ເປີດໃຊ້ຢ່າງເປັນ ທາງການ. ພ້ອມດຽວກັນນີ້ິ້, ຍັງ ໄດ້ກວດກາເບິ່ງໂຄງການກໍ່ສ້າງ ເຄຫາສະຖານທີ່ຄ້າຍຄູ, ຫ້ອງ ການ ແລະ ສຳນັກງານຕ່າງໆ ຕື່ມອີກ.
ໂດຍ: ບຸນລຽງ ຈຳປາແສງໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ