ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ປັບປຸງການຈັດຕັ້ງ
ເວລາອອກຂ່າວ: 2021-01-21 15:09:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2021 ນີ້, ກອງພົນທີ1 ໄດ້ປະກາດການຈັດ ຕັ້ງສັັບຊ້ອນໜ້າທີ່ຂັ້ນພະແນກ ການ ແລະ ກອງພັນນ້ອຍ, ໂດຍ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ1, ມີຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ພັນໂທ ວຽງສະຫວັນ ຫົວໜ້າພະແນກພະນັກງານກອງ ພົນທີ1 ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງໜ້າທີ່ນາຍ ທະຫານຢູ່ກອງພົນທີ1, ລະອຽດ ດັ່ງນີ້: ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວຽງວິໄລ ໄຊຍະສີ ເປັນ ຫົວໜ້າການທະຫານກອງ ພັນ 13, ສະຫາຍ ພັນໂທ ສົມສີ ພົງ ສະຫວັດ ເປັນຫົວໜ້າພະແນກສູ້ ຮົບ, ສະຫາຍ ພັນໂທ ຄອນສະ ຫວັນ ແກ້ວຄໍາພອນ ເປັນຫົວ ໜ້າພະແນກອົບຮົມ, ສະຫາຍ ພັນໂທ ບຸນລິດ ນາມມະຄຸນ ເປັນຫົວໜ້າພະແນກກົດລັບ, ສະຫາຍ ພັນໂທ ເພັດຈິນດາ ປັງສະໄລ ເປັນຮອງຫົວໜ້າພະ ແນກສູ້ຮົບ, ສະຫາຍ ພັນໂທ ອຸ້ຍ ສໍາລານ ບົວພະທອງ ເປັນຮອງ ຫົວໜ້າພະແນກອົບຮົມ, ສະຫາຍ ພັນຕີ ວັນນະຄອນ ຂັນຈັນທາ ເປັນຮອງຫົວໜ້າພະແນກກົດ ລັບ, ສະຫາຍ ພັນຕີ ເຟືອງພາ ນິດ ສຸລະຄິດ ເປັນຮອງຫົວໜ້າ ພະແນກພົວພັນຮ່ວມມື, ສະຫາຍ ຮ້ອຍເອກ ພິດສະໄໝ ເລື່ອນກະ ເສີມສຸກ ເປັນຮອງ ຫົວໜ້າ ພະ ແນກແຜນທີ່, ສະຫາຍ ພັນໂທ ບຸນເປັນ ສີພອນດອນ ເປັນຫົວ ໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 102, ສະຫາຍ ພັນ ໂທ ສຸລິວົງ ທໍາມະເກງ ເປັນ ຮອງຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 102, ສະຫາຍ ພັນໂທ ສອນພັນ ລໍຈິງຄູນພັນ ເປັນຮອງຫົວ ໜ້າພະແນກເສນາທິການກອງ ພັນໃຫຍ່102, ສະຫາຍ ພັນໂທ ຄໍາແປ້ນ ວັນໄຊ ເປັນຫົວໜ້າ ການທະຫານກອງພັນ 15, ສະ ຫາຍ ພັນໂທ ສີພອນ ວັນນະວົງ ເປັນຮອງ ຫົວໜ້າພະແນກເສ ນາທິການກອງພັນໃຫຍ່ 101, ສະຫາຍ ພັນໂທ ທອງສະໄໝ ຕະມອງ ເປັນຫົວໜ້າການ ເມືອງກອງພັນ 598. ໃນການປະກາດແຕ່ງຕັ້ງຄັ້ງນີ້, ເພື່ອປະຕິບັດຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ສະນັ້ນ, ພັກ-ລັດ, ການຈັດຕັ້ງຂັ້ນເທິງ ຈຶ່ງໄດ້ຕົກລົງແຕ່ງຕັ້ງໜ້າທີ່ນາຍ ທະຫານເຂົ້າປະກອບໃນຕໍາແໜ່ງງານທີ່ເໝາະສົມ ເປັນການສືບຕໍ່ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃຫ້ປະສົບຜົນສຳເລັດ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ