ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຜີຍແຜ່ຜົນສຳເລັດວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ IX
ເວລາອອກຂ່າວ: 2021-01-24 17:11:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງເຜີຍແຜ່ ເຊື່ອມຊຶມຜົນສຳເລັດຂອງກອງ ປະຊຸມວຽກງານປ້ອງກັນພາຍໃນ 5 ປີ ທົ່ວກອງທັບຄັ້ງທີ IX ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ພູເວີນ ວົງຄໍາຊາວ ເລ ຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນດັ່ງກ່າວ ເຊິ່ງມີຄະນະ ພັກ-ຄະນະບັນຊາ 6 ຫ້ອງ, 4 ກອງພັນ, 1 ກອງຮ້ອຍຮັບປະກັນ ແລະ ພະນັກງານຫຼັກແຫຼ່ງທົ່ວ ໂຮງຮຽນເຂົ້າຮວ່ມ. ສະຫາຍ ພັນໂທ ແສງເດືອນ ອິນທິສອນ ຄະນະປະຈໍາພັກ ຫົວ ໜ້າຫ້ອງການເມືອງໂຮງຮຽນໄດ້ເຜີຍແຜ່ເອກະສານກອງປະ ຊຸມວຽກງານປ້ອງກັນພາຍ ໃນທົ່ວກອງທັບຄັ້ງທີ IX ເຊິ່ງສະ ຫາຍໃຫ້ຮູ້ວ່າ: ກອງປະຊຸມວຽກ ງານປ້ອງກັນພາຍໃນທົ່ວກອງ ທັບ ຄັ້ງທີ IX ເປັນກອງປະຊຸມທີ່ມີຄວາມສໍາຄັນສໍາລັບວຽກງານປ້ອງກັນພາຍໃນກອງທັບ ໂດຍກອງປະຊຸມໄດ້ສະຫຼຸບຕີລາ ຄາຄືນວຽກງານປ້ອງກັນພາຍໃນ ທົ່ວກອງທັບ 5 ປີຜ່ານມາ (2016- 2020) ພ້ອມທັງວາງທິດທາງ ແຜນການຄາດໝາຍສູ້ຊົນ 5 ປີ ໃນຕໍ່ໜ້າ (2021-2025), ໄດ້ ບົດສະຫຼຸບຕີລາຄາຂະບວນການ ກໍ່ສ້າງກົມກອງປອດໃສ, ປອດໄພ ແລະ ປອດຄະດີ 5 ປີ ທົ່ວກອງທັບ (2016-2020) ແລະ ທິດທາງ ແຜນການແຕ່ປີ 2021-2025, ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການມອບ ໃບຢັ້ງຢືນກອງປອດໃສ, ປອດໄພ, ປອດຄະດີ ໃຫ້ບັນດາກົມ-ກອງ ໃນທົ່ວກອງທັບ ທີ່ຮັກສານາມມະ ຍົດກອງ 3 ປອດ ໄດ້ 5 ປີຕໍ່ເນື່ອງ ມີ 476 ກົມກອງ, ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການກໍານົດເນື້ອໃນຂໍ້ ແຂ່ງຂັນສ້າງກອງ 3 ປອດ ແຕ່ ປີ 2021-2025. ໃນນີ້, ມີ 4 ກົມກອງຂອງໂຮງຮຽນກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ ທີ່ຮັກສາ ນາມມະຍົດກອງ 3 ປອດ ໄດ້ 5 ປີຊ້ອນຄື: ຫ້ອງການສຶກສາ, ຫ້ອງ ພະລາທິການ, ຫ້ອງການໂຮງ ຮຽນ ແລະ ກອງຮ້ອຍຜະລິດ. ໃນພິທີໄດ້ມອບໃບຢັ້ງຢືນ ກອງ 3 ປອດໃຫ້ 4 ກົມກອງດັ່ງ ກ່າວໂດຍການມອບຂອງສະ ຫາຍ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ ຫົວໜ້າການ ເມືອງໂຮງຮຽນ. ນອກນີ້ຍັງໄດ້ ຜ່ານເນື້ອໃນຂໍ້ແຂ່ງຂັນໃນການກໍ່ ສ້າງກອງ 3 ປອດແຕ່ປີ 2021-2025 ໂດຍແຕ່ລະກົມກອງໄດ້ຂຶ້ນຈັບມືຮັບເອົາເນື້ອໃນຂໍ້ແຂ່ງ ຂັນດັ່ງກ່າວ ແລະ ນໍາໄປຈັດຕັ້ງປະ ຕິບັດຢູ່ກົມກອງຂອງຕົນ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ພູເວີນ ວົງຄໍາຊາວ ໄດ້ຮຽກ ຮ້ອງໃຫ້ແຕ່ລະກົມກອງເອົາໃຈ ໃສ່ກໍາແໜ້ນແນວຄິດຊີ້ນຳຂອງ ຂັ້ນເທິງ, ທິດທາງແຜນການວຽກ ງານປ້ອງກັນພາຍໃນທົ່ວກອງ ທັບ ໃຫ້ເຂັ້ມງວດ, ເພີ່ມທະວີການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ສະ ມາ ຊິກພັກ ແລະ ນັກຮົບມີຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ພ້ອມກັນນໍາເອົາເນື້ອໃນກອງປະ ຊຸມໄປຈັດຕັ້ງປະຕິບັດ ແລະ ສ້າງ ກົມກອງປອດໃສ, ປອດໄພ, ປອດຄະດີ ໃຫ້ເພີ່ມຂື້ນ ຫຼາຍກວ່າ ເກົ່າ ຮັບປະກັນໄດ້ດ້ານ ປະລິມານ ແລະ ຄຸນນະພາບ. ໂດຍ:ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ