ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆ
ເວລາອອກຂ່າວ: 2021-01-24 17:26:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2416 | ຄວາມນິຍົມ:



v ໂຮງໝໍສູນກາງ 103 ກອງທັບ: ຈັດກອງປະຊຸມເຜີຍ ແຜ່ລະບຽບການສັນຈອນ ແລະ ຫຼັກການຂັບຂີ່ປອດໄພ, ເຊິ່ງໃນ ການຈັດຕັ້ງເຜີຍແຜ່ຄັ້ງນີ້ເພື່ອ ຍົກສູງສະຕິລະວັງຕົວໃຫ້ຜູ້ຂັບ ຂີ່ຍານພາຫະນະທຸກປະເພດຕ້ອງ ໄດ້ກຳແໜ້ນບັນດາລະບຽບຫຼັກ ການຕ່າງໆຂອງການຂັບຂີ່ປອດ ໄພ ເພື່ອຫຼີກລ່ຽງການເກີດອຸບັດ ຕິເຫດຕາມທ້ອງຖະໜົນ ແລະ ໃຫ້ສັງຄົມຫຼຸດຜ່ອນການສູນເສຍ ຊີວິດ ແລະ ຊັບສິນຈາກອຸບັດຕິ ເຫດ. v ກອງຮ້ອຍທະຫານຊາຍແດນ 533 ທະຫານແຂວງເຊກອງ: ໄດ້ປະກາດການຈັດຕັ້ງ ເພື່ອ ເປັນການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງໜັກແໜ້ນຮອບດ້ານເພື່ອ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ ກໍຄືເຮັດສຳເລັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ. ໃນນັ້ນຫ້ອງການເມືອງ ກອງບັນຊາການທະຫານ ແຂວງ ເຊກອງ ໄດ້ຕົກລົງຍົກຍ້າຍ ສະຫາຍ ພັນຕີ ແສງນຸວັນ ໄຊ ທອງພອນ ຫົວໜ້າການທະຫານ ກອງຮ້ອຍດັ່ງກ່າວ ໄປຮັບໜ້າ ທີ່ໃໝ່ເປັນຮອງຫົວໜ້າການ ເມືອງກອງບັນຊາການທະຫານ ເມືອງດາກຈຶງ ແລະ ແຕ່ງຕັ້ງ ເອົາ ສະຫາຍ ຮ້ອຍເອກ ແສນ ນິ ເພັດ ວັນວິຫານ ເປັນຫົວໜ້າ ການທະຫານ ກອງຮ້ອຍທະຫານ ຊາຍແດນ 533, ສະ ຫາຍ ຮ້ອຍເອກ ມອນທາ ຄຳ ວຽນ ດອນ ເປັນຫົວໜ້າການເມືອງ ແລະ ສະຫາຍ ຮ້ອຍໂທ ແສງນາ ພອນ ບຸດລະນຶກ ເປັນຮອງຫົວ ໜ້າການເມືອງກອງຮ້ອຍ ພ້ອມ ກັນນັ້ນຍັງໄດ້ຕົກລົງເຫັນດີແຕ່ງ ຕັ້ງບົ່ງຕົວຄະນະໜ່ວຍພັກຮາກ ຖານກອງຮ້ອຍທະຫານຊາຍ ແດນ 533 ຕື່ມອີກ. v ອົງການໄອຍະການທະຫານ ພາກເໜືອ ແລະ ສານທະຫານ ພາກເໜືອ: ໄດ້ປິດຊຸດອົບຮົມ- ຫັດແອບ ປະຈໍາປີຂອງທັງສອງ ອົງການ, ເຊິ່ງໃຫ້ຮູ້ວ່າ ຜ່ານການ ເຝິກແອບຮໍ່າຮຽນຕົວຈິງແຕ່ ລະສະຫາຍໄດ້ເອົາໃຈໃສ່ຕັ້ງ ໜ້າ ທັງພາກທິດສະດີ ແລະ ປະ ຕິບັດຕົວຈິງ, ໃນການຫັດແອບ ຄັ້ງນີ້ ຮຽນຮູ້ກ່ຽວກັບ: ພາກການ ເມືອງ, : ມາດຕາເອກະສານ ສຳຄັນຂອງຊາດຂອງ ກອງທັບ, ພາກການທະຫານ ແລະ ພາກ ພະລາທິການເຕັກນິກ ສາມາດ ຮັບປະກັນໄດ້ຄະແນນໃນລະ ດັບດີ ແລະ ຮັບປະກັນໄດ້ຄວາມ ປອດໄພ 100%. v ໜ່ວຍພັກໂຄສະນາ-ອົບຮົມ ຫ້ອງການເມືອງ ທະຫານແຂວງ ບໍລິຄຳໄຊ: ໄດ້ຈັດກອງປະຊຸມ ສະຫຼຸບການກວດກາຕີລາຄາ ປ້ອງກັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2020 ແລະ ວາງທິດທາງແຜນການ ປະຈຳປີ 2021, ໃນໄລຍະຜ່ານ ມາຄະນະໜ່ວຍພັກໄດ້ນຳເອົາ ແນວທາງແຜນນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງ ທັບມາເຜີຍແຜ່ ແລະ ເຊື່ອມຊຶມ ສຶກສາອົບຮົມດ້ານການເມືອງ- ນຳພາແນວຄິດ, ດ້ານການຈັດ ຕັ້ງ, ແບບແຜນການນຳພາ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງໃຫ້ສະມາຊິກພັກກຳແໜ້ນ ພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ ເຊິ່ງສະ ແດງອອກໃນການຄັດເລືອກ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດບັນລຸໄດ້ ຕາມລະດັບຄາດໝາຍ ທັງ 5 ມາດຖານທີ່ວາງເປົ້າໝາຍ ແລະ ຮັກສາໄດ້ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ. v ພະແນກເສນາທິການກອງ ພັນໃຫຍ່ 302: ສະຫຼຸບຖອດ ຖອນບົດຮຽນກັບບ້ານແຮກສ່ຽວ ຮາກຖານທີ່ກົມກອງຕົນຮັບຜິດ ຊອບ, ເຊິ່ງໃນໄລຍະຜ່ານມາ ເຫັນໄດ້ວ່າ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດຂອງພໍ່ແມ່ປະ ຊາຊົນ ເຮັດໃຫ້ເຂົາເຈົ້າໄດ້ຮັບ ຮູ້ເຂົ້າໃຈເຊື່ອມຊຶມຕໍ່ແນວທາງ ນະໂຍບາຍປ່ຽນແປງໃໝ່ຂອງ ພັກແຕ່ລະໄລຍະ ແລະ ລະບຽບ ກົດໝາຍຂອງລັດ, ເຮັດໃຫ້ຂອບ ເຂດບ້ານແຮກສ່ຽວທີ່ກົມກອງ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ, ຊຸກຍູ້ສົ່ງເສີມ, ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນ ການທຳການຜະລິດກະສີກຳ, ປູກຝັງ-ລ້ຽງສັດ ເຮັດໃຫ້ເສດຖະ ກິດຄອບຄົວມີຄວາມເຂັ້ມແຂງ ແລະ ນັບມື້ດີຂຶ້ນກວ່າເກົ່າ. v ຄະນະກອງວິທະຍຸ-ໂທ ລະພາບກອງທັບ: ເຄື່ອນໄຫວ ເຮັດວຽກຢູ່ທະຫານແຂວງ ສາ ລະວັນ, ເຊິ່ງນຳໂດຍ ສະຫາຍ ພັນໂທ ບຸນປອນ ແກ້ວບັນດິດ ຮອງຫົວໜ້າອຳນວຍການກອງ ວິທະຍຸ-ໂທລະພາບກອງທັບ ພ້ອມດ້ວຍພະນັກງານວິຊາການ ສື່ມວນຊົນ ໃນການເຄື່ອນໄຫວ ຄັ້ງນີ້ເພື່ອແນໃສ່ເກັບກໍາຜົນ ງານຂອງຄະນະພັກແຕ່ລະຂັ້ນ ໃນການບັນຊາ-ນໍາພາ ເພື່ອ ສ້າງ ເປັນຂ່າວ, ບົດສາລະຄະ ດີ, ບົດຄວາມ ແລະ ອື່ນໆສົ່ງ ອອກ ໜ້າໜັງສືພິມ, ວິທະຍຸ-ໂທລະພາບໃຫ້ຕໍ່ເນື່ອງ ເຮັດໃຫ້ ທົ່ວສັງຄົມ ກໍຄື ພະນັກງານ-ນັກຮົບໃນທົ່ວກອງທັບ ໄດ້ຊົມ, ໄດ້ອ່ານ ແລະ ໄດ້ຮັບຟັງເຖິງ ການປົກປັກຮັກສາ ແລະ ການ ສ້າງສາພັດທະນາປະເທດ ກໍຄື ການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງທັນສະໄໝຂອງ ກຳລັງປະກອບອາວຸດກອງທັບ ປະຊາຊົນລາວໃນຜ່ານມາ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວໄດ້ ຮັບປະສິດທິຜົນສູງ. v ພະແນກພະລາທິການກອງ ພັນໃຫຍ່ 302: ໄດ້ຈັດກອງປະ ຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການເກັບຊື້ເຂົ້າສານ ໜຽວ ປະຈຳປີ 2020, ໂດຍອີງ ໃສ່ແຜນການເກັບຊື້ເຂົ້າສານ ໜຽວ ໃນໄລຍະ 1 ປີຜ່ານມາ ເຫັນໄດ້ວ່າອະນຸກຳມະການຮັບ ຜິດຊອບໃນການເກັບຊື້ເຂົ້າສານ ໜຽວແຕ່ລະສະຫາຍໄດ້ເອົາໃສ່ ຢ່າງຕັ້ງໜ້າຍົກສູງຮັບຜິດຊອບ ໃນການເກັບຊື້ເຂົ້າກິນ ໃຫ້ຖືກ ຕ້ອງຕາມໂຕເລກທີ່ຂັ້ນເທິງໄດ້ ກຳນົດໃຫ້ ແລະ ທ່ວງທັນກັບ ໜ້າທີ່ວຽກງານຂອງກົມກອງ, ໃຫ້ໄດ້ຮັບຜົນດີກວ່າເກົ່າ, ຕ້ອງ ກວດກາໃຫ້ລະອຽດ ເພື່ອຮັບ ປະກັນດ້ານຄຸນນະພາບ, ບໍ່ໃຫ້ມີ ເຂົ້າເຈື່ອປົນ ແລະ ປຽກຊຸ່ມ ເພື່ອ ຮັບປະກັນດ້ານສຸຂະພາບຂອງ ພະນັກງານ-ນັກຮົບ ພາຍໃນກົມ ກອງຂອງຕົນໃຫ້ມີສຸຂະພາບແຂງ ແຮງ ແລະ ຮັບປະກັນໃນການປະ ຕິບັດໜ້າທີ່ວຽກງານຂອງກົມ ກອງເປັນຢ່າງດີ. v ກອງຮ້ອຍ 28 ທະຫານແຂວງ ຫຼວງນໍ້າທາ: ເພື່ອເປັນການປະ ກອບສ່ວນຊຸກຍູ້ດ້ານຂະບວນ ການຕ່າງໆ ໂດຍສະເພາະແມ່ນ ຂະບວນການທາງດ້ານກີລາກາ ຍະກຳຂອງກົມກອງໃຫ້ມີຂະ ບວນການຟົດຟື້ນ ທັງເປັນການ ຂໍ່ານັບຮັບຕອນວັນສ້າງຕັ້ງ ກອງທັບຄົບຮອບ 72 ປີ ສະ ຫາຍ ສິບຕີ ປ໋ອກ ເສເວ ແລະ ສະຫາຍ ສິບຕີ ຄອມ ສອນວິ ໄລ ສັງກັດຢູ່ ກອງຮ້ອຍ 28 ໄດ້ນໍາເອົາເຄື່ອງກີລາ ຈໍານວນ 38 ຊຸດ ລວມມູນຄ່າ 1.400.000 ກີບ, ມາມອບໃຫ້ກອງຮ້ອຍ 28 ທະຫານແຂວງຫຼວງນໍ້າທາ ໃນໂອກາດດັ່ງກ່າວ ສະຫາຍ ຫົວໜ້າການທະຫານກອງຮ້ອຍ ໄດ້ກ່າວສະແດງຄວາມ ຂອບໃຈ ຕໍ່ 2 ສະຫາຍທີ່ໄດ້ນຳເຄື່ອງກີ ລາມາມອບໃຫ້ໃນຄັ້ງນີ້ພ້ອມ ທັງຈະນໍາເອົາເຄື່ອງດັ່ງກ່າວ ໝູນໃຊ້ເຂົ້າໃນຂະບວນການກີ ລາ ປະເພດຕ່າງໆໃຫ້ເປັນຂະ ບວນຟົດຟື້ນ. v ຫ້ອງການເມືອງ ທະຫານ ແຂວງບໍລິຄຳໄຊ: ໄດ້ຈັດຕັ້ງຮໍ່າ ຮຽນສະໜັບສະໜູນຂະຫຍາຍ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ທີ່ມີເປົ້າໝາຍເຂົ້າພັກສຳຮອງ. ໃນນີ້, ແຕ່ລະສະຫາຍໄດ້ຮຽນ ບັນດາເອກະສານທີ່ກ່ຽວຂ້ອງ ກັບພັກປະຊາຊົນປະ ຕິວັດລາວ, ເພື່ອ ນຳເອົາໄປຈັດຕັ້ງຄົ້ນຄວ້າຮ່ຳ ຮຽນ, ຜັນຂະຫຍາຍເຂົ້າໃນການ ປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ໃຫ້ຮັບຮູ້-ເຂົ້າໃຈກ່ຽວກັບ ພັກປະຊາຊົນປະຕິວັດລາວ, ເພື່ອ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນມະຫາຊົນຜູ້ທີ່ມີຄວາມກ້າວ ໜ້າໃນທຸກດ້ານ ໃນການຮຽນສະ ໜັບສະໜູນຄັ້ງນີ້ມີບັນດາ ມະຫາ ຊົນກ້າວໜ້າ ໃນທົ່ວອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງກອງ ບັນຊາການເຂົ້າຮ່ວມ 31 ສະຫາຍ. v ກອງພົນທີ 5: ເປີດຂະ ບວນການກີລາມວນຊົນ ແລະ ກີ ລາການທະຫານ, ເຊິ່ງກີລາທີ່ນຳ ມາແຂ່ງຂັນໃນຄັ້ງນີ້ ລວມມີ 5 ປະເພດ ຄື: ກີລາບານເຕະອາວຸ ໂສຊາຍ, ກີລາບານເຕະຊາວໜຸ່ມ ຮຸ່ນທົ່ວໄປ, ກີລາບານສົ່ງຊາຍ-ຍິງ, ກີລາເປຕັງຊາຍ-ຍິງ, ກີ ລາການທະຫານລວມມີ: ແລ່ນ ມ້າງປະກອບອາວຸດ, ນັກຮົບ ແຂງແຮງ, ແລ່ນຜ່ານສິ່ງກີດ ຂວາງ. ໃນນີ້, ມີີິມນັກກີລາທີ່ມາ ຈາກບັນດາກົມກອງທົ່ວກອງພົນ ເຂົ້າຮ່ວມ. v ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 301 ກອງພົນທີ 3: ໄດ້ຈັດກອງປະຊຸມສະຫຼຸບ ກອງທຶນເງິນຝາກປະຈໍາປີ 2020, ອີງຕາມບົດສະຫຼຸບວຽກ ງານກອງທຶນເງິນຝາກໃນໄລຍະ ຜ່ານມາເຫັນວ່າ: ອົງການຈັດ ຕັ້ງສະຫະພັນແມ່ຍິງໄດ້ມີການ ເຄື່ອນໄຫວສ້າງຕັ້ງກອງທຶນ ນີ້ແຕ່ປີ 2015 ເປັນຕົ້ນມາ, ຍ້ອນມີຄະນະພັກ-ຄະນະບັນຊາ ກໍຄືບັນດາກົມກອງໄດ້ເອົາໃຈ ໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ອໍານວຍຄວາມສະດວກໃນ ການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດຂອງກຸ່ມ ເງິນທ້ອນ, ຍ້ອນມີຄວາມຮ່ວມ ມືຈາກພະນັກງານ-ນັກຮົບຢູ່ ໃນອົງການກົມກອງທົ່ວກອງ ພັນໃຫຍ່ 301, ມີຄວາມສາມັກ ຄີ ແລະ ປະກອບສ່ວນໃນການ ເຂົ້າເປັນສະມາຊິກກອງທຶນ ໃນນີ້ ມີສະມາຊິກ ທັງໝົດຈໍານວນ 424 ສະຫາຍ ຍິງ ມີຕົ້ນທຶນທັງໝົດ 148 ລ້ານກີບ ສ່ວນອັດຕາດອກເບ້ຍ ປະຈໍາປີ 2020 ໄດ້ 4 ລ້ານກີບ. v ຫ້ອງການເມືອງ ກອງບັນຊາ ການທະຫານແຂວງຫຼວງນໍ້າທາ: ໄດ້ເຄື່ອນໄຫວພົບປະແຮກສ່ຽວ ຢ່າງເປັນທາງການກັບອົງການ ປົກຄອງບ້ານໄຊສົມບູນ ເມືອງ ແລະ ແຂວງຫຼວງນໍ້າທາ, ໂດຍ ປະຕິບັດຕາມຂໍ້ຕົກລົງຂອງເຈົ້າ ເມືອງ ວ່າດ້ວຍ ການອະນຸມັດ ໃຫ້ອົງການປົກຄອງບ້ານໄຊ ສົມບູນ ແຮກສ່ຽວກັບຫ້ອງ ການເມືອງກອງບັນຊາການທະ ຫານແຂວງຫຼວງນໍ້າທາ ເພື່ອ ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີແລກປ່ຽນຂໍ້ ມູນ ຂ່າວສານ, ດ້ານວັດທະນະທໍາ-ສັງຄົມ, ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ. ໂດຍ: ອາຫວຸ້ນ v ສອງອົງການຈັດຕັ້ງມະຫາ ຊົນ: ຂອງກອງພັນໃຫຍ່ 520 ທີ່ ຂຶ້ນກັບກອງພົນທີ 5 ຮ່ວມກັບກອງ ບັນຊາການທະຫານແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ໂອກາດດັ່ງກ່າວຜູ້ຕາງໜ້າ ທັງສອງອົງການຈັດຕັ້ງມະຫາ ຊົນຊາວໜຸ່ມ-ສະຫະພັນແມ່ຍິງ ທັງສອງຝ່າຍໄດ້ຜັດປ່ຽນກັນ ຜ່ານບົດລາຍງານໂດຍຫຍໍ້ ໃນ ການຈັດຕັ້ງປະຕິດບັດໜ້າທີ່ວຽກ ງານຂອງຕົນໃນໄລຍະຜ່ານມາ, ເຊິ່ງໃນນັ້ນ ອົງການຈັດຕັ້ງມະ ຫາຊົນຂອງແຕ່ລະກົມກອງໄດ້ ຖືສໍາຄັນຕໍ່ວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວ ຄິດ ເປັນກົກ ຕິດພັນກັບວຽກ ງານວິຊາສະເພາະຂອງຕົນ ພ້ອມ ນີ້, ຍັງໄດ້ເອົາໃຈໃສ່ໃນການອົບ ຮົມ-ຫັດແອບການເມືອງ, ການ ທະຫານ ແລະ ພະລາທິການ-ເຕັກ ນິກໃຫ້ສະມາຊິກຂອງຕົນຢ່າງ ເປັນປະຈໍາ. + ຫ້ອງເສນາອົບຮົມ ໂຮງຮຽນ ກໍ່ສ້າງນາຍສິບ ເລກ I: ໄດ້ເປີດ ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021, ເຊິ່ງໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃນ ໄລຍະ 1 ປີຜ່ານມາ ຄະນະພັກ- ຄະນະອຳນວຍການໄດ້ເອົາໃຈ ໃສ່ລົງໃກ້ຊິດຕິດແທດການ ເຄື່ອນໄຫວວຽກງານວິຊາສະ ເພາະຂອງຕົນເປັນຕົ້ນແມ່ນ ການຂຶ້ນຫ້ອງສອນຂອງຄູ- ອາຈານ, ການອອກສະໜາມ ຫັດແອບປະສານສຽງແຕກ, ຍິງລູກປືນແທ້ຢູ່ສະໜາມ ແລະ ຂະບວນການຕ່າງໆຂອງ ກົມກອງ ເພື່ອເປັນການປະກອບ ສ່ວນເຂົ້າໃນການພັດທະນາກົມ ກອງໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ