ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຈັດງານມະຫະກຳບຸນຊ້າງປີ 2021 ແຂວງໄຊຍະບູລີ ເຮັດຕາມຮີດຄອງປະເພນີ
ເວລາອອກຂ່າວ: 2021-01-21 14:53:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ການກໍານົດວັນຈັດງານມະ ຫະກໍາບຸນຊ້າງ ປະຈໍາປີ 2021 ທີ່ແຂວງໄຊຍະບູລີ ແມ່ນມື້ວັນທີ 13 ກຸມພາ 2021 ໃນງານດັ່ງກ່າວ ແມ່ນຈະບໍ່ມີການສະແດງຂອງຊ້າງຄໍາຮູ້ ແລະ ກິດຈະກໍາອື່ນໆ ສໍາລັບຊ້າງທີ່ຈະເຂົ້າຮ່ວມງານ ບຸນ ແມ່ນກໍານົດເອົາຈໍານວນ 16-18 ໂຕ ແລະ ຈະເຮັດພຽງ ວັນດຽວເທົ່ານັ້ນຄື ວັນທີ 13 ກຸມ ພາ 2021 ເພື່ອເປັນການຄອບ ເລົ່າ, ຈະບໍ່ໄດ້ຈັດງານໃຫຍ່ ແລະ ຈໍາກັດຜູ້ເຂົ້າຮ່ວມພາຍໃນງານ ພຽງແຕ່ 200-300 ຄົນເທົ່ານັ້ນ. ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ ໄດ້ ຖະແຫຼງຂ່າວການຈັດງານມະ ຫະກໍາບຸນຊ້າງ ແຂວງໄຊຍະບູລີ ປະຈໍາປີ 2021 ໃນວັນທີ 17 ມັງ ກອນ 2021 ນີ້ ວ່າ: ແຂວງໄຊຍະ ບູລີ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ຖ້າ ທຽບໃສ່ແຂວງອື່ນໃນ ສປປ ລາວ ດ້ວຍເຫດນັ້ນເພື່ອເປັນການອະນຸ ລັກຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາ ວັດທະນະທໍາຮີດຄອງປະເພນີ ອັນດີງາມ ແລະ ວິຖີການດໍາລົງຊີ ວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະ ດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາ, ເວົ້າລວມ, ເວົ້າສະເພາະ ປະຊາຊົນ ຊາວແຂວງໄຊຍະບູລີ ຈຶ່ງໄດ້ພ້ອມພຽງກັນຈັດງານມະຫະກໍາບຸນຊ້າງນີ້ຂຶ້ນໃນແຕ່ລະປີ; ສໍາລັບປີ 2021 ນີ້ຖືວ່າເປັນ ຄັ້ງທີ 15 ຈະ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ຕາມຮີດຄອງປະເພນີ ເພາະປີນີ້ເປັນປີທີ່ມີຄວາມສ່ຽງ ສູງ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ແມ່ນຍັງສືບຕໍ່ຂະຫຍາຍຕົວເປັນ ວົງກວ້າງ ແລະ ກາຍພັນ ເຊິ່ງມັນ ເປັນມະຫັນຕະໄພຕໍ່ມວນມະນຸດ ໃນທົ່ວໂລກ ແລະ ຍາກທີ່ຈະຢັບ ຢັ້ງບັນຫາເຊື້ອພະຍາດດັ່ງກ່າວ. ສະນັ້ນ, ການຈັດງານມະຫະກໍາ ບຸນຊ້າງປີ 2021 ນີ້ຈຶ່ງຈັດຂຶ້ນ ພຽງ 1 ວັນເທົ່ານັ້ນເພື່ອເປັນການ ຄອບເລົ່າ, ຈະບໍ່ໄດ້ຈັດໃຫຍ່ຄື ທຸກໆປີຜ່ານມາ ເພື່ອຮັບປະກັນມາດຕະການປ້ອງກັນການລະບາດເຊື້ອພະຍາດໂຄວິດ-19. ຄະນະຮັບຜິດຊອບຈັດງານ ຈຶ່ງໄດ້ ກໍານົດເອົາແຕ່ກິດຈະກໍາທີ່ສໍາຄັນ ແລະ ຈໍາເປັນ ເຊັ່ນ: ວັນທີ 12 ກຸມພາ 2021 ຕອນແລງແມ່ນຈະ ເຮັດພິທີກໍາຄອບເລົ່າສິ່ງສັກສິດ ເຈົ້າຫຼັກບ້ານຫຼັກເມືອງ, ວັນທີ 13 ກຸມພາ 2021 ເປັນມື້ຈັດງານມະ ຫະກໍາບຸນຊ້າງຈະມີພິທີຕັກບາດຢາດນໍ້າອຸທິດສ່ວນບຸນກຸສົນໃຫ້ຊ້າງ ຈາກນັ້ນແຮ່ຂະບວນຊ້າງ ແລະ ເຂົ້າສູ່ພິທີບາສີສູ່ຂວັນຊ້າງ, ຈັດອາຫານແບບບຸບເຟໃຫ້ຊ້າງ ເພື່ອສ້າງເງື່ອນໄຂໃຫ້ຊ້າງໄດ້ມາ ພົບກັນ. ສໍາລັບຊ້າງທີ່ຈະເຂົ້າ ຮ່ວມງານບຸນໃນຄັ້ງນີ້ແມ່ນກໍາ ນົດເອົາ ປະມານ 16-18 ໂຕ ທີ່ ລ້ຽງຢູ່ພາຍໃນເມືອງໄຊຍະບູລີ ເທົ່ານັ້ນ ຈະໄດ້ເບິ່ງຕາມເງື່ອນ ໄຂຕົວຈິງ ເພາະວ່າຊ້າງບາງໂຕ ເມື່ອຮອດໄລຍະຈັດງານແລ້ວ ອາດຈະມີອາການຕ່າງໝູ່ ຫຼື ເອີ້ນ ວ່າຊ້າງຕົກມັນ ຈະມີອາການໃຈ ຮ້າຍກໍ່ບໍ່ສາມາດເຂົ້າຮ່ວມໄດ້. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາ ທ່ານຍິງ-ທ່ານຊາຍ ແລະ ນັກ ທ່ອງທ່ຽວຊາບວ່າ: ບຸນຊ້າງຢູ່ ແຂວງໄຊຍະບູລີຂອງພວກເຮົາ ປີນີ້ຈະໄດ້ຈັດຂຶ້ນຕາມຮີດຄອງ ປະເພນີທີ່ເຄີຍໄດ້ຈັດຕັ້ງປະຕິ ບັດກັນມາ ແຕ່ຫຼຸດລະດັບລົງ ແລະ ຫວັງວ່າໃນຄັ້ງຕໍ່ໆໄປງານມະຫະ ກໍາບຸນຊ້າງຈະກັບມາຄືກຄື້ນ ໃໝ່ອີກຄັ້ງ ພາຍຫຼັງເຊື້ອພະຍາດ ໂຄວິດ-19 ໄດ້ຫາຍໄປຈາກໂລກ ມະນຸດເຮົາ. ໂດຍ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ