ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບປະຊາຊົນລາວ ເປັນກຳລັງແກ່ນສານໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ
ເວລາອອກຂ່າວ: 2021-01-21 14:55:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ທ່ານ ວັນເລີນ ປຸ້ຍ ໄມນີ ເຈົ້າເມືອງໆບໍລິຄັນ ແຂວງບໍລິຄໍາໄຊ ໄດ້ສະ ແດງຄວາມຮູ້ສຶກ ແລະ ທັດສະນະຂອງຕົນຕໍ່ວັນ ສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 72 ປີ (20/1/1949-20/12/ 2021) ວ່າ: ກອງທັບປະ ຊາຊົນລາວນັບແຕ່ມື້ສ້າງ ຕັ້ງຂຶ້ນມາໄດ້ກາຍເປັນກຳລັງຫຼັກແຫຼ່ງແກ່ນສານໃນຂະບວນການ ປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສ້າງຕັ້ງລະບອບໃໝ່ ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງຕົນໄວ້ຢ່າງໝັ້ນຄົງ. ນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ກອງທັບ ໄດ້ເປັນກໍາ ລັງຫຼັກແຫ່ງໃນການຮັກສາເອກກະລາດອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ ເຊິ່ງເປັນ ໜ້າທີ່ອັນໜັກໜ່ວງ ແລະ ມີກຽດ ສະຫງ່າທີ່ພັກ-ລັດ ແລະ ປະຊາ ຊົນລາວບັນດາເຜົ່າມອບໝາຍ ໃຫ້, ເວລາໃດກອງທັບ ກໍຖື ສຳຄັນ ແລະ ຕັ້ງໜ້າປະຕິບັດພາ ລະກໍາຂອງຕົນສໍາເລັດມາເປັນ ກ້າວໆສາມາດສ້າງໄດ້ບັນດາຜົນ ງານອັນໃຫຍ່ຫຼວງຄືພ້ອມກັບປະ ຊາຊົນລາວບັນດາເຜົ່າປົກປັກ ຮັກສາໝາກຜົນຂອງການປະຕິ ວັດໄດ້ຢ່າງໝັ້ນຄົງປະກອບສ່ວນ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດ ການເປັນຢູ່ຂອງພະນັກງານ-ນັກ ຮົບ ແລະ ປະຊາຊົນບັນດາເຜົ່າດີ ຂຶ້ນ, ປະເທດຊາດມີຄວາມໝັ້ນ ຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານຕະຫຼອດມາ,ໃນປັດຈຸ ບັນກອງທັບເຮົາໄດ້ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ກ້າວຂຶ້ນເປັນ ກອງທັບທີ່ມີລະບຽບແບບແຜນ ແລະ ທັນສະໄໝມັນໄດ້ສ້າງ ຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການເຮັດ 2 ໜ້າ ທີ່ໄລຍະໃໝ່ຄືການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ສະນັ້ນ, ໃນໂອກາດທີ່ມີຄວາມ ໝາຍສຳຄັນນີ້ຂ້າພະເຈົ້າຮູ້ສຶກ ພາກພູມໃຈທີ່ເຫັນໄດ້ເຖິງຄວາມ ເຕີບໃຫຍ່ເຂັ້ມແຂງຂອງກອງທັບ ປະຊາຊົນລາວ ເວົ້າລວມ, ເວົ້າສະ ເພາະໃນຂົງເຂດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເມືອງບໍລິຄຳໄຊໄດ້ຮັບການ ປັບປຸງຢ່າງເຂັ້ມແຂງ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ວຽກງານເຮັດໃຫ້ສະພາບໃນທົ່ວ ເມືອງບໍລິຄັນ ກໍຄື ແຂວງບໍລິຄຳໄຊ ມີຄວາມສະຫງົບສຸກໂດຍພື້ນ ຖານຕະຫຼອດມາ . ທ້າຍນີ້ຂໍອວຍພອນແດ່ ບັນດາຄະນະນຳກະຊວງປ້ອງ ກັນປະເທດ, ພັກງານ-ນັກຮົບທຸກ ທົ່ວໜ້າຈົ່ງມີພະລານະໄມສົມບູນ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວພ້ອມກັນກ້າວເຮັດ ສຳເລັດໜ້າທີ່ອັນມີກຽດສະຫງ່າ ທີ່ປະເທດຊາດ ແລະ ປະຊາຊົນ ລາວມອບໝາຍໃຫ້ມີຜົນສໍາເລັດ ສູງຂຶ້ນກວ່າເກົ່າ. ໂດຍ: ຄໍາປັອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ