ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມລັດຖະມົນຕີຕ່າງປະເທດ ACD ຄັ້ງທີ 17 ແບບທາງໄກ
ເວລາອອກຂ່າວ: 2021-01-22 10:47:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ໃນວັນທີ 21 ມັງກອນ 2021, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດ ເວ ທີປຶກສາຫາລືຂອບການຮ່ວມ ມື ແຫ່ງອາຊີ ຄັ້ງທີ 17 ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ຫົວຂໍ້: ວິຖີຊີວິດໃໝ່ ແລະ ການທ່ອງທ່ຽວທີ່ປອດໄພ ແລະ ມີສຸຂະພາບດີ. ໂດຍການເປັນປະທານ ຂອງ ທ່ານ Mevlut Cavusoglu, ລັດຖະມົນຕີຕ່າງປະເທດ ຕວັກ ກີ, ເຊິ່ງມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະ ເທດສະມາຊິກ ACD ແລະ ຜູ້ ຕາງໜ້າຈາກ UNESCAP ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ທົບ ທວນຄືນການຈັດຕັ້ງປະຕິບັດກິດ ຈະກຳຕ່າງໆ ຂອງ ACD ໄລ ຍະ ປີ 2019-2020 ຜ່ານມາ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ວິໄສທັດໃໝ່ ສຳລັບ ການຮ່ວມມືກັນໃນອະນາຄົດ ກໍຄືແນວທາງການຮ່ວມມື ACD ເພື່ອແນໃສ່ຮັດແໜ້ນການຮ່ວມ ມືແບບຫຼາຍຝ່າຍ ພາຍໃນພາກ ພື້ນອາຊີ ແລະ ການຮ່ວມມືກັບ ອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະ ຕິບັດວິໄສທັດ ACD 2030 ໂດຍສະເພາະແມ່ນຂະແໜງການ ຮ່ວມມືບູລິມະສິດ 6 ເສົາຄຳ້ ຄື: (1) ດ້ານການເຊື່ອມຈອດ; (2) ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; (3) ດ້ານ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; (4) ການພົວພັນດ້ານສະບຽງອາ ຫານ, ພະລັງງານ, ແລະ ນໍ້າ; (5) ດ້ານການທ່ອງທ່ຽວ ແລະ ວັດທະນະທຳ; ແລະ (6) ການ ສົ່ງເສີມການ ພັດທະນາແບບຍືນ ຍົງ ເພື່ອສົ່ງເສີມການຮ່ວມມື ຂອງ ACD. ພ້ອມນັ້ນ, ຍັງໄດ້ ແລກປ່ຽນທັດສະນະ ກ່ຽວກັບ ການຮັບມື ແລະ ຟື້ນຟູ ສະພາບ ເສດຖະກິດ-ສັງຄົມ ໃນໄລຍະແຜ່ລະບາດ ແລະ ຫຼັງການແຜ່ລະ ບາດຂອງພະຍາດ Covid-19 ເປັນຕົ້ນ ໃນຂະແໜງທ່ອງທ່ຽວ, ບໍລິການ ແລະ MSMEs. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການ ອັງກາລາ ເພື່ອເປັນທິດທາງການຮ່ວມມື ACD ໃນຕໍ່ໜ້າ ແລະ ກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ ACD ຄັ້ງທີ 3 ທີ່ມີແຜນຈະຈັດ ຂຶ້ນໃນກາງປີ 2021 ໂດຍການ ເປັນເຈົ້າພາບຂອງປະເທດກາ ຕ້າ. ໃນໂອກາດນີ້, ທ່ານ ລັດຖະມົນ ຕີ ສະເຫຼີມໄຊ ກົມມະສິດ ໄດ້ປະ ກອບຄຳຄິດຄຳເຫັນຕໍ່ກອງປະ ຊຸມໂດຍໄດ້ເນັ້ນເຖິງຄວາມສຳ ຄັນໃນການວາງມາດຕະການ ຮັບມື ແລະ ຟື້ນຟູການພັດທະນາ ເສດຖະກິດ-ສັງຄົມ ພາຍຫຼັງການ ແຜ່ລະບາດພະຍາດ COVID-19 ໂດຍສະເພາະການສົ່ງເສີມການ ຮ່ວມມືໃນຂະແໜງການທ່ອງ ທ່ຽວ, ສາທາລະນະສຸກ, ການຄ້າ ແລະ ການບໍລິການ. ພ້ອມນີ້, ຍັງໄດ້ຢຳ້ເຖິງການທົບທວນຄືນການຮ່ວມມື ACD ໃນໄລຍະຜ່ານມາ ເພື່ອກຳນົດຂົງເຂດການຮ່ວມມື ໃນຕໍ່ໜ້າໃຫ້ສອດຄ່ອງກັບສະ ພາບ ແລະ ເງື່ອນໄຂໃນໄລຍະໃໝ່. ຂອບການຮ່ວມມື ACD ໄດ້ຖືກ ສ້າງຕັ້ງຂຶ້ນໃນປີ 2002, ສະມາ ຊິກເອຊີດີ ກໍ່ຕັ້ງໃນເບື່ອງຕົ້ນມີ 18 ປະເທດ, ໃນນັ້ນ ລວມມີ ສປປ ລາວ ແລະ ສະມາຊິກ ປະເທດອາຊຽນ ອື່ນໆ. ມາເຖິງປັດຈຸບັນ ACD ມີສະມາຊິກທັງໝົດ 35 ປະເທດ ຄື: ອັບການິດສະຖານ, ບາເຣນ, ບັງກະລາເທດ, ພູຖານ, ບຣູໄນ, ກຳປູເຈຍ, ສປ ຈີນ, ອິນເດຍ, ອິນ ໂດເນຍເຊຍ, ອີຣ່ານ, ຍີ່ປຸ່ນ, ກາຊັກສະຖານ, ກູເວດ, ກາສະຖານ, ສ ເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກລີ, ມຽນມາ, ໂອມານ, ປາກີສະຖານ, ຟີລິບປິນ, ກາຕາ, ລັດ ເຊຍ, ຊາອຸດິອາລາເບຍ, ສິງກະ ໂປ, ສີລັງກາ, ທາຈິກິດສະຖານ, ຕວັກກີ, ໄທ, ສະຫະລັດອາຣັບ ອິມິເຣດ, ອຸສະເບກິດສະຖານ, ສສ ຫວຽດນາມ, ເນປານ, ສ່ວນ ປາເລດສະຕິນ ເຂົ້າເປັນສະມາຊິກ ເອຊີດີ ເປັນປະເທດທີ 35, ເຊິ່ງ ໄດ້ຮັບຮອງເອົາໃນກອງປະຊຸມ ລັດ ຖະມົນຕີຕ່າງປະເທດ ACD ຄັ້ງທີ 16 ໃນເດືອນພຶດສະພາ 2019 ທີ່ ໂດຮາ, ກາຕ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ