ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊປະກາດການຈັດຕັ້ງຂັ້ນນຳພາ - ບັນຊາ
ເວລາອອກຂ່າວ: 2021-01-22 10:54:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ:



ວັນທີ 14 ມັງກອນ 2021 ນີ້ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ປະກາດການຈັດຕັ້ງ ຂັ້ນນຳພາ,ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະ ພັກ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ,4 ກອງພັນ, ກອງຮ້ອຍຮັບ ປະກັນ ພ້ອມດ້ວຍພະນັກງານທີ່ໄດ້ຮັບການແຕ່ງຕັ້ງເຂົ້າຮ່ວມ. ສະຫາຍ ພັນໂທ ທອງສາ ການະຄອນ ຫົວໜ້າພະແນກພະ ນັກງານໂຮງຮຽນໄດ້ຜ່ານຂໍ້ຕົກ ລົງກະຊວງປ້ອງກັນປະເທດ, ກົມ ໃຫ່ຍການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງ ພະລາທິການ ແລະ ພະແນກການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ (ສະບັບປັບປຸງ)ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍ ການຍົກຍ້າຍ, ແຕ່ງຕັ້ງນາຍທະ ຫານ, ອີງຕາມທິດທາງກ່ຽວກັບການຈັດຕັ້ງປັບປຸງບູລະນະ ກົງຈັກການຈັດຕັ້ງນຳພາ-ບັນ ຊາໃນກຳລັງປະກອບອາວຸດໃຫ້ ເຂັ້ມແຂງໜັກແໜ້ນ, ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກ ສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ສົມປະພາ ທິບພະຈັກ ເປັນຮອງຫົວໜ້າຫ້ອງ ພະລາທິການ ໂຮງຮຽນກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ, ແຕ່ງ ຕັ້ງ ສະຫາຍ ພັນໂທ ສີທາ ຫອມ ສົມບັດ ເປັນຮັກສາການຫົວໜ້າ ພະແນກບໍລິຫານຫ້ອງການ ແລະ ສະຫາຍ ພັນໂທ ດວງຕາ ພົມມະ ວົງ ເປັນຮອງຫົວໜ້າພະແນກ ບໍລິຫານຫ້ອງການໂຮງຮຽນ ແລະ ຜ່ານມະຕິຕົກລົງຂອງຄະ ຄະພັກໂຮງຮຽນ ວ່າດ້ວຍ ການ ບົ່ງຕົວແຕ່ງຕັ້ງຄະນະພັກຮາກ ຖານຢູ່ບັນດາກົມກອງ-ຫ້ອງ ການທີ່ຂຶ້ນກັບອົງຄະນະພັກໂຮງ ຮຽນ, ຄະນະພັກໂຮງຮຽນຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ກິແກ້ວ ລິດແສນຫວັງ ເປັນເລຂາຄະນະ ພັກຮາກຖານຫ້ອງພະລາທິການ, ສະຫາຍ ພັນໂທ ສົມປະພາ ທິບ ພະຈັກ ເປັນກຳມະການກວດ ກາ-ປ້ອງກັນພັກ, ສະຫາຍ ພັນຕີ ຫີນໄຊ ພົມມະໄຊ ເປັນກຳມະ ການ ການຄັງ, ບົ່ງຕົວແຕ່ງຕັ້ງ ເພີ່ມເຕີມຄະນະໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານຫ້ອງພະ ລາທິການ, ບົ່ງຕົວແຕ່ງຕັ້ງ ສະ ຫາຍ ພັນຕີ ວິໄລຈິດ ບົວສຸທິຕາ ເປັນເລຂາ ໜ່ວຍພັກ1, ສະຫາຍ ພັນໂທພອນສີ ສີສະຫວັນ ເປັນ ຮອງເລຂາ, ສະຫາຍ ພັນໂທ ບຸນ ເຫຼື່ອມ ບຸນແພງສີ ເປັນກຳມະ ການ. ພ້ອມນີ້ ສະຫາຍ ຫົວໜ້າການ ເມືອງໂຮງຮຽນ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າ ທີ່ໃໝ່ເອົາໃຈໃສ່ປະຕິບັດໜ້າທີ່ ຕາມພາລະບົດບາດຂອງຕົນດ້ວຍ ຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ການເມືອງທີ່ໄດ້ຮັບການມອບ ໝາຍ ໂດຍສະເພາະແມ່ນແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຮັບປະ ກັນເຮັດສຳເລັດໜ້າທີ່ການເມືອງ ຂອງພັກ ໃນໄລຍະໃໝ່, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ, ເອົາ ໃຈໃສ່ຮັດແໜ້ນຄວາມສາມັກຄີ ພາຍໃນ-ນອກໃຫ້ແໜ້ນແຟ້ນ ກວ້າງຂວາງ ຍົກສູງແບບແຜນວິ ທີເຮັດວຽກແບບລວມສູນປະຊາ ທິປະໄຕເປັນໝູ່ຄະນະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ,ມີຄວາມເຂັ້ມ ແຂງຕໍ່ໜ້າທີ່ການເມືອງຖືເອົາການສຶກສາອົບຮົມການເມືອງ- ນຳພາແນວຄິດເປັນສຳຄັນ, ສືບ ຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ຊາດ, ຂອງກອງທັບ ກໍຄືຂອງ ກົມກອງໃຫ້ໄດ້ດີ, ພ້ອມກັນເຮັດ ສຳເລັດໜ້າທີ່ ທີ່ຂັ້ນເທິງມອບ ໝາຍໃຫ້ນັບມື້ນັບດີຂຶ້ນເປັນ ກ້າວໆ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ