ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 1 ປະກາດເລື່ອນຊັ້ນໃຫ້ນາຍສິບ
ເວລາອອກຂ່າວ: 2021-01-21 15:07:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2021 ນີ້, ກອງພົນທີ 1 ໄດ້ປະກາດ ເລື່ອນຊັ້ນໃຫ້ທະຫານນາຍສິບ ໂດຍການເຂົ້າຮ່ວມເປັນປະທານ ແລະ ປະດັບຊັ້ນຂອງສະຫາຍ ພັນໂທ ບຸນສົງ ແກ້ວດວງຕາ ຮອງຫົວໜ້າ ຫ້ອງເສນາທິການ ກອງພົນທີ 1, ມີຄະນະພັກ-ຄະ ນະບັນຊາ, ອົງການ, ພະແນກການ ພ້ອມດ້ວຍພົນທະຫານທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ທອງພອນ ສີສຸພັນ ຮອງຫົວໜ້າພະແນກກຳ ລັງພົນ ກອງພົນທີ 1 ໄດ້ຜ່ານ ຂໍ້ຕົກລົງຂອງກອງພົນທີ 1 ວ່າ ດ້ວຍ ການເລື່ອຊັ້ນນາຍສິບ ແລະ ພົນທະຫານ ໃນກອງທັບປະຊາ ຊົນລາວ ແລະ ອີງຕາມລະບຽບ ຂອງນາຍສິບ ແລະ ພົນທະຫານ ກອງທັບປະຊາຊົນລາວ (ສະ ບັບປັບປຸງ ) ໃນໝວດທີ 3 ມາດ ຕາທີ 13 ແລະ 14 ຂອງກອງທັບ ທີ່ມີຕໍ່ນາຍ ແລະ ພົນທະຫານ ໃນນີ້, ຕົກລົງເລື່ອນສິບຕີຂຶ້ນ ສິບໂທ ຈຳນວນ 221 ສະຫາຍ ແລະ ເລື່ອນຊັ້ນສິບໂທຂຶ້ນສິບ ເອກຈຳນວນ 205 ສະ ຫາຍ. ໂອກາດນີ້, ສະຫາຍ ພັນໂທ ບຸນສົງ ແກ້ວດວງຕາ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາ ຄັນຕໍ່ພົນທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍສືບ ຕໍ່ເພີ່ມທະວີຄວາມສາມັກຄີໃຫ້ ເປັນປຶກແຜ່ນແໜ້ນໜາ, ປັບປຸງ ແບບແຜນວິທີເຮັດວຽກແບບມີວິ ທະຍາສາດສອດຄ່ອງກັບໜ້າທີ່ ການເມືອງຂອງຕົນ, ເປັນແບບ ຢ່າງໃນການເຝິກຝົນຫຼໍ່ຫຼອມຕົນ ເອງຮອບດ້ານ, ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງ ໜ້າເຮັດວຽກງານວິຊາສະເພາະຂອງຕົນຕາມທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍໝາກຜົນສູງ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ