ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳແຂວງຄຳມ່ວນ ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2021-01-21 14:56:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນທີ 19 ມັງກອນ 2021 ນີ້ ການນຳແຂວງຄຳມ່ວນ ນຳ ໂດຍ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ, ມີຄະນະພັກ- ຄະນະບັນຊາ ກຳລັງປ້ອງກັນ ຊາດ - ປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ໄດ້ເຂົ້າວາງພວງ ມະລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ, ( ວັນທີ 20 ມັງກອນ 1949 -20 ມັງກອນ 2021 ) ການວາງພວງ ມະລາໃນຄັ້ງນີ້ ເພື່ອເປັນການ ໄວ້ອາໄລເຖິງດວງວິນຍານ ຂອງ ພະນັກງານ-ນັກຮົບພະນັກງານ ບັນພະບູລຸດກໍຄືບັນດານັກຮົບປະ ຕິວັດທີ່ເສຍສະຫຼະຊີວິດ, ເລືອດ ເນື້ອ ເພື່ອພາລະກິດປະຕິວັດຢ່າງ ອົງອາດກ້າຫານ, ເປັນການສະ ແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນ ງາມຄວາມດີທີ່ມີນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມ ຈຳນົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດ ລາວ ຈົນສາມາດຍາດໄດ້ໄຊຊະ ນະ ແລະ ສະຖາປະນາເປັນປະ ເທດສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ເຊິ່ງໄດ້ນຳເອົາ ຄວາມຢູ່ເຢັນເປັນສຸກມາສູ່ປະ ຊາຊົນລາວບັນດາເຜົ່າ ເຊິ່ງ ຜົນງານ ແລະ ຄຸນງາມຄວາມດີ ຂອງພວກເພີ່ນຈຶ່ງໄດ້ຈາລຶກໃນ ຄວາມຊົງຈຳຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດກາລະນານ, ທັງເປັນການປະກອບສ່ວນອັນສຳ ຄັນເຂົ້າໃນການປະຕິບັດສອງໜ້າ ທີ່ຍຸດທະສາດ ຄື : ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດເຮັດໃຫ້ປະເທດຊາດຂອງ ພວກເຮົາ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ໂດຍ : ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ