ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ເປີດອົບຮົມ-ຫັດແອບ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-01-24 17:25:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1445 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2021 ນີ້, ກອງພົນທີ 2 ໄດ້ເປີດອົບຮົມ-ຫັດແອບການເມືອງ, ການທະ ຫານ, ພະລາທິການ ແລະ ເຕັກ ນິກໃຫ້ທະຫານໃໝ່ ສົກປີ 2020, ຢູ່ທີ່ເດີນກີລາກອງພັນໃຫຍ່ 201 ກອງພົນທີ 2, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ສອນເພັດ ຈັນສົມ ຫົວໜ້າຫ້ອງເສນາທິ ການ ກອງພົນທີ 2, ມີຜູ້ຕາງ ໜ້າພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່, ກອງພັນ, ກອງຮ້ອຍ ເອກະລາດ, ຄູ-ອາຈານ ແລະ ທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສົມພອນ ແກ້ວມີໄຊ ຫົວໜ້າພະແນກເສ ນາທິການ ກອງພັນໃຫຍ່ 201 ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງເປີດອົບຮົມ-ຫັດແອບການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກ ນິກ ໃຫ້ທະຫານໃໝ່ ສົກປີ 2020 ຂອງກອງພົນທີ 2 ໂດຍອີງຕາມ ກົດໝາຍພັນທະປ້ອງກັນຊາດ, ອີງຕາມການແຈ້ງການຂອງ ກົມກຳລັງພົນ ກົມໃຫຍ່ເສນາທິ ການກອງທັບ ວ່າດ້ວຍ ມອບ ໂຕເລກລະດົມພົນ ປີ 2020 ໃຫ້ກອງພົນທີ 2 ແລະ ອີງຕາມ ຂໍ້ກຳນົດລະບຽບທະຫານໃໝ່ ໃນກອງທັບປະຊາຊົນລາວ. ຈາກນັ້ນ, ສະຫາຍ ພັນຕີ ອໍາພອນ ແສງດາລາ ຫົວໜ້າການທະຫານ ກອງພັນ 404 ກອງພັນໃຫຍ່ 201 ກອງພົນທີ 2 ໄດ້ຜ່ານ ແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໃຫ້ທະ ຫານໃໝ່ ສົກປີ 2020, ໂດຍ ອີງຕາມຄຳສັ່ງຂອງຫ້ອງເສ ນາທິການ ກອງພົນທີ 2 ວ່າດ້ວຍ ເນື້ອໃນອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກໃຫ້ທະຫານ ໃໝ່ ສົກປີ 2020 ເພື່ອແນໃສ່ ສົ່ງຄວາມຮູ້ໃຫ້ທະຫານໃໝ່ເຂົ້າ ໃຈແຈ້ງບັນດາຂໍ້ກຳນົດກົດລະ ບຽບຂອງກອງທັບ, ແນວທາງນະ ໂຍບາຍ ແລະ ກົດໝາຍຂອງລັດ ວາງອອກ, ຮູ້ສິດ ແລະ ໜ້າທີ່, ຄວາມສາມາດທາງດ້ານວິຊາ ການທະຫານຂັ້ນພື້ນຖານໃຫ້ມີ ຄວາມຊຳນິຊຳນານ, ເດັດດ່ຽວ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກ ນາໆປະການ ແລະ ເຮັດສໍາເລັດ ໜ້າທີ່ຕາມການຈັດຕັ້ງມອບ ໝາຍໃຫ້. ການອົບຮົມ-ຫັດແອບ ໃນຄັ້ງນີ້, ມີທະຫານ ໃໝ່ທັງໝົດ 110 ສະຫາຍ, ຍິງ 10 ສະຫາຍ, ກໍານົດເວລາ 90 ວັນ, ຫັດແອບ ຕົວຈິງ 60 ວັນ. ໃນນັ້ນ, ອົບຮົມ ການເມືອງ 4 ວັນ, ການທະຫານ 53 ວັນ ແລະ ພະລາທິການ-ເຕັກ ນິກ 3 ວັນ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ