ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳແຂວງບໍ່ແກ້ວ, ອຸດົມໄຊ ແລະ ເຊກອງ ວາງພວງມາລາ ແລະ ກະຕ່າດອກໄມ້ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ
ເວລາອອກຂ່າວ: 2021-01-24 17:18:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 72 ປີ, ໃນວັນທີ 20 ມັງ ກອນ 2021 ນີ້, ການນໍາແຂວງ ບໍ່ແກ້ວ, ແຂວງອຸດົມໄຊ ແລະ ແຂວງເຊກອງ ພ້ອມກໍາລັງປກຊ-ປກສ ໄດ້ວາງພວງມະລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບ ປັ້ນ ປະທານ ໄກສອນ ພົມວິຫານ. ໃນນີ້, ຢູ່ແຂວງບໍ່ແກ້ວ ນໍາໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ຢຸູ່ແຂວງອຸດົມໄຊ ນໍາໂດຍ ສະ ຫາຍ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ອຸດົມໄຊ ແລະ ຢູ່ແຂວງເຊກອງ ນໍາ ໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ. ການວາງພວງມາລາຢູ່ອະນຸ ສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ໜ້າອານຸສະ ຖານປະທານ ໄກສອນ ພົມວິຫານ ຢູ່ແຕ່ລະແຫ່ງຄັ້ງນີ້ກໍເພື່ອເປັນ ການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນ ເຫຼືອເຖິງຄຸນງາມຄວາມດີ, ນໍ້າໃຈ ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມ ຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍ ສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ໂດຍສະເພາະແມ່ນປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງຊາດ ເຊິ່ງທ່ານໄດ້ສຸມສະຕິ ປັນຍາເຂົ້າໃນການນໍາພາຂະ ບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຕາງດ້າວ ຈົນສາ ມາດຍາດໄດ້ໄຊຊະນະ ແລະ ນໍາ ເອົາຄວາມຢູ່ເຢັນເປັນສຸກມາສູ່ ປະຊາຊົນລາວບັນດາເຜົ່າ. ປັດ ຈຸບັນບັນດາຜົນງານ ແລະ ຄຸນ ງາມຄວາມດີຂອງທ່ານ ແລະ ຜູ້ນໍາການປະຕິວັດຄົນອື່ນໆ ແມ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງ ປະຊາຊົນລາວບັນດາເຜົ່າຕະ ຫຼອດກາລະນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ