ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າອວຍພອນຂອງສະຫະພັນແມ່ຍິງ 4 ກະຊວງ
ເວລາອອກຂ່າວ: 2021-01-24 17:27:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 989 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2021 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ຫ້ອງການສະຫະພັນແມ່ຍິງ ນໍາໂດຍ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະ ໄດ້ຕ້ອນຮັບການເຂົ້າ ອວຍພອນຂອງສະຫະພັນແມ່ຍິງ 4 ກະຊວງຄື: ສະຫະພັນແມ່ຍິງກະ ຊວງກະສິກໍາ-ປ່າໄມ້, ສະຫະພັນ ແມ່ຍິງກະຊວງການເງິນ, ສະຫະ ພັນແມ່ຍິງກະຊວງການຕ່າງປະ ເທດ ແລະ ສະຫະພັນແມ່ຍິງກະ ຊວງສາທາລະນະສຸກ. ໃນນີ້, ສະຫະພັນແມ່ຍິງ ກະ ຊວງກະສິກໍາ-ປ່າໄມ້ ນໍາໂດຍ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ປະທານສະຫະພັນ ແມ່ຍິງກະຊວງກະສິກໍາ-ປ່າໄມ້ ພ້ອມດ້ວຍຄະນະ ໄດ້ມອບກະຕ່າ ດອກໄມ້ ແລະ ເງິນຈໍານວນ 1.000.000 ກີບ, ກະຊວງການ ເງິນນໍາໂດຍທ່ານ ນາງ ດາວອນ ທອງຈັນ ປະທານສະຫະພັນ ແມ່ຍິງກະຊວງການເງິນ ພ້ອມ ຄະນະ ໄດ້ມອບ ເຄື່ອງບໍລິໂພກ ແລະ ເງິນສົດ1.000.000 ກີບ, ກະຊວງການຕ່າງປະເທດ ນໍາໂດຍທ່ານ ນາງ ຟອງສະ ໝຸດ ອັ່ນລາວັນ ຕາງໜ້າສະຫະ ພັນແມ່ຍິງກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ ມອບ ເຄື່ອງບໍລິໂພກ ແລະ ເງິນສົດ 3.000.000 ກີບ ລວມມູນຄ່າ ທັງໝົດ 6.000.000 ກີບ ແລະ ກະຊວງສາທາລະນະສຸກ ນໍາໂດຍ ທ່ານ ນາງ ດຣ ຜາສຸກ ວົງວິຈິດ ປະທານສະຫະພັນແມ່ຍິງກະຊວງ ສາທາລະນະສຸກ ພ້ອມຄະນະໄດ້ ມອບກະຕ່າດອກໄມ້ ແລະ ເງິນ ສົດຈໍານວນ 2.000.000 ກີບ. ໂອກາດນີ້, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ກໍໄດ້ ກ່າວສະແດງຄວາມຂອບໃຈມາ ຍັງສະຫະພັນແມ່ຍິງທັງ 4 ກະ ຊວງທີ່ໄດ້ນໍາເອົາເຄື່ອງບໍລິໂພກ ແລະ ວັດຖຸປັດໄຈມາມອບໃນຄັ້ງນີ້ ແລະ ເຫັນໄດ້ຄວາມໝາຍຄວາມ ສໍາຄັນຂອງວັນດັ່ງກ່າວ ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາ ເຄື່ອງດັ່ງກ່າວນີ້ ໄປແຈກຢາຍໃຫ້ ອ້າຍນ້ອງທະຫານທີ່ກໍາລັງປະ ຕິບັດໜ້າທີ່ຢູ່ເຂດຫ່າງໄກສອກ ຫຼີກໄດ້ຮັບເຄື່ອງດັ່ງກ່າວຢ່າງທົ່ວ ເຖິງ. ໂດຍ: ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ