ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ ໄດ້ດຳເນີນໄປຢ່າງມີບັນຍາກາດຢູ່ຫຼາຍກົມກອງ
ເວລາອອກຂ່າວ: 2021-01-22 10:51:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 883 | ຄວາມນິຍົມ:



ແຫຼ່ງຂ່າວຈາກບັນດາກົມ ກອງ-ທ້ອງຖິ່ນໃຫ້ຮູ້ວ່າ: ບັນຍາ ກາດການສະເຫຼີມສະຫຼອງ, ການ ອວຍພອນເຊິ່ງກັນ ແລະ ກັນ ລະ ຫວ່າງກົມກອງຕໍ່ກົມກອງ, ອົງ ການຈັດຕັ້ງ, ອໍານາດການປົກຄອງທ້ອງຖິ່ນຕະຫຼອດຮອດບໍລິສັດ, ຫ້າງຮ້ານ ແລະ ນິຕິບຸກຄົນ ທີ່ມີຕໍ່ກອງທັບປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ ບົນຈິດໃຈຄວາມສາມັກ ຄີຮັກແພງ, ໄປມາຫາສູ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບ ມູນເຊື້ອອັນດີງາມທີ່ເຄີຍປະຕິບັດມາແຕ່ດົນນານນັ້ນ ເຫັນ ວ່າ ມີບັນຍາກາດຟົດຟື້ນ ແລະ ດໍາເນີນຢ່າງກວ້າງຂວາງ. ໃນນີ້, ຢູ່ກອງບັນຊາການທະຫານ ແຂວງຈໍາປາສັກ ທ່ານ ນາງ ບຸນມີ ສົມບັນດິດ ແລະ ທ່ານ ນາງ ສົມຄິດ ວິຍະເກດ ພ້ອມຄອບຄົວ ໄດ້ນໍາເອົາກະຕ່າຂອງຂັວນ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງມາ ອວຍພອນກອງບັນຊາການທະ ຫານແຂວງຈໍາປາສັກ ເພື່ອເປັນ ສ່ວນໜຶ່ງໃນການຊຸກຍູ້ກໍາລັງ ໃຈຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຮັດສໍາເລັດ ໜ້າທີ່ອັນມີກຽດຂອງຕົນ, ໂດຍ ມີ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະ ຫານ ກອງບັນຊາການທະຫານ ແຂວງຈໍາປາສັກ ພ້ອມຄະນະ ໃຫ້ ການຕ້ອນຮັບ. ສ່ວນຢູ່ກອງບັນ ຊາການທະຫານແຂວງສາລະວັນ ບັນດາຄະນະພັກກອງບັນຊາການ ທະຫານແຂວງ ໄດ້ໄປເຄື່ອນ ໄຫວຢ້ຽມຢາມຖາມຂ່າວ ແລະ ອວຍພອນຄອບຄົວອະດີດການ ນໍາກອງບັນຊາການທະຫານ ແຂວງ ເຊັ່ນ: ສະຫາຍ ພົນຈັດຕະ ວາ ພູວຽງລ່ຽມມະວົງສາ ອະ ດີດຫົວໜ້າການທະຫານກອງ ບັນຊາການ ທະຫານແຂວງ, ສະຫາຍ ພັນໂທ ສຸນີ ແກ້ວລາ ວົງ ອະດີດຫົວໜ້າຫ້ອງພະລາ ທິການ, ສະຫາຍ ພັນເອກ ບົວລາ ໄຊສົງຄາມ ອະດີດຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງ ແລະ ສະຫາຍ ພັນໂທ ບົດ ບາຈູມມະລີ ອະດີດ ຫົວໜ້າຫ້ອງການເມືອງ ກອງ ບັນຊາການທະຫານແຂວງ ສາລະວັນ, ຂະນະທີ່ໂຮງຮຽນ ກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນ ພ້ອມຄະນະໄດ້ນໍາ ເອົາ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ສຸບັນ ລິດແສນວັງ ອະດີດຫົວໜ້າການ ທະຫານໂຮງຮຽນເຊັ່ນດຽວກັນ. ທັງນີ້ເພື່ອສະແດງຄວາມກະຕັນ ຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ແລະ ຜົນງານຂອງອະດີດການ ນໍາຂອງຕົນທີ່ໄດ້ປະກອບສ່ວນສ້າງກົມກອງໃນໄລຍະຜ່ານມາ. ສໍາລັບກອງພົນທີ 3, ບັນ ດາຄະນະພະແນກການຕ່າງໆ ໄດ້ນໍາເອົາກະຕ່າດອກໄມ້, ກະ ຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າ ການເມືອງ ແລະ ຫົວໜ້າການທະ ຫານ ກອງພົນທີ 3, ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວ ໜ້າຫ້ອງການເມືອງ, ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ແລະ ສະຫາຍ ພັນໂທ ວຽງພອນ ພັນທະ ບູນ ຫົວໜ້າຫ້ອງການ ແລະ ຮອງ ຫົວໜ້າຫ້ອງການກອງພົນ. ຢູ່ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງນໍ້າທາ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນພ້ອມ ຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ສະໜິດສະໜົມຮັກແພງ ແລະ ຄໍາ ອວຍພອນໄຊອັນປະເສີດເຂົ້າ ອວຍພອນ ສະຫາຍ ບຸນລັດ ວີລະ ຊົນແຫ່ງຊາດ, ສະຫາຍ ນາງ ຫຼ້າ ນັກຮົບແຂ່ງຂັນ, ສະຫາຍ ທອງ ຈັນ, ສະຫາຍ ບົວວັນ ຈັນທະວີໄຊ, ສະຫາຍ ທອງເພັດ, ສະຫາຍ ທອງດໍາ ສີພັນດອນ, ສະຫາຍ ສີມູນ ທຸນພູວຽງ, ສະຫາຍ ໄມຈັນ ພັດນະລັດ, ສະຫາຍ ຄໍາຄຽນ ປຸຍກໍາມະລາດ, ສະຫາຍ ທອງຈັນ ຄໍາສາວົງ, ສະຫາຍ ຈັນບຸນ ໄຂ ຄໍາຄິດ ແລະ ສະຫາຍ ຄໍາສຸກ ສຸກ ພະຈັນ ເຊິ່ງບັນດາສະຫາຍເຫຼົ່າ ນັ້ນເປັນພະນັກງານອາວຸໂສບໍາ ນານອະດີດຄະນະນໍາກອງບັນ ຊາການທະຫານແຂວງຫຼວງນໍ້າ ທາ ເຊິ່ງເປັນຜູ້ທີ່ມີຜົນງານ, ຄຸນ ງາມຄວາມດີອັນໃຫຍ່ຫຼວງໃນ ການປະກອບສ່ວນສ້າງສາ ແລະ ພັດທະນາກໍາລັງປະກອບອາວຸດ ທ້ອງຖິ່ນແຂວງຫຼວງນໍ້າທາໃຫ້ ເຕີບໃຫຍ່ເຂັ້ມແຂງ ຢູ່ຫ້ອງການ ສະຫະພັນແມ່ຍິງ ກະຊວງປ້ອງ ກັນປະເທດ, 3 ອົງການຈັດຕັ້ງມະ ຫາຊົນກະຊວງສຶກສາທິການ ແລະ ກີລາ ນໍາໂດຍ ສະຫາຍ ນາງ ປ່ອງມິ່ງ ສີສະຫວັດ ຮອງຫົວໜ້າ ສະຫະພັນແມ່ຍິງກະຊວງດັ່ງກ່າວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າ ອວຍພອນຄະນະຫ້ອງການສະ ຫະພັນແມ່ຍິງກະຊວງປ້ອງ ກັນປະເທດ ໂດຍມີ ສະຫາຍ ພັນ ເອກ ນາງ ໄພວອນ ອິນ ທະບຸດ ຫົວໜ້າຫ້ອງການສະຫະພັນແມ່ ຍິງ ກະຊວງປ້ອງກັນປະເທດ ພ້ອມຄະນະໃຫ້ການຕ້ອນຮັບ. ຂະນະດຽວກັນອົງການຈັດຕັ້ງ ມະຫາ ຊົນກອງພັນໃຫຍ່ 605 ແລະ ກອງພັນໃຫຍ່ 279 ໄດ້ລົງ ເຄື່ອນ ໄຫວມອບນໍ້າດື່ມ, ກາເຟ, ໝີ່ສໍາເລັດຮູບ ແລະ ເຄື່ອງໃຊ້ຈໍາ ເປັນຈໍານວນໜຶ່ງໃຫ້ພະນັກ ງານ-ນັກຮົບ ໃນກົມກອງທີ່ພວມ ເຄື່ອນໄຫວປະຕິບັດໜ້າທີ່ປ້ອງ ກັນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ72 ປີ ຕາມຈຸດ ຕ່າງໆທີ່ກົມກອງຮັບຜິດຊອບ ແນໃສ່ຮັບປະກັນໃຫ້ແຕ່ລະ ຈຸດມີຄວາມສະຫງົບປອດໄພ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ