ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານເຕັກນິກການທະຫານປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກ
ເວລາອອກຂ່າວ: 2021-01-19 09:15:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2021 ນີ້, ວິທະຍາຄານເຕັກນິກການທະ ຫານ ໄດ້ຈັດຕັ້ງພິທີປະກາດບົ່ງ ຕົວແຕ່ງຕັ້ງກໍາມະການຄະນະ ພັກຮາກຖານ ແລະ ໜ່ວຍພັກ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີສະໝອນ ໂນລະສີນ ຮອງເລຂາຄະນະພັກ ຫົວໜ້າການທະຫານວິທະຍາ ຄານເຕັກນິກການທະຫານ, ມີຄະ ນະປະຈໍາພັກ, ຄະນະພັກ-ຄະນະ ອໍານວຍການ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກ, ສະມາຊິກ ພັກສົມບູນເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາເຜີຍ ທໍາມະນີວົງ ກໍາມະການຄະນະ ພັກວິທະຍາຄານ, ຮອງຫົວໜ້າ ຫ້ອງການເມືອງ ໄດ້ຜ່ານຂໍ້ຕົກ ລົງຂອງຄະນະພັກວິທະຍາຄານ ເຕັກນິກການທະຫານ ວ່າດ້ວຍ ການແຕ່ງຕັ້ງເພີ່ມເຕີມເລຂາ, ຮອງເລຂາ ແລະ ກໍາມະການ ຄະນະພັກຮາກຖານ ແລະ ໜ່ວຍ ພັກ ເພື່ອເປັນການຈັດຕັ້ງປະ ຕິບັດກົດລະບຽບຂອງພັກປະຊາ ຊົນປະຕິບັດລາວ ສະໄໝທີ X ໝວດທີ II ມາດຕາ 13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເພີ່ມເຕີມເລ ຂາ, ຮອງເລຂາ ແລະ ກໍາມະການ ຄະນະພັກຂັ້ນຕ່າງໆ. ໃນນີ້, ໄດ້ຕົກ ລົງ ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາເຜີຍ ທໍາມະນີວົງ ເປັນຮອງເລຂາຄະນະພັກຮາກຖານຫ້ອງການເມືອງ ປ່ຽນແທນສະຫາຍ ພັນໂທ ບົວສີ ແກ້ວລະບົວພາ ຍົກຍ້າຍໄປຮັບໜ້າທີ່ໃໝ່, ສະຫາຍ ພັນໂທ ຄໍາບົກ ເພັດດາວອນ ເປັນ ກໍາມະການຄະນະພັກຮາກຖານ ຫ້ອງການເມືອງ, ສະຫາຍ ພັນຕີ ຄໍາມະນີ ໂອໄລຈິດ ເປັນກໍາມະ ການຄະນະພັກຮາກຖານຫ້ອງ ການເມືອງ, ພັນໂທ ວອນ ເພັດສ໌ ຍະວົງ ເປັນກໍາມະການຄະນະພັກ ຮາກຖານຫ້ອງພະລາທິການ, ສະ ຫາຍ ພັນໂທ ຈັນເພັງ ອິນທຸມມາ ເປັນກໍາມະການຄະນະພັກຮາກ ຖານຫ້ອງພະລາທິການ, ສະຫາຍ ພັນໂທ ຈັນທະວອນ ສອນສຸວັນໄຊ ເປັນຮອງເລຂາໜ່ວຍພັກ ຫ້ອງ ເຕັກນິກ, ປ່ຽນແທນ ສະຫາຍ ພັນໂທ ບຸນຫຼາຍ ສີສົມບູນ ໄປຮັບ ໜ້າທີ່ໃໝ່, ສະຫາຍ ພັນໂທ ບົວສີ ແກ້ວບົວລະພາ ເປັນຮອງເລຂາ ໜ່ວຍພັກຫ້ອງການບໍລິຫານປ່ຽນ ແທນ ສະຫາຍ ພັນໂທ ຄໍາເຜີຍ ທໍາມະນີວົງ ໄປຮັບໜ້າທີ່ໃໝ່, ສະຫາຍ ພັນໂທ ບຸນຫຼາຍ ສີສົມ ບູນ ເປັນກໍາມະການໜ່ວຍພັກ ສູນເຝິກຫັດ- ທົດລອງ ປ່ຽນແທນ ສະຫາຍ ພັນໂທ ປະສານ ວັດທະ ນາວົງ ໄປຮັບໜ້າທີ່ໃໝ່, ສະຫາຍ ພັນຕີ ນາງ ຄໍາບາງ ອຸ່ນແສນບານ ເປັນຮອງເລຂາໜ່ວຍພັກ ພະແນກ ການເງິນ-ເສນາຮັກ ປ່ຽນແທນ ສະຫາຍ ພັນໂທ ນາງ ຄໍານຶກ ບົວລຸນທອງ ລໍຖ້າຮັບບໍານານ, ສະຫາຍ ພັນຕີ ຄໍາຫຼ້າ ອິນທະ ວົງ ເປັນກໍາມະການໜ່ວຍພັກ ພະແນກເຊື້ອໄຟ-ອຸປະໂພກ, ປ່ຽນ ແທນ ສະຫາຍ ພັນຕີ ພູສັນ ຕູໄຊ ລີຢາ ຍົກຍ້າຍໄປຮຽນ, ສະຫາຍ ພັນໂທ ຈັນທອງ ພົມຂັນໄຊ ເປັນ ເລຂາໜ່ວຍພັກ ຄະນະວິຊາຄູ ຍຸດໂທ, ພັນໂທ ວິໄຊ ເທບວົງສາ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ອໍານາດ ສຸລິເດດ ເປັນກໍາມະ ການໜ່ວຍພັກ, ສະຫາຍ ພັນໂທ ດາວວຽງ ດວງພາສຸກ ເປັນເລຂາ ໜ່ວຍພັກ ຄະນະວິຊາຄູພື້ນຖານ ວິທະຍາສາດ, ສະຫາຍ ຮ້ອຍເອກ ວົງສອນ ສີມມະນີວົງ ເປັນຮອງ ເລຂາໜ່ວຍພັກ, ສະຫາຍ ພັນຕີ ທອງແດງ ສີຫາມາຍາ ເປັນກໍາ ມະການໜ່ວຍພັກ, ສະຫາຍ ພັນໂທ ບຸນກວ້າງ ເທບທອງໃສ ເປັນເລ ຂາໜ່ວຍພັກຄະນະວິຊາຄູລົດໂອ ໂຕການທະຫານ, ສະຫາຍ ພັນ ໂທ ບຸດດີ ດອນເມືອງ ເປັນຮອງ ເລຂາໜ່ວຍພັກ, ສະຫາຍ ພັນໂທ ບຸນສີ ພູມີນາລາດ ເປັນກໍາມະ ການໜ່ວຍພັກ, ສະຫາຍ ພັນໂທ ບຸນທະວີ ສີວິໄລ ເປັນເລຂາໜ່ວຍ ພັກຄະນະວິຊາຄູພື້ນຖານກົນຈັກ, ສະຫາຍ ພັນໂທ ປະສານ ວັດທະ ນາວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ຄໍາໃສ ບຸນເຕັມ ເປັນກໍາມະການໜ່ວຍພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ