ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳແຂວງ ແລະ ຄະນະພັກ - ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ປກສ ແຂວງຫຼວງນ້ຳທາ ວາງພວງມາລາ
ເວລາອອກຂ່າວ: 2021-01-22 10:45:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ໄດ້ໝູນ ວຽນມາບັນຈົບ ຄົບຮອບ 72 ປີ ການນຳຂອງແຂວງ, ສອງກອງບັນຊາການທະຫານ-ຕໍາຫຼວດ, ເຊິ່ງນຳໂດຍ ທ່ານ ຄໍາໄຫຼ ສີປະ ເສີດ ກໍາມະການສູນກາງພັກ ເລ ຂາພັກແຂວງ ເຈົ້າແຂວງໆຫຼວງ ນໍ້າທາ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສາ ວະລີຮູບປັ້ນປະທານ ໄກສອນ ພົມວິຫານ ແລະ ວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ ໃນວັນທີ 20 ມັງກອນ 2021 ນີ້, ເພື່ອເປັນການໄວ້ອາໄລເຖິງດວງ ວິນຍານຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າ ຫານ, ໂດຍພາຍໃຕ້ການນຳພາ- ຊີ້ນໍາຂອງພັກປະຊາຊົນປະຕິວັດ ລາວ ພາຍຫຼັງທີ່ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໄດ້ປະເຊີນໜ້າກັບພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່, ພັກໄດ້ແບກຫາບພາລະອັນໜັກ ໜ່ວງ ເພື່ອນໍາພາ-ຊີ້ນໍາ ປວງຊົນ ລາວທັງຊາດທີ່ເຕັມໄປດ້ວຍ ຄວາມເສຍສະຫຼະກ້າວໄປເຖິງ ການປົດປ່ອຍປະເທດຊາດຢ່າງ ສົມບູນ. ພວກເພິ່ນເຫຼົ່ານັ້ນ,ໄດ້ ນໍາເອົາຄວາມຢູ່ເຢັນເປັນສຸກມາ ສູ່ປະຊາຊົນລາວບັນດາເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີ ຂອງພວກເພິ່ນ ໄດ້ຈາລຶກໃນ ຄວາມຊົງຈໍາຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດກາລະນານ. ສະນັ້ນພະນັກງານ-ສະມາຊິກພັກ ຮຸ່ນສືບທອດ ຕ້ອງເປັນເຈົ້າການ ສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້ຄວາມສາ ມາດ, ມີຄຸນສົມບັດສິນທຳປະຕິ ວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບປະ ຊາຊົນບັນດາເຜົ່າ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງພັກ-ລັດໃຫ້ສູງຂຶ້ນກວ່າເກົ່າ. ໃນວັນດຽວກັນນີ້, ຄະນະພັກ-ຄະນະບັນຊາກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໄດ້ ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ ພາຍໃນ ກົມກອງຂອງຕົນ, ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເລຂາຄະນະພັກ, ຫົວ ໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະກອງບັນຊາ ການ, ພ້ອມດ້ວຍຄະນະຫ້ອງ ຕະ ຫຼອດຮອດບັນດາຫົວໜ້າພະ ແນກ, ຮອງພະແນກ ຈາກອົງ ການ 5 ຫ້ອງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການຈາ ລຶກ ເຖິງຜົນງານຄຸນງາມຄວາມດີ ຂອງພະນັກງານ-ນັກຮົບທີ່ເສຍ ສະຫຼະຊີວິດເພື່ອປະເທດຊາດ ໃນເມື່ອກ່ອນ, ທັງເປັນການສະແດງ ເຖິງຄວາມຮູ້ບຸນຄຸນຕໍ່ຂອງນັກ ຮົບປະຕິວັດ ທີ່ຍອມເສຍສະຫຼະ ຊີວິດເພື່ອພາລະກິດປົກປັກຮັກສາ ປະເທດຊາດ ຢ່າງເດັດດ່ຽວ ແລະ ອົງອາດກ້າຫານ ໃນການຕໍ່ສູ້ຕີ ສັດຕູໃນເມື່ອກ່ອນຈົນສາມາດ ຍາດໄດ້ໄຊຊະນະ ມາໃຫ້ແກ່ປະ ເທດເຮົາຈົນເຖິງປັດຈຸບັນ ຍ້ອນ ມີພວກເພີ່ນໃນວັນນັ້ນ ຈຶ່ງມີພວກເຮົາເຖິງວັນນີ້ ສະນັ້ນ, ພະນັກ ງານ-ນັກຮົບຮຸ່ນສືບທອດຄວນ ນຳເອົາໄປເປັນບົດຮຽນທີ່ລໍ້າ ຄ່າເພື່ອຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂອງຕົນພ້ອມເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ