ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັນດາທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດເພື່ອນມິດ ເຂົ້າອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-21 15:02:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ວັນທີ 18 ມັງກອນ 2021 ນີ້, ບັນດາທີ່ປຶກສາທູດຝ່າຍປ້ອງ ກັນຊາດ ກຳປູເຈຍ,​ ສສ ຫວຽດນາມ, ສປ ຈີນ, ຣັດເຊຍ, ສ ເກົາຫຼີ, ຣາ ຊາອະນະຈັກໄທ, ມາເລເຊຍ, ອິນ ໂດເນເຊຍ, ສສ ມຽນມາ ແລະ ສະຫະລັດອາເມຣິກາ, ໄດ້ນຳເອົາ ກະຕ່າດອກໄມ້, ກະຕ່າຂອງຂວັນ ແລະ ວັດຖຸປັດໃຈພ້ອມດ້ວຍຄຳອວຍພອນອັນປະເສີດເຂົ້າອວຍພອນຄະນະ ນຳກະຊວງປ້ອງກັນປະເທດ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20/1/1949-20/1/2021),​ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງກອງທັບພ້ອມ ຄະນະ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ບັນດາ ທີ່ປຶກສາທູດຝ່າຍປ້ອງກັນຊາດ ເຫຼົ່ານັ້ນທີ່ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 72 ປີ ແລະ ໄດ້ ເອົາກະຕ່າ ດອກໄມ້ພ້ອມດ້ວຍຄຳອວຍພອນ ໄຊອັນປະເສີດມາອວຍພອນໃນ ຄັ້ງນີ້ ທັງໝົດນີ້ເປັນການຮັດແໜ້ນ ຄວາມສາມັກຄີ ແລະ ສືບຕໍ່ສ້າງ ສາຍພົວພັນອັນດີລະຫວ່າງກະ ຊວງປ້ອງກັນປະເທດກັບບັນດາ ກະຊວງປ້ອງກັນປະເທດໃນພາກ ພື້ນ, ກໍຄືສາກົນໃຫ້ນັບມື້ມີຄວາມ ເຂັ້ມແຂງແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມທັງສະແດງ ຄວາມເຊື່ອໝັ້ນບັນດາປະເທດ ເພື່ອນມິດຈະໃຫ້ການສະໜັບສະໜູນກະຊວງປ້ອງກັນເທດລາວ ເພື່ອໃຫ້ກ້າວໄປສູ່ກອງທັບທີ່ທັນສະໄໝໃນອະນາຄົດຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ