ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ເວລາອອກຂ່າວ: 2021-01-24 17:23:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ໃນວັນທີ 22 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ພົນເອກ ປຣະຢຸດ ຈັນ ໂອຊາ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ເພື່ອຮັດແໜ້ນ ສາຍພົວພັນມິດຕະພາບຖານບ້ານ ໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ. ໃນໂອກາດດັ່ງກ່າວ, ທ່ານ ປຣະຢຸດ ຈັນໂອຊາ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ສະແດງຄວາມຍິນດີຊົມເຊີຍ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກ ຕັ້ງເປັນເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ ສະໄໝທີ XI . ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບ ໃຈຕໍ່ ທ່ານ ປຣະຢຸດ ຈັນໂອຊາ ທີ່ໄດ້ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາ ເລັດຂອງກອງປະຊຸມໃຫຍ່ໃນຄັ້ງ ນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກ ສາຫາລືຮ່ວມກັນກ່ຽວກັບການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານ ໃກ້ເຮືອນຄຽງທີ່ດີ ແລະ ກ້າວໄປ ສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນກ້າວໜ້າ ແລະ ການພັດທະນາແບບຍືນຍົງໃນ ອະນາຄົດ, ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ກໍຄືເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື, ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສອງຝ່າຍເຫັນວ່າ ໃນທ່າມ ກາງສະພາບທີ່ມີການແຜ່ລະ ບາດຂອງພະຍາດໂຄວິດ-19, ສອງປະເທດ ລາວ-ໄທ ຈະເພີ່ມ ທະວີການຮ່ວມມືກັນຢ່າງແໜ້ນ ແຟ້ນ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະ ຍາດດັ່ງກ່າວ ກໍຄືສົ່ງເສີມການ ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນ ເພື່ອຊ່ວຍຟື້ນຟູເສດຖະ ກິດ ທີ່ກຳລັງໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ດັ່ງກ່າວ. ນອກຈາກນີ້, ທັງສອງ ຝ່າຍຍັງເຫັນດີຊຸກຍູ້ໃຫ້ພາກສ່ວນ ຕ່າງໆ ຂອງສອງປະເທດຮ່ວມກັນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ໄທ ຄົບ ຮອບ 70 ປີ ຢ່າງເປັນຂະບວນຟົດ ຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ເພື່ອສ່ອງແສງໃຫ້ເຫັນເຖິງສາຍ ພົວພັນມິດຕະພາບຖານບ້ານໃກ້ ເຮືອນຄຽງ ແລະ ການຮ່ວມມືທີ່ດີ ງາມລະຫວ່າງ ລາວ-ໄທ ຕະ ຫຼອດໄລຍະ 7 ທົດສະວັດຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ