ກອງພັນ 634 ກວດກາລະບຽບພະນັກງານ-ນັກຮົບ
ເວລາອອກຂ່າວ: 2021-01-24 17:24:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2688 | ຄວາມນິຍົມ:
ກາງເດືອນມັງກອນ 2021
ນີ້ ກອງພັນ 634 ທີ່ຂຶ້ນກັບ ກອງພົນທີ 4 ໄດ້ຈັດຕັ້ງກວດ ກາລະບຽບຕາມແຜນການຂອງ ຂັ້ນເທິງ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ອົບມາ
ອິນສີຊຽງໃໝ່ ຮອງຫົວໜ້າການ ທະຫານກອງພັນ 634, ມີຄະ
ນະພັກ-ຄະນະບັນຊາກອງຮ້ອຍ
ແລະ ອະນຸກຳມະການຂັ້ນກອງ ພັນພ້ອມດ້ວຍພະນັກງານ-ນັກ ຮົບເຂົ້າຮ່ວມ.
ການກວດກາໃນຄັ້ງນີ້, ປະ
ຕິບັດຕາມແຜນການຂອງກອງ ພົນທີ 4 ກໍຄືຫ້ອງເສນາທິການ ວາງອອກ ໃນນີ້, ຈະໄດ້ກວດ ກາກ່ຽວກັບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ວາງອອກ, ກວດກາລະບຽບຮູບ ແຖວ, ການເຄົາລົບລາຍງານ, ລະບຽບເຮືອນນອນຂອງແຕ່ ລະກອງຮ້ອຍ, ການນຸ່ງຖືເຄື່ອງ ແບບຂອງກອງທັບ, ກຳນົດຊົງ ຜົມຂອງນາຍ ແລະ ພົນທະຫານ, ການເຂົ້າອອກຄ້າຍ ແລະ ອື່ນໆ
ເພື່ອຄວາມເປັນເອກະພາບໃນ
ທົ່ວກອງພັນ 634 ກໍຄືທົ່ວ
ກອງພົນທີ 4 ໃຫ້ມີຄວາມຈົບ ງາມເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມແຜນການຂອງ ກົມໃຫຍ່ເສນາທິການກອງ ທັບວາງອອກໃຫ້ປະກົດຜົນ ເປັນຈິງ ແລະ ອີກຢ່າງໜື່ງ ເພື່ອກະກຽມຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 72 ປີ.
ໂດຍ: ໜົມ ຈັນທະລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ