ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ເປີດກອງປະຊຸມວຽກງານກວດກາ ຄັ້ງທີ III
ເວລາອອກຂ່າວ: 2021-01-20 08:33:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ໃນວັນທີ 18 ມັງກອນນີ້, ກອງ ພົນທີ 3 ໄດ້ເປີດກອງປະຊຸມ ວຽກ ງານກວດກາ ຄັ້ງທີ III ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຈັນດີ ສຸລິວົງສັກ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ ຫົວໜ້າກົມກວດກາກົມໃຫຍ່ການເມືອງກອງທັບ, ມີສະ ຫາຍ ພົນຈັດຕະວາ ບູນເຈື້ອ ຕຽນ ແສງດາວ ເລຂາຄະນພັກ ຫົວໜ້າ ການເມືອງກອງພົນທີ 3, ມີບັນດາ ຄະນະພັກ-ຄະນະບັນຊາອົງການ 5ຫ້ອງ, ກອງພັນໃຫຍ່, ກອງພັນ ນ້ອຍ, ກອງຮ້ອຍເອກະລາດ ພ້ອມດ້ວຍພະນັກງານວິຊາສະ ເພາະຜູ້ເຮັດວຽກງານກວດທົ່ວ ກອງພົນທີ 3 ເຂົ້າຮ່ວມ. ສະຫາຍ ພັນເອກ ສໍຍັນ ລໍອິນ ສອນ ຄະນະປະຈຳພັກກອງພົນ ປະທານກວດກາ ຫົວໜ້າຫ້ອງ ການເມືອງກອງພົນທີ3 ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາຕະຫຼອດ ໄລຍະ 5 ປີຜ່ານມາ ພ້ອມທັງຜ່ານ ທິດທາງແຜນການ 5 ປີຕໍ່ໜ້າ, ໃນນີ້ບົດສະຫຼຸບໄດ້ຕີລາຄາສູງ ຕໍ່ການຊີ້ນຳ-ບັນຊາຂອງຄະນະ ພັກ-ຄະນະບັນາຊາກອງພົນທີ 3 ເຂົ້າໃນຄົງເຂດວຽກງານກວດ ກາໃນທົ່ວກອງພົນທີ 3 ໂດຍຖື ເອົາການສຶກສາອົບຮົມການ ເມືອງແນວຄິດຂອງພະນັກງານ ສະມາຊິກພັກໃຫ້ໜັກແໜ້ນເປັນ ແບບຢ່າງນຳໜ້າໃນທຸກຂະບວນ ການເປັນຕົ້ນ: ແມ່ນການການ ຄົ້ນຄວ້າເຊື້ອມຊຶມຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ນິຕິກຳກ່ຽວກັບວຽກ ງານກວດກາ, ໂດຍສະເພາະແມ່ນ ພາລະບົດບາດຂອງວຽກງານ ກວດກາພັກ-ລັດ, ເຊື່ອມຊຶມກົດ ໝາຍວ່າດ້ວຍການສໍ້ລາດບັງ ລວງ, ກົດໝາຍວ່າດ້ວຍການ ແກ້ ໄຂຄຳຮ້ງທຸກ, ເປັນເຈົ້າການໃນ ການຕິດຕາມກວດກາພັກ-ກວດ ກາລັດປະກອບໜ້າທີຜູ້ທີ່ມີຄວາມ ກ້າວໜ້າ, ປະຕິບັດວິໄນຕໍ່ຜູ້ທີກະ ທຳຜິດຕໍ່ແນວທາງຂອງພັກ, ກົດ ໝາຍຂອງລັດ, ຂໍ້ກຳນົດກົດລະ ບຽບຂອງກອງທັບ, ກວດກາບັນ ດາແຜນງົບປະມານລາຍຮັບ-ລາຍຈ່າຍ, ໂຄງການກໍ່ສ້າງຂອງ ກົມກອງ, ປະຕິບັດການແຈ້ງຊັບ ສິນລາຍຮັບ-ລາຍຈ່າຍຂອງພະ ນັກງານຢ່າງເຂັ້ມງວດປັດຈຸບັນ ມີບັນຊີຂຶ້ນທະບຽນແຈ້ງຊັບສິນ ແລ້ວ 1217 ສະຫາຍ, ແກ້ໄຂຄຳ ສະເໜີ 4 ສະບັບ, ຄຳຮ້ອງ 20 ສະ ບັບ, ຕະຫຼອດໄລຍະ 5 ປີຜ່ານມາ ມີພະນັກງານຜູ້ທີ່ເຄື່ອນໄຫວບໍ່ ຖືກຕ້ອງລະເມີດຕໍ່ກົດລະບຽບ ຂອງກອງທັບຈຳນວນ 96 ສະຫາຍ. ພ້ອມນີ້, ກອງປະຊຸມກໍ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດ ສະຫຼຸບ ແລະ ທິດທາງແຜນການເພື່ອເຮັດໃຫ້ການເຄື່ອນໄຫວຈັດ ປະຕັ້ງປະຕິບັດວຽກງານກວດກາຢູ່ກອງພົນທີ 3 ມີຄວາມເຂັ້ມງວດ ແລະ ມີຄວາມຮັບປະກັນທາງດ້ານ ຄຸນນະພາບກວ່າຊຸມປີທີ່ຜ່ານມາ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຈັນດີ ສຸລິວົງສັກ ກໍໄດ້ສະ ແດງຄວາມຍ້ອງຊົມເຊີຍຕໍ່ຜົນ ສຳເລັດທີ່ຄະນະພັກ-ຄະນະບັນ ຊາ,ພະນັກງານວິຊາສະເພາະ ຍາດມາໄດ້ຕະຫຼອດໄລຍະຜ່ານ ມາ, ພ້ອມທັງຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາທຸກຂັ້ນຍົກສູງ ນ້ຳໃຈຮັບຜິດຊອບຂອງຕົນຕໍ່ກັບ ວຽກງານກວດກາໂດຍຖືເອົາ ການສຶກສາອົບຮົມການເມືອງ ຂອງພະນັກງານ-ນັກຮົບຮັບຮູ້ ເຂົ້າໃຈຕໍ່ວຽກງານກວດກາ, ຕິດ ຕາມກວດກາທຸກການເຄື່ອນໄຫວ ຂອງບຸກຄົນ, ລວມໝູ່ ແລະ ການ ຈັດຕັ້ງ ຕໍ່ກັບໜ້າທີວິຊາສະເພາະ ຢ່າງເປັນປົກກະຕິຕໍ່ເນື່ອງ,ແກ້ ໄຂປະກົດການຕ່າງໃຫ້ທວງທັນ ກັບສະພາບເງື່ອນໄຂຕົວຈິງຂອງ ກົມກອງ, ຍົກສູງທາງດ້ານຄຸນ ນະພາບ ແລະ ປັບປຸງການຈັດຕັ້ງ ມອບໝາຍໜ້າທີໃຫ້ບຸກຄົນຮັບ ຜິດຊອບຢ່າງລະອຽດແນນອນ ໃນການຕິດຕາມກວດກາສະ ພາບພາຍໃນພັກ ແລະ ຈັດຕັ້ງ ປະຕິບັດທິດທາງແຜນ ການໃນ 5 ປີຕໍ່ໜ້າໃຫ້ປະສົບຜົນສຳເລັດ ຕາມຄາດໝາຍທີີ່ວ່າງໄວ້. ພ້ອມ ນີ້, ສະຫາຍຫົວໜ້າກົມກວດກາ ຍັງໄດ້ມອບເຄື່ອງກີລາຈຳນວນ ໜຶ່ງໃຫ້ແກ່ກອງພົນທີ 3 ຕື່ມອີກ. ໂດຍ: ທອງເລື່ອນ ເກີນວົງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ