ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຮັບອວຍພອນຈາກທະນາຄານຫຸ້ນສ່ວນການຄ້າທະຫານຫວຽດນາມ
ເວລາອອກຂ່າວ: 2021-01-21 15:03:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ວັນທີ 19 ມັງກອນ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ຕ້ອນ ຮັບການເຂົ້າອວຍພອນຈາກ ທະນາຄານຫຸ້ນສ່ວນການຄ້າທະ ຫານຫວຽດນາມ ສາຂາລາວ ນໍາ ໂດຍ ສະຫາຍ ຫງວຽນ ຢາກວາງ ຫົວໜ້າອໍານວຍການທະນາ ຄານຫຸ້ນສ່ວນການຄ້າທະຫານຫວຽດນາມ ສາຂາລາວ ພ້ອມ ຄະນະ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ72 ປີ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ ກ່າວສະແດງຄວາມຂອບໃຈຕໍ່ ຄະນະອໍານວຍການທະນາ ຄານຫຸ້ນສ່ວນການຄ້າທະຫານ ຫວຽດນາມ ທີ່ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງວັນສ້າງ ຕັ້ງກອງທັບປະຊາຊົນລາວທີ່ມີ ປະຫວັດການເຕີບໃຫຍ່ຂະຫຍາຍ ຕົວມາຍາວນານ ເຊິ່ງນັບແຕ່ມື້ໄດ້ ຮັບການສ້າງຕັ້ງຂຶ້ນ, ກອງທັບ ປະຊາຊົນລາວ ກໍໄດ້ບຸກໜ້າບືນ ຕົວສ້າງຄວາມເຂັ້ມ ແຂງດ້ວຍ ຕົນເອງ ຈົນສາມາດຍາດໄດ້ໄຊ ຊະນະເປັນກ້າວໆມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ