ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳແຂວງໄຊຍະບູລີ ວາງພວງມາລາ ຢູ່ສຸສານທະຫານໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-21 14:51:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379584322 | ຄວາມນິຍົມ:



ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ໝູນວຽນມາ ອີກວາລະໜຶ່ງນັ້ນ, ໃນຕອນ ເຊົ້າວັນທີ 20 ມັງກອນ 2021, ການນໍາຂອງແຂວງໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດ ທະວົງ ກຳມະການສູນກາງພັກ ເຈົ້າແຂວງໄຊຍະບູລີ, ປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ, ພ້ອມດ້ວຍການ ນໍໍາທຸກພາກສ່ວນຂອງແຂວງ ໄດ້ເຂົ້າວາງພວງມະລາທີ່ສຸສານ ທະຫານ, ທັງນີ້ກໍເພື່ອເປັນການ ໄຫວ້ອາໄລ ແລະ ລະນຶກເຖິງບຸນ ຄຸນ-ຄຸນງາມຄວາມດີຂອງດວງ ວິນຍານພະນັກງານ-ນັກຮົບປະ ຕິວັດທີ່ໄດ້ເສຍສະຫຼະຊີວິດເລືອດ ເນື້ອໃນປາງສົງຄາມ, ເພື່ອພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເພື່ອປະ ຊາຊົນໃນໄລຍະຕໍ່ສູ້ກູ້ຊາດ, ຍາດ ເອົາເອກະລາດ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະແມ່ນເຂດນໍ້າແດນ ດິນຂອງແຂວງໄຊຍະບູລີ ໄວ້ ໃຫ້ໝັ້ນຄົງ, ການເຂົ້າວາງພວງ ມະລາຄັ້ງນີ້ປະກອບມີ: ກ້ອນ ການນໍາຂອງແຂວງ, ກໍາລັງປະ ກອບອາວຸດ, ກ້ອນເຍົາວະຊົນ, ກ້ອນຊາວໜຸ່ມ, ກ້ອນນັກຮຽນ-ນັກສືກສາ, ກຸ່ມເສດຖະກິດ, ກຸ່ມ ການເມືອງ, ກຸ່ມວັດທະນະທໍາ-ສັງຄົມ ແລະ ກ້ອນການນໍາເມືອງ ໄຊຍະບູລີ, ຈາກນັ້ນກໍໄດ້ປາຖະກະ ຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ຄົບຮອບ 72 ປີຕື່ມອີກ, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງ ໄຊຍະບູລີ, ໂດຍການກ່າວປາຖະ ກາຖາ ທ່ານ ພົງສະຫວັນ ສິດ ທະວົງ ເຈົ້າແຂວງໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ເຂົ້າ ຮ່ວມຮັບຟັງມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາ ຫຼວດ, ມີພະນັກງານພາຍ ໃນກໍາ ລັງປະກອບອາວຸດ ແລະ ພະນັກ ງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 200 ກວ່າຄົນ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ