ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 634 ກວດກາລະບຽບພະນັກງານ-ນັກຮົບ
ເວລາອອກຂ່າວ: 2021-01-24 17:24:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2607 | ຄວາມນິຍົມ:



ກາງເດືອນມັງກອນ 2021 ນີ້ ກອງພັນ 634 ທີ່ຂຶ້ນກັບ ກອງພົນທີ 4 ໄດ້ຈັດຕັ້ງກວດ ກາລະບຽບຕາມແຜນການຂອງ ຂັ້ນເທິງ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ອົບມາ ອິນສີຊຽງໃໝ່ ຮອງຫົວໜ້າການ ທະຫານກອງພັນ 634, ມີຄະ ນະພັກ-ຄະນະບັນຊາກອງຮ້ອຍ ແລະ ອະນຸກຳມະການຂັ້ນກອງ ພັນພ້ອມດ້ວຍພະນັກງານ-ນັກ ຮົບເຂົ້າຮ່ວມ. ການກວດກາໃນຄັ້ງນີ້, ປະ ຕິບັດຕາມແຜນການຂອງກອງ ພົນທີ 4 ກໍຄືຫ້ອງເສນາທິການ ວາງອອກ ໃນນີ້, ຈະໄດ້ກວດ ກາກ່ຽວກັບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ວາງອອກ, ກວດກາລະບຽບຮູບ ແຖວ, ການເຄົາລົບລາຍງານ, ລະບຽບເຮືອນນອນຂອງແຕ່ ລະກອງຮ້ອຍ, ການນຸ່ງຖືເຄື່ອງ ແບບຂອງກອງທັບ, ກຳນົດຊົງ ຜົມຂອງນາຍ ແລະ ພົນທະຫານ, ການເຂົ້າອອກຄ້າຍ ແລະ ອື່ນໆ ເພື່ອຄວາມເປັນເອກະພາບໃນ ທົ່ວກອງພັນ 634 ກໍຄືທົ່ວ ກອງພົນທີ 4 ໃຫ້ມີຄວາມຈົບ ງາມເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມແຜນການຂອງ ກົມໃຫຍ່ເສນາທິການກອງ ທັບວາງອອກໃຫ້ປະກົດຜົນ ເປັນຈິງ ແລະ ອີກຢ່າງໜື່ງ ເພື່ອກະກຽມຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 72 ປີ. ໂດຍ: ໜົມ ຈັນທະລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ