ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນເຂົ້າອວຍພອນສະຫາຍຫົວໜ້າກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2021-01-24 17:14:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ວັນທີ 18 ມັງກອນ 2021 ນີ້ ຫຼາຍພາກສ່ວນໄດ້ນຳເອົາກະຕ່າ ດອກໄມ້, ກະຕ່າຂອງຂວັນ ພ້ອມ ຄຳເວົ້າອັນຈົບງາມເຂົ້າອວຍ ພອນ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງ ພັກ, ກຳມະການຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ໃນນີ້ປະກອບມີຄະນະ ປົກຄອງເມືອງໄຊເສດຖາ, ຄະ ນະທູດຝ່າຍປ້ອງກັນຊາດ ສສ ຫວຽດນາມປະຈຳ ລາວ, ຄະນະ ນຳກົມໃຫຍ່ພະລາທິການກະຊວງ ປ້ອງກັນຄວາມສະຫງົບ, ຄະນະນຳຫ້ອງວ່າການກະຊວງປ້ອງ ກັນປະເທດ, ຄະນະນຳກົມໃຫຍ່ ພະລາທິການກອງທັບ, ຄະນະນຳ 8 ກົມ, 3 ຫ້ອງການທີ່ຂຶ້ນກັບ ກົມໃຫຍ່ພະລາທິການກອງທັບ, ຄະນະນຳກົມພະລາທິການເຕັກ ນິກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຄະນະ ນຳວິທະຍາຄານການແພດກອງ ທັບ. ໂດຍແຕ່ລະຄະນະໄດ້ກ່າວ ສະແດງຄວາມຮູ້ບຸນຄຸນ ແລະ ໄດ້ ອວຍພອນໄຊ ອັນປະເສີດໃຫ້ສະ ຫາຍຫົວໜ້າກົມໃຫຍ່ພະລາທິ ການກອງທັບ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີພະລາໄມສົມບູນ ແລະ ມີຄວາມສຸກໃນຊີວິດສ່ວນຕົວ ກໍຄືໜ້າທີ່ອັນມີກຽດອັນສູງສົ່ງ ຂອງທ່ານ, ສືບຕໍ່ຊີ້ນຳນຳພກອງ ທັບ ເວົ້າລວມ, ເວົ້າສະເພາະ ຊີ້ນຳ ນຳພາເຫຼົ່າຮົບພະລາທິການກອງ ທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກໍໄດ້ສະແດງ ຄວາມຂອບໃຈຕໍ່ຄະນະນຳແຕ່ ລະພາກສ່ວນທີ່ເຫັນໄດ້ຄວາມ ໝາຍ, ຄວາມສຳຄັນຂອງວັນ ດັ່ງກ່າວ ແລະ ນຳເອົາຄຳອວຍ ພອນອັນປະເສີດ, ພ້ອມດ້ວຍກະ ຕ່າດອກໄມ້ ແລະ ກະຕ່າຂອງຂັວນ ມາມອບໃຫ້ຄັ້ງນີ້. ພ້ອມນີ້ສະ ຫາຍຫົວໜ້າກົມໃຫຍ່ພະລາທິ ການກອງທັບຍັງໄດ້ຫວນຄືນມູນ ເຊື້ອປະຫວັດສາດອັນອົງອາດກ້າ ແກ່ນຢ່າງພິລະອາດຫານຂອງ ກອງທັບເຮົາ, ຍາມໃດກອງທັບ ເຮົາກໍເປັນຫຼັກແຫຼ່ງນຳໜ້າປະ ຈັນບານໃນແຖວໜ້າຂອງຊາດ, ຂອງປະຊາຊົນບັນດາເຜົ່າ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃຫ້ມີ ຄວາມຈະເລີນ ເຕີບໃຫຍ່ເຂັ້ມແຂງ ເວົ້າລວມ, ເວົ້າສະເພາະບັນດາ ເຫຼົ່າຮົບພະລາທິການກອງທັບ ກໍໄດ້ຕິດພັນກັບທຸກໄຊຊະນະ ຮ່ວມກັບເຫຼົ່າຮົບອື່ນໆ ໃນກອງ ທັບ ແລະ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຈົນເຖິງປັດຈຸບັນ. ໂດຍ: ຄຳໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ