ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບປະຊາຊົນລາວເຕີບໃຫຍ່ເຂັ້ມແຂງໃຕ້ຮົ່ມທຸງຂອງພັກ
ເວລາອອກຂ່າວ: 2021-01-26 08:28:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ທ່ານ ສຸວັນນີ ໄຊຍະ ຈັນ ຫົວໜ້າຫ້ອງການ ສຶກສາທິການ ແລະ ກີລາ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊໄດ້ສະແດງ ຄວາມຮູ້ສຶກຂອງຕົນ ຕໍ່ວັນສ້າງຕັ້ງກອງທັບ ປະຊາຊົນລາວ ທີ່ໝູນ ວຽນມາບັນຈົບຄົບຮອບ 72 ປີ (20/ 1/1949-20/12021 ) ນີ້ວ່າ: ພາຍໃຕ້ຮົ່ມທຸງຂອງພັກໄດ້ໃຫ້ກໍາເນີດກອງທັບປະຊາຊົນລາວ ທີ່ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນພົນ ແລະ ພາຫະນະ ໂດຍຜ່ານການຊຸບຫຼໍ່ຈາກຂະບວນການຕໍ່ສູ້ກູ້ຊາດຂອງປະຊາ ຊົນລາວບັນດາເຜົ່າເພື່ອຕໍ່ຕ້ານກັບພວກຈັກກະພັດຕ່າງດ້າວທີ່ມາຮຸກ ຮານຜ່ານຫຼາຍເຊັ່ນຄົນ ເພື່ອຕໍ່ສູ້ທວງເອົາສິດຜົນປະໂຫຍດ ແລະ ສິດ ເສລີພາບມາສູ່ປະຊາຊົນລາວບັນດາເຜົ່າພວກເຮົາ ແລະ ພາຍຫຼັງ ທີ່ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍກອງທັບ ປະຊາຊົນລາວກໍຍັງສືບຕໍ່ເປັນເຈົ້າ ການປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ມີ ຄວາມສະຫງົບ ແລະ ມີຄວາມ ສີວິໄລ ໂດຍພາຍໃຕ້ການຊີ້ນໍາ- ນໍາພາຂອງພັກປະຊາຊົນປະຕິ ວັດລາວອັນໄດ້ເຮັດໃຫ້ສະພາບ ເສດຖະກິດ, ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະຊາຊົນລາວ ບັນດາເຜົ່າດີຂຶ້ນ. ຜ່ານໄລຍະແຫ່ງການກໍ່ສ້າງ ແລະ ປັບປຸງກໍາລັງໃນຍ່ານທາງ 72 ປີຜ່ານມາມັນໄດ້ພິສູດໃຫ້ ເຫັນແລ້ວວ່າ: ກອງທັບປະຊາ ຊົນລາວແມ່ນກອງທັບທີ່ເກີດມາ ຈາກປະຊາຊົນ, ຕໍ່ສູ້ເພື່ອຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າຢ່າງແທ້ຈິງເວົ້າລວມ, ເວົ້າສະ ເພາະກໍຄືຜົນປະໂຫຍດລວມຂອງ ຊາດພວກເຮົາກ້າວຂຶ້ນເປັນກອງ ທັບທີ່ມີແບບແຜນ ແລະ ມີຄວາມ ທັນສະໄໝບໍ່ໜ້ອຍໜ້າປະເທດ ໃດໃນໂລກ ເພື່ອສືບຕໍ່ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດໃຫ້ມີຄວາມສະຫງົບ ແລະ ມີຄວາມຮຸ່ງເຮືອງສີວິໄລ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອ ກາດນີ້ຂ້າພະເຈົ້າໃນນາມຕາງ ໜ້າໃຫ້ຫ້ອງການສຶກສາ ເມືອງບໍ ລິຄັນແຂວງບໍລິຄຳໄຊ ກໍມີຄວາມ ຮູ້ສຶກພາກພູມໃຈ ແລະ ຂໍອວຍ ພອນໄຊ ໄປຍັງການນໍາພັກ-ລັດທຸກຂັ້ນ ກໍຄືພະນັກງານ-ນັກ ຮົບໃນກອງທັບປະຊາຊົນລາວ ໃນຂອບເຂດທົ່ວປະເທດຈົ່ງມີ ສຸຂະພາບເຂັ້ມແຂງ ແລະ ມີ ຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມກັນສືບຕໍ່ເຮັດ ສໍາເລັດໜ້າທີ່ອັນມີກຽດທີ່ພັກ ແລະ ປະຊາຊົນມອບໃຫ້ ນໍາພາ ປະເທດຊາດກໍຄືກອງທັບປະຊາ ຊົນລາວກ້າວຂຶ້ນສູ່ຄວາມທັນ ສະໄໝຢ່າງເຂັ້ມແຂງ. ໂດຍ: ນ. ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ